![]() |
ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຍ້ອງຍໍບັນດາອົງການທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງແຂວງຢ່າງຕັ້ງໜ້າ |
ກອງປະຊຸມຍັງແມ່ນເວທີເພື່ອແລກປ່ຽນ, ແບ່ງປັນປະສົບການ ແລະ ສະເໜີບັນດາວິທີການແກ້ໄຂລະຫວ່າງບັນດາອົງການຄຸ້ມຄອງລັດທ້ອງຖິ່ນ, ບັນດາຄູ່ຮ່ວມມືປະຕິບັດໂຄງການ ແລະ ບັນດາອົງການໜູນຊ່ວຍເພື່ອແນໃສ່ເພີ່ມທະວີປະສິດທິຜົນ, ການຂົນຂວາຍ, ຄຸ້ມຄອງ ແລະ ປະຕິບັດບັນດາໂຄງການໜູນຊ່ວຍບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ກໍ່ຕີລາຄາປະສິດທິຜົນຂອງບັນດາໂຄງການໜູນຊ່ວຍບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດໃນວຽກງານການຂົນຂວາຍ, ຄຸ້ມຄອງ ແລະ ປະຕິບັດບັນດາໂຄງການ.
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ຟານກຸຍເຟືອງ ຮອງປະທານຄະນະກຳມະການປະຊາຊົນແຂວງ ຢືນຢັນວ່າແຂວງ ເທື່ອທຽນເຫ້ວ ຍາມໃດກໍ່ເອົາໃຈໃສ່ຍູ້ແຮງວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ໃນນັ້ນ ກໍ່ສຸມໃສ່ສ້າງການພົວພັນອັນດີງາມກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຂົນຂວາຍແຫຼ່ງກຳລັງເພື່ອຜັນຂະຫຍາຍບັນດາລາຍການ ແລະ ໂຄງການອຸປະຖຳ ກໍ່ຄືດຶງດູດການລົງທຶນຊ່ວຍປະຕິບັດຫຼາຍຮູບແບບຢ່າງມີປະສິດທິຜົນ, ຜ່ານນັ້ນ ກໍ່ແກ້ໄຂບັນຫາກ່ຽວກັບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຈຳນວນໜຶ່ງ.
ນັບແຕ່ປີ 2022 ມາຮອດປະຈຸບັນ, ແຂວງ ເທື່ອທຽນເຫ້ວ ໄດ້ດຶງດູດບ້ວງຊ່ວຍເຫຼືອ 106 ທຶນ ດ້ວຍເກືອບ 10 ລ້ານ USD. ບັນດາບ້ວງຊ່ວຍເຫຼືອໂຄງການ ແລະ ການຊ່ວຍເຫຼືອນອກໂຄງການແມ່ນໄດ້ຜັນຂະຫຍາຍໃນຫຼາຍຂົງເຂດ, ຕົ້ນຕໍແມ່ນສຸມໃສ່ການປົກປັກຮັກສາສິ່ງແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ການພັດທະນາກະສິກຳ ແລະ ຊົນນະບົດ ສົມທົບກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ໜູນຊ່ວຍການພັດທະນາເສດຖະກິດ-ສັງຄົມ, ການແພດ, ວັດທະນະທຳ, ການສຶກສາ ແລະ ແກ້ໄຂບັນດາບັນຫາສັງຄົມ; ໜູນຊ່ວຍແມ່ຍິງ, ເດັກນ້ອຍ, ຄົນພິການ...
ທ່ານ ນາງ Skye Ellen Maconachie - ຜູ້ອໍານວຍການຮ່ວມຂອງອົງການ Blue Dragon International (BDI - ອົດສະຕາລີ) ສະແດງຄວາມປາດຖະຫນາວ່າ ຈະສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ຄໍາເຫັນທີ່ທັນເວລາໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວໂຄງການໃນປີຕໍ່ໄປ ແລະ ໃຫ້ຄຳປຶກສາໃນການອອກແບບບັນດາໂຄງການໃຫມ່ ເພື່ອໃຫ້ໂຄງການຕອບສະຫນອງຄວາມຕ້ອງການຂອງປະຊາຊົນ. ທ່ານນາງຍັງກ່າວວ່າ ບັນດາການເຄື່ອນໄຫວຂອງໂຄງການ ຈະຄ່ອຍຖ່າຍທອດໃຫ້ທ້ອງຖິ່ນ, ທ້ອງຖິ່ນຈະເປັນເຈົ້າການ, ຮັກສາບັນດາຮູບແບບດຳເນີນງານທີ່ມີປະສິດທິຜົນຢ່າງໝັ້ນຄົງ.
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງຍັງໄດ້ມອບລາງວັນໃຫ້ 7 ໝູ່ຄະນະ, 4 ອົງການຈັດຕັ້ງຕ່າງປະເທດ, 18 ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດຂອງແຂວງ ເທື່ອທຽນເຫ້ວ ໄລຍະ 2022 – 2024.
![]() | ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ອົງການ ActionAid ສືບຕໍ່ຮ່ວມມືໃນຂົງເຂດພັດທະນາ ຍສໝ - ນີ້ແມ່ນເນື້ອໃນຂອງການແລກປ່ຽນລະຫວ່າງ ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ແລະ ທ່ານນາງ Hellen Grace Akwii-Wangusa, ປະທານສະພາຄຸ້ມຄອງບໍລິຫານສາກົນ ຂອງອົງການ ActionAid, ໃນວັນທີ 31 ກໍລະກົດ ຢູ່ ຮ່າໂນ້ຍ. |
ແທັງຮັ່ງ