3 ຂໍ້​ສະ​ເໜີ​ຂອງ VASEA ​ແນ​ໃສ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຖ່າຍທອດ​ເຕັກ​ໂນ​ໂລ​ຢີໃຫ້ ​ຫວຽດນາມ

13:15 | 09/09/2024

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ເວທີ​ປາ​ໄສ “ນັກປັນຍາຊົນ ແລະ ນັກ​ຊ່ຽວຊານ ຫວຽດນາມ ຢູ່​ຕ່າງປະ​ເທດ” ປີ 2024 ຢູ່ ຮ່າ​ໂນ້ຍ, ທ່ານ ສຈ. ຫງຽມດຶກລອງ (ປະທານ​ສະມາຄົມນັກປັນຍາຊົນ ແລະ ນັກ​ຊ່ຽວຊານ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ, ຜູ້​ອຳ​ນວຍ​ການ​ສູນ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢີນ້ຳ​ ແລະ ນ້ຳ​ເສຍ, ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຢີ Sydney, ອົດ​ສະ​ຕາ​ລີ) ໄດ້ຍົກອອກຂໍ້​ສະ​ເໜີ 03 ຂໍ້​ເພື່ອ​ປະກອບສ່ວນໃນການສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຖ່າຍທອດ​ເຕັກ​ໂນ​ໂລຢີ ​ແລະ ຮ່ວມ​ມື​ກັບ​ບັນດາ​ອົງການ​​ຢູ່ ຫວຽດນາມ.

ຫວຽດ​ນາມ - ອົດສະຕຣາລີ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ທ້ອງ​ຖິ່ນ
ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ

ຕາມ​ທ່ານ ສຈ. ຫງຽມດຶກລອງ ​ແລ້ວ, ປະຈຸ​ບັນ ມີ​ນັກ​ສຶກສາ ຫວຽດນາມ 21.000 ກວ່າ​ຄົນ​ພວມ​ຮ່ຳຮຽນ ​ແລະ ບຳລຸງວິຊາຊີບຢູ່ ອົດ​ສະ​ຕາ​ລີ. ມີນັກວິທະຍາສາດ, ຄູອາຈານ ແລະ ສາສະດາຈານຫຼາຍກວ່າ 500 ຄົນ ທີ່ພວມຄົ້ນຄວ້າ ແລະ ສິດສອນຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າໃນ ອົດສະຕາລີ.

3 ຂໍ້​ສະ​ເໜີ​ຂອງ VASEA ​ແນ​ໃສ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຖ່າຍທອດ​ເຕັກ​ໂນ​ໂລ​ຢີໃຫ້ ​ຫວຽດນາມ

ທ່ານ ສຈ. ຫງຽມດຶກລອງ, ປະທານ​ສະມາຄົມນັກປັນຍາຊົນ ແລະ ນັກ​ຊ່ຽວຊານ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ, ຜູ້​ອຳ​ນວຍ​ການ​ສູນ​​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢີນ້ຳ​ ແລະ ນ້ຳ​ເສຍ, ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຢີ Sydney, ອົດ​ສະ​ຕາ​ລີ.

​ທ່ານ ສຈ. ຫງຽມດຶກລອງ ເນັ້ນໜັກວ່າ ມະຕິສະບັບເລກທີ 1334/QD-TTg ຂອງນາຍົກລັດຖະມົນຕີກ່ຽວກັບການອະນຸມັດໂຄງການ “ເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດໃນສະພາບການໃໝ່” ແມ່ນກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ຊາວຫວຽດນາມ ຢູ່ຕ່າງປະເທດ.

ໃນນັ້ນ, ຢືນຢັນ​ວ່າ​ ນັກ​ປັນຍາ​ຊົນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ແມ່ນ​ແຫຼ່ງກຳລັງ​ສຳຄັນ ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ເປັນເຈົ້າການໃນການສ້າງ​ກົນ​ໄກ​ສິ່ງ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ນັກ​ປັນຍາ​ຊົນ​ຫວຽດນາມ ຢູ່​ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້​ໃຫ້​ບັນດາ​ສະມາຄົມ​ຢ່າງເປັນທາງການທີ່ໄດ້ຮັບການໜູນຊ່ວຍໂດຍປະເທດປະຈຳຖິ່ນ.

​ເພື່ອ​ປະກອບສ່ວນ​ໃນການ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຖ່າຍທອດ​ເຕັກ​ໂນ​ໂລ​ຢີ ແລະ ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ຢູ່​ ຫວຽດນາມ, ສະມາຄົມນັກປັນຍາຊົນ ແລະ ນັກ​ຊ່ຽວຊານ ຫວຽດນາມ ຢູ່​ ອົດ​ສະ​ຕາ​ລີ (VASEA) ຈະ​ນຳ​ໃຊ້ແຫຼ່ງກຳລັງ​ປັນຍາ​ຊົນ ​ແລະ ເຄືອ​ຂ່າຍ​ນັກ​ຊ່ຽວຊານ​ຂອງຕົນ, ເພື່ອຮ່ວມເດີນທາງກັບເພື່ອນຮ່ວມງານຢູ່​ ຫວຽດນາມ ​ເພື່ອ​ຄົ້ນຄວ້າການ​ນຳ​ໃຊ້, ​ແກ້​ໄຂ​ບັນດາ​ບັນຫາ​ທີ່ເກີດຂຶ້ນໃໝ່ຂອງປະເທດ ແລະ ໃນໂລກ. ລະອຽດ, ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຫັນ​ເປັນ​ດີ​ຈີ​ຕອນ, ທ້ອງຕະຫຼາດ​ກາກ​ບອນ, ສະພາບ​ແວດ​ລ້ອມ ​ແລະ ​ເສດຖະກິດ​ສີຂຽວ, ສົ່ງ​ຄວາມ​ຮູ້ ​ແລະ ທັກ​ສະ​ໃໝ່.

VASEA ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ໃຫ້​ນັກ​ສຶກສາ​ຄົ້ນຄວ້າ​ປະລິນຍາ​ເອກ​ຂອງ​ຫວຽດນາມ ​ເພື່ອ​ຊອກ​ໄດ້ສາດສະດາຈານ​ທີ່​ເໝາະ​ສົມ​ທີ່​ສຸດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, VASEA ຍັງ​ຈະ​ເປີດ​ຊຸດ​ອົບຮົມ​ໄລຍະສັ້ນ ​ແລະ ບົດບັນລະຍາຍກ່ຽວກັບ ຫວຽດນາມ ໂດຍ​ສຸມ​ໃສ່​ບັນດາ​ບັນຫາ​ໃໝ່.

ເພື່ອ​ບັນ​ລຸໄດ້ບັນດາ​ເປົ້າ​ໝາຍນີ້, ທ່ານ ສຈ. ຫງຽມດຶກລອງ ກ່າວວ່າ:

ທີໜຶ່ງ, ສ້າງ​ກົນ​ໄກ​ໃຫ້​ນັກ​ປັນຍາ​ຊົນ​ຫວຽດນາມ ​ກັບ​ຄືນ ຫວຽດນາມ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ບ້ານ​ເກີດ​ເມືອງ​ນອນ​ໃນ​ໄລຍະ​ສັ້ນ ແລະ ຍາວ​ນານ, ​ໄດ້​ຮັບ​ການອະນຸຍາດ​ໃຫ້ຖືສັນຊາດ ຫວຽດນາມ ຄືນ.

ທີສອງ, ອະນຸຍາດ​ໃຫ້​ສ້າງ​ຕັ້ງ​ບັນດາ​ຫຼັກສູດການສອນບັນຍາຍ, ການ​ຮ່ວມ​ມື​ຄົ້ນຄວ້າ​ໄລຍະ​ສັ້ນເພື່ອໃຫ້​ບັນດາ​ນັກວິທະຍາສາດ​ຫວຽດນາມ ຢູ່​ຕ່າງປະ​ເທດ ເຮັດວຽກ​ກັບ​ບັນດາ​ມະຫາວິທະຍາ​ໄລ ​ແລະ ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ຮຽກຮ້ອງພິຈາລະນາ​ບາງກົນ​ໄກ​ພິ​ເສດ​ ເພື່ອ​ໝູນໃຊ້ບົດບາດ​ທີ່​ປຶກສາ​ດ້ານ​ວິທະຍາສາດຈາກ​ບັນດາ​ສາດສະດາຈານ​ຄົນ ຫວຽດນາມ ແຖວໜ້າບັນດາຂະແໜງ ຢູ່​ບັນດາ​ປະ​ເທດ​ໃນ​ໂລກ.

ທີສາມ, ລົງທຶນ​ເຂົ້າ​ໃນ​ໂຄງການ​ທົດ​ລອງ, ​ເປີດ​ມະຫາວິທະຍາ​ໄລ​ອອນ​ລາຍ​ຢູ່​ຫວຽດນາມ ດ້ວຍເນື້ອໃນບົດສອນ, ບົດ​ບັນຍາຍ ແລະ ແນະນຳ​ວິທະຍາສາດ​ຈາກ​ບັນດາ​ສາດສະດາຈານ ຫວຽດນາມ ​ໃນ​ທົ່ວ​ໂລກ.

“VASEA ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຜູ້​ນຳໜ້າ​ ແລະ ປະ​ກອບ​ສ່ວນເຂົ້າໃນບັນດາຕຳລາສອນ​ທຳ​ອິດ. ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ເພື່ອ​ໃຫ້ ຫວຽດນາມ ມີ​ມະຫາວິທະຍາ​ໄລ​ນຳ​ໜ້າ​ໃນ​ໂລກ​ໂດຍ​ໄວ”, ທ່ານ ສຈ. ຫງຽມດຶກລອງ ​ແບ່ງປັນ.

ຫຼາຍ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມທະວີການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບົນ​ຊ່ອງ​ທາງ​ປະຊາຊົນ

ຫຼາຍ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມທະວີການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບົນ​ຊ່ອງ​ທາງ​ປະຊາຊົນ

ຍສໝ - ​ວັນ​ທີ 22 ກໍລະກົດ ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​​ຕ້ອນຮັບ​ທ່ານ Takebe Tsutomu, ທີ່​ປຶກສາ​ພິ​ເສດສະຫະພັນລັດຖະສະພາມິດຕະພາບ ຍີ່​ປຸ່ນ - ຫວຽດນາມ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ສ້າງ​ເວທີ​ໃຫ້​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ສະ​ເໜີ​ແຜນການ​ພັດທະນາສີ​ຂຽວ ​ແລະຍືນ​ຍົງ

ສ້າງ​ເວທີ​ໃຫ້​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ສະ​ເໜີ​ແຜນການ​ພັດທະນາສີ​ຂຽວ ​ແລະຍືນ​ຍົງ

ຍສໝ - ແຕ່​ວັນ​ທີ 21 – 24 ສິງຫາ 2024, ກອງ​ປະຊຸມໃຫຍ່ຊາວຫວຽດນາມຢູ່ຕ່າງປະເທດ​ໃນ​ທົ່ວ​ໂລກ​ ຄັ້ງ​ທີ 4 ​ແລະ ​ເວທີ​ນັກ​ປັນຍາ​ຊົນ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ປີ 2024 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ.

ມີງດຶກ

ເຫດການ
302 Found

Found

The document has moved here.