ຊາວ​ຫວຽດນາມ ອາໄສ​ຢູ່​ ກາ​ນາ​ດາ ​ເຜີຍ​ແຜ່​ຄວາມ​ເອກອ້າງທະນົງ​ໃຈຫວຽດນາມ

19:23 | 05/09/2024

ຍສໝ - ​ໃນ​ບັນຍາກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດວັນທີ 2 ກັນຍາ ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສ​ຢູ່​ບາງ​ສະຖານທີ່​ຂອງ​ ກາ​ນາ​ດາ ​ໄດ້​ຈັດ​ພິທີເອົາ​ທຸງຊາດຂຶ້ນຢູ່​ສຳນັກງານເທດສະບານນະຄອນ ທີ່ພວກເຂົາດຳລົງ​ຊີວິດ​ເພື່ອ​ສະ​ແດງ​ຄວາມ​ເອກອ້າງທະນົງໃຈ ​ແລະ ນ້ຳໃຈຄວາມ​ສາມັກຄີພ້ອມ​ກັນ​ມຸ່ງໄປເຖິງປະ​ເທດ​ຊາດ​.

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​
ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

ວັນທີ 2 ກັນຍາ, ຢູ່ນະຄອນຫຼວງ Ottawa, ຜູ້ຕາງໜ້າຄະນະບໍລິຫານງານສະຫະສະມາຄົມ ການາດາ ຫວຽດນາມ (CVS) ພ້ອມທັງປະຊາຊົນຈໍານວນໜຶ່ງ ໄດ້ຈັດຕັ້ງພິທີເອົາທຸງຊາດຂຶ້ນ, ທຸງຊາດປິວສະບັດຢູ່ຕໍ່ໜ້າສຳນັກງານເທດສະບານນະຄອນ ພ້ອມກັນກັບທຸງຊາດ ການາດາ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສຢູ່ Ottawa ​ໄດ້​ເຫັນ​ທຸງ​ຊາດສີ​ແດງ​​ດາວ​ສີເຫຼືອງຢູ່​ຮາກຖານ​ບໍລິຫານ​ລັດ​​ຂອງ​ ກາ​ນາ​ດາ ​ໃນ​ໂອກາດ​ວັນ​ບຸນເອກະລາດ​ຂອງ ​ຫວຽດນາມ.

ຊາວ​ຫວຽດນາມ ອາໄສ​ຢູ່​ ກາ​ນາ​ດາ ​ເຜີຍ​ແຜ່​ຄວາມ​ເອກອ້າງທະນົງ​ໃຈຫວຽດນາມ

ທຸງສີແດງດາວສີເຫຼືອງຂອງ ຫວຽດນາມ ໄດ້ປິວສະບັດຢູ່ຕໍ່ໜ້າສຳນັກງານເທດສະບານ Toronto.

​ໃນ​ສານ​ທີ່​ໄດ້ປະກາດຢ່າງ​ກວ້າງ​ຂວາງ, ທ່ານ Mark Sutcliffe, ເຈົ້າຄອງນະຄອນ Ottawa ​ໃຫ້​ຮູ້​ວ່າ ທ່ານ​ໄດ້​ຮັບ​ຮູ້​ວັນ​ທີ 2 ກັນຍາ​ ແມ່ນ​ວັນ​ຊາດ ຫວຽດນາມ ຢູ່​ນະຄອນຫຼວງ ກາ​ນາ​ດາ ​ເພາະວ່າ​ວັນ​ນີ້ ຍາມ​ໃດ​ກໍ່ຢູ່ໃນທີ່ຕັ້ງທີ່​ພິ​ເສດ​ໃນ​ດວງ​ໃຈ​ຂອງ​ຊາວ ຫວຽດນາມ ຢູ່ທົ່ວທຸກບ່ອນ, ຂີດໝາຍຈຸດ​ເວລາ​ປະຫວັດສາດກ່ຽວກັບຄວາມ​ເອກອ້າງທະນົງ​ໃຈ​ແຫ່ງຊາດຂອງພວກເຂົາ. ນະຄອນຫຼວງ Ottawa ກໍ່​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ສຳຄັນ​ຂອງພິທີສະ​ເຫຼີ​ມສະຫຼອງ​ວັນ​ຊາດ ຫວຽດນາມ, ນັ້ນແມ່ນການເຊີດຊູນ້ຳ​ໃຈຄວາມເອກອ້າງທະນົງ​ໃຈ​ຂອງ​ຊາວ​ຫວຽດນາມ, ເຮັດໃຫ້ການພົວພັນມິດຕະພາບລະຫວ່າງ​ບັນດາ​ປະຊາ​ຄົມ​ທີ່​ດຳລົງ​ຊີວິດ​ຢູ່​ນະຄອນຫຼວງເລິກເຊິ່ງຕື່ມອີກ.

ທ່ານ ດັ້ງ​ຈຸງເຟືອກ, ປະ​ທານສະຫະ​ສະ​ມາ​ຄົມ ການາດາ ຫວຽດນາມ ໃຫ້ຮູ້ວ່າ ພິ​ທີ​ຊັກ​ທຸງຂຶ້ນ​ໄດ້ຈັດຕັ້ງຢ່າງ​ຄ່ອງ​ແຄ້ວ, ພິ​ເສດ​ແມ່ນ​ເມື່ອ​ໄດ້​ຮັບ​ການ​ອະນຸຍາດຂອງນາຍົກເທດສະມົນຕີນະຄອນ Ottawa ແລະ ຮັບ​ຮູ້​ວ່າ​ແມ່ນ​ວັນບຸນເອ​ກະ​ລາດ​ຂອງ​ ຫວຽດ​ນາມ. ໃນອະນາຄົດ, ສະມາຄົມ CVS ຈະຊອກຫາວິທີທີ່ເພື່ອທະວີຄູນຂະບວນການນີ້ໃນທົ່ວ ການາດາ ເພື່ອຮັກສາຄວາມງາມທາງດ້ານວັດທະນະທໍານີ້.

ຊາວ​ຫວຽດນາມ ອາໄສ​ຢູ່​ ກາ​ນາ​ດາ ​ເຜີຍ​ແຜ່​ຄວາມ​ເອກອ້າງທະນົງ​ໃຈຫວຽດນາມ

ທ່ານເຈົ້າຄອງນະຄອນ Philip Brown (ເບື້ອງຂວາທີ 2) ພ້ອມກັບຄະນະບໍລິຫານງານສະມາຄົມຊາວຫວຽດນາມ ຢູ່ PEI ທີ່ພິທີຊັກ​ທຸງຊາດຂຶ້ນຢູ່ສຳນັກງານເທສະບານ Charlottetown. (ພາບ: TTXVN)

ຕາມທ່ານ ດັ້ງ​ຈຸງເຟືອກ​ ແລ້ວ, ຊາວ​ຫວຽດນາມ ​ທຸກ​ຄົນ​ບໍ່​ວ່າ​ຈະ​ຢູ່​ໃສ​ກໍ​ຕ້ອງ​ສະ​ແດງ​ຄວາມ​ຮູ້ບຸນຄຸນ​ຕໍ່​ລຸງ​ໂຮ່, ຜູ້​ກໍ່​ຕັ້ງ​ປະເທດຫວຽດນາມ. ທ່ານຮູ້ສຶກເປັນກຽດຫຼາຍທີ່ໄດ້ຢືນພາຍໃຕ້ທຸງຊາດໃນວັນບຸນເອກະລາດ, ຢູ່ນະຄອນຫຼວງຂອງ ການາດາ. ທ່ານ​ຫວັງ​ວ່າ ​ຊາວ​ຫວຽດນາມ ​ທຸກ​ຄົນ​ທີ່​ອາ​ໄສ​ຢູ່​ ກາ​ນາ​ດາ​ ຈະ​ຮ່ວມແຮງ​ຮ່ວມ​ໃຈ​ເພື່ອສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ທີ່​​ອຸດົມສົມບູນ ​ແລະ ສວຍ​ງາມ​ກວ່າ.

ນອກຈາກນັ້ນ, ຢູ່ Toronto - ສະຖານທີ່ທີ່ຄຶກຄື້ນທີ່ສຸດໃນ ການາດາ ແລະ ແມ່ນເມືອງເອກຂອງແຂວງລັດ Ontario, ທຸງສີແດງດາວສີເຫຼືອງຂອງ ຫວຽດນາມ ກໍ່ໄດ້ປິວສະບັດຢູ່ກາງສຳນັກງານເທດສະບານນະຄອນ, ສ້າງຂີດໝາຍບັນດາປະຖົມປັດໄຈໃໝ່ໃຫ້ແກ່ບັນດາການເຄື່ອນໄຫວພົບ​ປະ​ແລກປ່ຽນປະຊາຊົນ ພ້ອມທັງການ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ກາ​ນາ​ດາ.

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຍສໝ - ຕັ້ງຄ້າຍລະດູ​ຮ້ອນ ​ໂດຍ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ ໂຮ່ຈີ​ມິນ ​ແລະ ພະແນກການ​ຕ່າງປະ​ເທດ​ນະຄອນດ່າ​ໜັງ ຈັດ​ຂື້ນ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວຕັ້ງ​ແຄ້ມແຕ່ລະຄົນ​ໄດ້​ສຳ​ຜັດ​ກັບ​ລະດັບຄວາມແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທີ່​ຕົນ​ໄປ, ວັດທະນະທຳ, ຮີດຄອງ​, ປະ​ເພນີ​ຂອງ​ຊາດ​ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຕົນ​ເຂົ້າ​ຮ່ວມ.

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ຍສໝ - ເຖິງ​ວ່າຈະ​ຫຍຸ້ງກັບ​ວຽກງານ​​, ​ແຜນການເຄື່ອນໄຫວວຽກງານຫຼາຍຢ່າງ, ​ແຕ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍາມ​ໃດ​ກໍ່​ຍາດເວລໄປພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ຮັກ​ແພງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ພິ​ເສດ.

ມີງດຶກ

ເຫດການ
302 Found

Found

The document has moved here.