ມີຫຼາຍການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຫວຽດນາມ ຢູ່ຕ່າງປະເທດ

19:29 | 05/09/2024

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ມີຫຼາຍການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ ​ແລະ ມີ​ຄວາມ​ໝາຍ​ໄດ້ຈັດຂຶ້ນຢູ່ ກູ​ບາ, ສະຫະພັນ​ລັດ​ເຊຍ ​ແລະ Tazania. ບັນດາ​ການ​ເຄື່ອນ​ໄຫວ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຊາວຫວຽດນາມ ແລະ ​ເພື່ອນ​ມິດສາກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ພ້ອມ​ກັນ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຈິດ​ໃຈ​ຮັກ​ຊາດ ​ແລະ ຄວາມ​ສາມັກຄີ​ແຫ່ງ​ຊາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ
ໃນເດືອນມິຖຸນາ, ຄະນະຜູ້ແທນທີ່ດີເດັ່ນຊາວ ຫວຽດນາມ ຢູ່ຕ່າງປະເທດ 40 ຄົນຈະໄປຢ້ຽມຢາມພະນັກງານ, ນັກຮົບກອງທັບເຮືອເຂດ 5

ຕາມນັ້ນແລ້ວ, ວັນທີ 2 ກັນຍາ, ສະຖາບັນ ກູບາ ມິດຕະພາບກັບບັນດາຊົນເຜົ່າ (ICAP), ສົມທົບກັບສະຖານທູດ ຫວຽດນາມ ປະຈໍາ ກູບາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945-2 ກັນຍາ 2024), 55 ປີແຫ່ງການປະຕິບັດຄຳພິໄນກຳຂອງ​ປະທານ ​ໂຮ່ຈີ​ມິນ ແລະ ລະລຶກ 55 ປີວັນເພິ່ນມໍລະນະກຳ (2 ກັນຍາ 1969 – 2 ກັນຍາ 2024) ຢູ່​ສວນສາທາລະນະທີ່ມີຊື່ ລຸງ​ໂຮ່ ຢູ່​ນະຄອນຫຼວງ La Habana.

ມີຫຼາຍການເຄື່ອນໄຫວເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ຢູ່ຕ່າງປະເທດ

ພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ ຢູ່ ກູບາ. (ພາບ: TTXVN)

ໂດຍ​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ ICAP, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ, ກະຊວງ​ການ​ຕ່າງປະ​ເທດ, ສະມາຄົມ​ມິດຕະພາບ ​ກູ​ບາ - ຫວຽດນາມ, ອຳນາດ​ການ​ປົກຄອງເມືອງ ສະໜາມຫຼວງການປະຕິວັດ, ຄູ​ອາຈານ ​ແລະ ນັກຮຽນ​ໂຮງຮຽນ​ຊັ້ນມັດທະຍົມຕົ້ນ Huberto Black, ພ້ອມທັງປະຊາ​ຄົມ​ຊາວ​ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກຢູ່ປະເທດປະຈຳຖິ່ນ.

ທ່ານ Fernando González Llort ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະກ້າວເດີນຕາມເສັ້ນທາງ​ສ້າງ​ສາປະ​ເທດ​ທີ່​ທັນ​ສະ​ໄໝ, ພັດທະນາ, ວັດທະນາ​ຖາວອນ ຢ່າງໝັ້ນຄົງ ​ແລະ ນັບມື້ນັບສວຍ​ງາມ​ກວ່າ​ອີກ ຕາມ​ທີ່​ປະທານ ​ໂຮ່ຈີ​ມິນ ປາດ​ຖະໜາ​ຢູ່ສະເໝີ. ທ່ານກໍ່ເນັ້ນໜັກເຖິງການພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນ 2 ປະເທດ ກູບາ - ຫວຽດນາມ, ໄດ້ຮັບ​ການ​ເພີ່ມພູນຄູນສ້າງ​ຈາກການ​ນຳລຸ້ນຕ່າງໆ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກູ​ບາ ​ເລ​ກວາງ​ລອງ ​ແລ້ວ, ພາຍຫຼັງ 79 ປີ, ວັນ​ທີ 2 ກັນຍາ - ວັນບຸນ​ເອກະລາດ​ແຫ່ງ​ຊາດ ໄດ້ສ້າງເປັນບັນດາຂີດໝາຍ, ຄວາມ​ເອກອ້າງທະນົງ​ໃຈ​ຂອງ​ຊາວ​ຫວຽດນາມ ​ທຸກ​ຄົນ, ແມ່ນ​ແຫຼ່ງລະດົມຄວາມ​ກະຕືລືລົ້ນ​ຂອງ​ຄົນ​ລຸ້ນຫຼັງ​ເພື່ອ​ສ້າງ​ສາປະ​ເທດ​ຫວຽດນາມ ໃຫ້ນັບມື້ນັບພັດທະນາ​ ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ.

ມີຫຼາຍການເຄື່ອນໄຫວເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ຢູ່ຕ່າງປະເທດ

ງານແຂ່ງຂັນສິລະປະຊຸມຊົນເພື່ອສະເຫຼີມສະຫຼອງ 79 ແຫ່ງປີວັນຊາດຢູ່ ລັດເຊຍ.(ພາບ: ໜັງສືພິມ ປະຊາຊົນ)

ກໍ່ໃນວັນ​ທີ 2 ກັນຍາ​, ຢູ່​ນະຄອນຫຼວງ​ Moskva (ສະຫະພັນລັດເຊຍ) ໄດ້ດຳເນີນງານ​ແຂ່ງຂັນ​ສິລະ​ປະ​ຊຸມ​ຊົນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ​ຄົບຮອບ 79 ປີ (2 ກັນຍາ 1945-2 ກັນຍາ 2024). ງານ​ແຂ່ງຂັນ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ​ອາ​ໄສ, ເຮັດ​ວຽກ​ຢູ່ Moskva ເປັນຈຳນວນຫຼວງຫຼາຍ.

Đánh giá cao hoạt động gắn kết của cộng đồng người Việt trong thời gian qua, Đại sứ Vũ Thanh Huyền mong muốn cộng đồng và doanh nghiệp Việt Nam tiếp tục phát huy đoàn kết, khắc phục khó khăn phấn đấu đạt nhiều thành tích hơn nữa trong công tác, góp phần quảng bá hình ảnh tốt đẹp của đất nước, con người Việt Nam với bạn bè sở tại và quốc tế.

ໂດຍຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວຕິດພັນຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫວູແທງຮວ່ຽນ ປາດ​ຖະໜາ​ວ່າ ປະຊາ​ຄົມ ​ແລະ ວິ​ສາ​ຫະກິດ ຫວຽດນາມ ຈະ​ສືບ​ຕໍ່​ເສີມຂະຫຍາຍຄວາມ​ສາມັກຄີ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ມານະ​ພະຍາຍາມ​ກວ່າ​ອີກ​ໃນການປະຕິບັດ​ວຽກ​ງານ, ປະກອບສ່ວນໂຄສະນາຮູບພາບ​ອັນ​ດີງາມ​ຂອງ​ປະ​ເທດ​ຊາດ, ປະຊາຊົນຫວຽດນາມ ກັບເພື່ອນມິດປະຈຳຖີ່ນ ແລະ ສາກົນ.

ຕາງໜ້າ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາ​ຄົມ ຫວຽດນາມ, ທ່ານ ຫງວຽນຕ໋ຽນຢຸ້ງ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ Viettel Tanzania ​ແລະ ທ່ານ ຟ່ານເຈືອງເຊີນ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ Viettel Burundi ຢືນຢັນ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ Tanzania, Uganda, Kenya, Ethiopia, Burundi, Rwanda ​ແລະ Somalia ຈະ​ສືບ​ຕໍ່​ເຊື່ອມ​ຕໍ່, ປະກອບສ່ວນພ້ອມກັນກັບພີ່ນ້ອງ​ຮ່ວມ​ຊາດ​ໃນ​ການ​ສ້າງສາ​ປະ​ເທດ​ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

ມີຫຼາຍການເຄື່ອນໄຫວເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ຢູ່ຕ່າງປະເທດ

ພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ ຢູ່ Tanzania. (ພາບ: TTXVN)

​ໃນ​ຂອບ​ເຂດ​ເຫດການ, ສະຖານທູດ​ ຫວຽດນາມ ປະຈຳ Tanzania ​ໄດ້ສາຍ​ບັນດາ​ວິ​ດີ​ໂອ​ໂຄສະນາ​ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ, ທ່ອງ​ທ່ຽວ​ຫວຽດນາມ, ພ້ອມ​ທັງ​ແນະນຳ ​ແລະ ​ເຊີນ​ເພື່ອນ​ມິດສາ​ກົນຊິມ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ທີ່ພິ​ເສດ​ຂອງ​ຫວຽດນາມ. ພິທີ​ສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງ​ວັນ​ຊາດ 2 ກັນຍາ ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ສະຫງ່າຜ່າເຜີຍ ແລະ ອົບອຸ່ນ. ແຂກຮັບເຊີນ ​ໄດ້​ຊິມບັນດາ​ເຍື່ອງ​ອາຫານ​ປະຈຳ​ຊາດ ​ແລະ ການ​ສະ​ແດງ​ສີລະປະທີ່​ເປັນ​ເອກະລັກ​ສະ​ເພາະ, ຍ້ອງຍໍ​ຄວາມ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ ຫວຽດນາມ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ​ເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ...

ໂດຍໄວໄດ້ສຳເລັດແຜນຮ່າງ

ໂດຍໄວໄດ້ສຳເລັດແຜນຮ່າງ "ພື້ນທີ່ວັດທະນະທຳໂຮ່ຈິມິນ - ຈຸດພົບປະຊາວ ຫວຽດນາມ ຢູ່ຕ່າງປະເທດ”.

ຍສໝ - ນີ້​ແມ່ນ​ຄຳ​ຮຽກຮ້ອງ​ຂອງ​ທ່ານ ຫງວຽນ​ໂຮ່ຫາຍ, ຮອງເລຂາປະຈຳຄະນະກຳມະການພັກນະຄອນ ​ໂຮ່ຈີ​ມິນ ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານຕໍ່ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ປີ 2023 ​ແລະ ຜັນ​ຂະຫຍາຍ​ທິດ​ທາງ, ໜ້າທີ່ປີ 2024 ທີ່ຈະໄດ້ດຳເນີນໃນຕອນເຊົ້າວັນທີ 6 ມີນານີ້.

ມີງດຶກ

ເຫດການ
302 Found

Found

The document has moved here.