ຊາວຫວຽດນາມ ຢູ່ຕ່າງປະເທດສະເໜີ 4 ມາດຕະການແກ້ໄຂເພື່ອໃຫ້ ຫວຽດນາມ ຍາດແຍ່ງກາລະໂອກາດພັດທະນາປັນຍາປະດິດ

06:38 | 26/08/2024

ຍສໝ - ວັນທີ 22 ສິງຫາ, ຢູ່ “ເວທີປາໄສບັນດານັກປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ໃນຂອບເຂດ “ກອງປະຊຸມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4” ໄດ້ດຳເນີນຢູ່ ຮ່າໂນ້ຍ, ທ່ານ ປອ ເລ​ວຽດ​ກວັ໋ກ (ນັກ​ຄົ້ນ​ຄ້ວາ AI ຂອງກຸ່ມ Google) ​ໄດ້​ແບ່ງປັນ​ກັບ​ນັກ​ຂ່າວ​ວາລະສານ ເທີຍດ້າຍ ກ່ຽວກັບ 4 ກຸ່ມມາດຕະການ​ແກ້​ໄຂ ​ເພື່ອ​ຍາດ​ແຍ່ງ​ກາລະ​ໂອກາດ​ພັດທະນາ​ປັນຍາ​ປະດິດ​ຢູ່ ຫວຽດນາມ.

ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ
ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ ໜູນຊ່ວຍ​ຊາວຫວຽດນາມ​ອົບ​ພະຍົບ​ອອກ​ຈາກຢູ​ແກຼນ

ທ່ານ ປອ ເລ​ວຽດ​ກວັ໋ກ ​ໃຫ້​ຮູ້​ວ່າ: ປັນຍາ​ປະດິດ​ແມ່ນ​ກຸນ​ແຈ​ເພື່ອ​ເປີດສູ່ບັນດາການ​ປະຕິວັດ​ໃນ​ອະນາຄົດ

ຕາມ​ທ່ານ​ ປອ ​ເລ​ວຽດ​ກວັ໋ກ​ ແລ້ວ, ການ​ພັດທະນາ​ຢ່າງ​ເຂັ້ມແຂງ​ຂອງ​ປັນຍາ​ປະດິດ​ຈະ​ເປັນ​ສິ່ງ​ທ້າ​ທາຍ​ໃຫຍ່​ເມື່ອ​ວຽກ​ງານ​ແບບ​ດັ້ງ​ເດີມ​ຫຼາຍ​ວຽກ​ຖືກຫັນ​ເປັນ​ແບບ​ອັດຕະໂນມັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ກໍ່​ແມ່ນ​ໂອກາດ​ອັນ​ໃຫຍ່ຫຼວງໃຫ້ແກ່ ​ຫວຽດນາມ. ໃນຂະນະ​ທີ່​ຫຼາຍ​ປະ​ເທດ​ຍັງ​ຄົງ​ຖືກ​ຈຳກັດ​ໃນ​ບັນດາວຽກງານ​ປະຈຸ​ບັນ, ຫວຽດນາມ​ ສາມາດພັດທະນາໄປພ້ອມ​ກັບ​ປັນຍາ​ປະດິດ.

ຊາວຫວຽດນາມ ຢູ່ຕ່າງປະເທດສະເໜີ 4 ມາດຕະການແກ້ໄຂເພື່ອໃຫ້ ຫວຽດນາມ ຍາດແຍ່ງກາລະໂອກາດພັດທະນາປັນຍາປະດິດ

ທ່ານ ປອ ​ເລ​ວຽດ​ກວັ໋ກ.

ດ້ວຍ​ປະສົບ​ການ​ຂອງ​ຕົນ, ທ່ານ​ ປອ ​ເລ​ວຽດ​ກວັ໋ກ ​ໄດ້​ສະ​ເໜີ 4 ຂໍ້​ສະ​ເໜີ​ແນະ​ເພື່ອ​ໃຫ້ ຫວຽດນາມ ປ່ຽນຄວາມທ້າ​ທາຍ​ນີ້​ໃຫ້​ກາຍ​ເປັນ​ກາລະ​ໂອກາດ:

ອັນທີໜຶ່ງ, ຫວຽດນາມ ຄວນ​ຮັບ​ຮູ້​ວ່າ ຊັບ​ສິນ​ໃຫຍ່​ທີ່​ສຸດຂອງເຮົາ ແມ່ນມະນຸດ. ບົນ​ພື້ນຖານ​ນັ້ນ, ຫວຽດນາມ ຄວນ​ລົງທຶນ​ຢ່າງ​ແຮງ​ເຂົ້າ​ໃນ​ການ​ສຶກສາ​ປັນຍາ​ປະດິດ, ພິ​ເສດ​ແມ່ນ​ລະດັບ​ມະຫາວິທະຍາ​ໄລ. ຫວຽດ​ນາມ ຄວນ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລຂອບຂະໜາດ ​ອາ​ຊີ​ ກ່ຽວກັບປັນຍາປະດິດ, ດ້ວຍ​ບັນ​ດາ​ຫຼັກສູດບຳລຸງສ້າງລົງເລິກຂະແໜງ​ນັບ​ແຕ່​ຊຸມ​ປີ​ຕົ້ນ.

ອັນທີສອງ, ພາຍຫຼັງ​ລົງທຶນ​ເຂົ້າ​ຊັບພະຍາກອນມະນຸດແລ້ວ, ຫວຽດນາມ ຕ້ອງ​ຊອກ​ຫາ​ວິທີ​ຍາດ​ແຍ່ງ​ເອົາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ. ວິທີທີ່ດີທີ່ສຸດທີ່ຈະເຮັດໄດ້ສິ່ງນີ້ ແມ່ນການລົງທຶນເຂົ້າໃນລະບົບນິເວດນະວັດຕະກຳ ແລະ ການເລີ່ມດຳເນີນທຸລະກິດ. ປະສົບການສະແດງໃຫ້ເຫັນວ່າ ໃນທຸກໆການປະຕິວັດມີຜູ້ຊະນະ ແລະ ຜູ້ເສຍໄຊ ແລະ ວິທີທີ່ມີປະສິດທິຜົນທີ່ສຸດເພື່ອຊອກຫາຜູ້ຊະນະແມ່ນການສ້າງລະບົບນິເວດການເລີ່ມດຳເນີນທຸລະກິດທີ່ຫຼາກຫຼາຍ ແລະ ເຂັ້ມແຂງ.

ອັນທີ​ສາມ, ຫວຽດນາມ ​ຄວນ​ສຸມ​ໃສ່​ພັດທະນາ​ບັນດາ​ໂປແກຼມຂອງ​ປັນຍາ​ປະດິດ​ຢ່າງ​ເຂັ້ມແຂງ. ໃນສະຕະວັດທີ 21, ປັນຍາປະດິດຈະເປັນເຄື່ອງມືທີ່ສໍາຄັນ. ຂ່າວດີແມ່ນວ່າ ໃນປັດຈຸບັນ, ຊອບແວປັນຍາປະດິດຈໍານວນຫຼາຍພວມໄດ້ສະຫນອງພາຍໃຕ້ຮູບແບບລະຫັດແຫຼ່ງເປີດ, ເປີດສູ່ໂອກາດທີ່ຍິ່ງໃຫຍ່ໃຫ້ແກ່ບັນດາ​ໂປແກຼມໃນອະນາຄົດອັນໃກ້ນີ້.

ອັນທີ​ສີ່, ຫວຽດນາມ ຄວນ​ສ້າງ​ຕັ້ງ​ສະພາ​ທີ່​ປຶກສາ​ຂັ້ນ​ສູງ​ກ່ຽວ​ກັບ​ຊິບ ​ແລະ ປັນຍາ​ປະດິດ. ນີ້ແມ່ນບັນດາຂົງເຂດທີ່ກໍາລັງພັດທະນາດ້ວຍຄວາມໄວສົມຄວນ ແລະ ສະພາເຫຼົ່ານີ້ຈະຊ່ວຍຍົກອອກບັນດານະໂຍບາຍຊີ້ຂາດຢ່າງໄວວາ ແລະ ຖືກຕ້ອງໃນຂົງເຂດປາຍແຫຼມນີ້.

ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ

ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ

ຍສໝ - ຂໍສົ່ງກັບຄືນໄປຫາແຜ່ນດິນບ້ານເກີດເມືອງນອນສຳລັບຄວາມປາຖະໜາອັນລຽບງ່າຍ ແລະ ມີຊີວິດແບບສາມັນ. ແລະຂໍຖະຫວາຍບັນດາຄວາມມຸ່ງມາດປາຖະໜາ ແລະ ແຜນການມາຍັງທ່ານ ເພື່ອປະກອບສ່ວນເຂົ້າໃນຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ, ມະຫາສາມັກຄີຂອງປວງຊົນທັງຊາດ. ວາລະສານ ຍຸກສະໄໝ ຂໍຖືເປັນກຽດທີ່ໄດ້ສົ່ງຄວາມມຸ່ງມາດປາຖະໜາຂອງຊາວຫວຽດນາມຢູ່ຕ່າງປະເທດ ໄປຍັງເພື່ອນຜູ້ອ່ານ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ

ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ຢູ່ຫວຽດນາມ, ເຖິງວ່າການດໍາລົງຊີວິດຍັງປະສົບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ມີຫຼາຍຮູບການເພື່ອສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ.

ມິງດຶກ

ເຫດການ
302 Found

Found

The document has moved here.