ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

18:10 | 22/01/2024

ບຸນປີໃໝ່ປະຊາຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1
ກົນໄກປະສານງານເພື່ອປຶກສາຫາລືວິທີ ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ກົນໄກປະສານງານເພື່ອປຶກສາຫາລືວິທີ ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ

ສຳລັບບັນດານັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລລາດຊະວົງກຳປູເຈຍ, ບຸນເຕັດປີມະໂລງ 2024 ແມ່ນໂອກາດເພື່ອໂຄສະນາວັດທະນະທຳ ຫວຽດນາມ, ສົ່ງສານແຫ່ງຄວາມສາມັກຄີ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ.

ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ນ້ອງ Leu Ponlek (ຊ້າຍ) ນັກສຶກສາກຳປູເຈຍ ກຳລັງຮັບຟັງເພື່ອນຫວຽດນາມ ແນະນຳກ່ຽວກັບບຸນເຕັດຫວຽດນາມ. ພາບ: vov.vn

ມະຫາວິທະຍາໄລລາດຊະວົງກຳປູເຈຍ (RUPP) - ເຊິ່ງແມ່ນບ່ອນກໍ່ສ້າງນັກສຶກສາຫວຽດນາມ ແລະລາວ ນັບຮ້ອຍຄົນ, ພ້ອມກັບນັກສຶກສາ ກຳປູເຈຍ ນັບພັນຄົນ. ໃນຊຸມມື້ສຸດທ້າຍຂອງປີເຖາະ - 2023, ນັກສຶກສາຫວຽດນາມ ພວມຫ້າວຫັນກະກຽມໃຫ້ການເຄື່ອນໄຫວຕ້ອນຮັບປີມະໂລງ - 2024. ບັນຍາກາດໃນບໍລິເວນຫໍພັກນັກສຶກສາສາກົນຄືວ່າຟົດຟື້ນມ່ວນຊື່ນກວ່າ ດ້ວຍຄົນເຂົ້າ-ອອກຢ່າງຄຶກຄື້ນໜາແໜ້ນພ້ອມກັບສຽງເວົ້າ, ສຽງຫົວຍີ້ມແຍ້ມແຈ່ມໃສ ເຕັມໄປດ້ວຍຄວາມອົບອຸ່ນຖືກກັບຈິດໃຈຂອງບຸນປີໃໝ່ປະຈໍາຊາດຫວຽດນາມ.
ແຕ່ຮຸ່ງເຊົ້າ, ນັກສຶກສາທັງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ເຕົ້າໂຮມກັນຢ່າງຄົບຖ້ວນ. ໃຜໆກໍ່ຫ້າວຫັນກະກຽມໃຫ້ການເຄື່ອນໄຫວຕ້ອນຮັບ “ບຸນເຕັດຫວຽດ”.

ນ້ອງ ຫງວຽນມິງຮວ່ານ, ຫົວໜ້າຄະນະນັກສຶກສາຫວຽດນາມ ຢູ່ກຳປູເຈຍ ກຳລັງປະດັບປະດາເວທີດ້ວຍງ່າດອກເໝີຍ, ດອກຄາຍ..., ແບ່ງປັນວ່າ: “ບຸນປີໃໝ່ໃນແຕ່ລະປະເທດລ້ວນແຕ່ມີຄວາມໝາຍພິເສດ. ຂ້າພະເຈົ້າດີໃຈຫຼາຍ ແລະຮູ້ສຶກພາກພູມໃຈທີ່ໄດ້ແນະນຳໃຫ້ບັນດານັກສຶກສາປະເທດເພື່ອນບ້ານກ່ຽວກັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ໝູ່ເພື່ອນຈະດີໃຈຫຼາຍເມື່ອໄດ້ຮູ້ ແລະທຳຄວາມຊິນເຄີຍກັບວັດທະນະທຳຕ້ອນຮັບບຸນເຕັດທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ. ຂ້າພະເຈົ້າກໍ່ດີໃຈທີ່ສຸດເມື່ອໄດ້ແນະນຳວັດທະນະທຳທີ່ເປັນເອກະລັກສະເພາະຫວຽດນາມ ໄປເຖິງເພື່ອນລາວ ແລະ ກຳປູເຈຍ”.

ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ນ້ອງ ທະນາລັກ ພັນລາ, ນັກສຶກສາລາວ. ພາບ: vov.vn

ໂດຍເຮັດຄົນລະວຽກ, ທຸກສິ່ງທຸກຢ່າງໄດ້ສ້າງເປັນບັນຍາກາດເບີກບານມ່ວນຊື່ນ, ຟົດຟື້ນ ແລະອົບອຸ່ນຄືດັ່ງຄອບຄົວຊາວຫວຽດນາມ ໃນຍາມບຸນເຕັດ, ລະດູບານໃໝ່ວຽນມາ.

ນ້ອງ Leu Ponlek, ນັກສຶກສາກຳປູເຈຍ ທັງຕິດຊອງອັງເປົ່າໃສ່ງ່າດອກເໝີຍ ແລະດອກຄາຍ ທັງແບ່ງປັນວ່າ: “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຂົ້າຮ່ວມການກະກຽມຕ້ອນຮັບບຸນເຕັດກັບບັນດານັກສຶກສາຫວຽດນາມ. ບຸນປີໃໝ່ຂອງກຳປູເຈຍ ແລະ ຫວຽດນາມ ມີຫຼາຍຈຸດທີ່ຄ້າຍຄືກັນຄື: ຫໍ່ເຂົ້າຕົ້ມ, ມອບອັງເປົາໃຫ້ເດັກນ້ອຍ…”.

ຢູ່ຫໍພັກນັກສຶກສາ, ໃນຊຸມມື້ໃກ້ຈະຮອດບຸນປີໃໝ່ປະຈໍາຊາດ, ສຽງເວົ້າ ແລະສຽງຫົວລ້ວນແຕ່ກ່ຽວພັນເຖິງ “ບຸນເຕັດ ຫວຽດນາມ” ນ້ອງ ທະນາລັກ ພັນລາ, ນັກສຶກສາລາວ ເປັນຄັ້ງທຳອິດທີ່ໄດ້ພ້ອມກັບເພື່ອນນັກສຶກສາຫວຽດນາມ ຈັດພາໝາກໄມ້ຫ້າຊະນິດ ໄດ້ແບ່ງປັນວ່າ: “ນີ້ແມ່ນຄັ້ງທຳອິດທີ່ນ້ອງໄດ້ເຂົ້າຮ່ວມການເຄື່ອນໄຫວກະກຽມຕ້ອນຮັບບຸນເຕັດກັບເພື່ອນຫວຽດນາມ, ນ້ອງມັກຫຼາຍ. ທຳອິດເມື່ອໝູ່ເພື່ອນຫວຽດ ແນະນຳວິທີເຮັດ, ນ້ອງກໍ່ຄິດວ່າຕົນເອງຈະເຮັດບໍ່ໄດ້. ແຕ່ສຸດທ້າຍກໍ່ຈັດພາໝາກໄມ້ສໍາເລັດ. ນ້ອງຄິດວ່າ ນີ້ຈະແມ່ນຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້ກ່ຽວກັບບຸນເຕັດຫວຽດ”.

ບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດຫວຽດນາມ ໄດ້ດຳເນີນໄປໃນທ່າມກາງສຽງເວົ້າຈາຫົວມ່ວນ ແລະຄວາມຫ້າວຫັນຂອງໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ. ໃນເວລາທີ່ເຂົ້າເຈົ້າພ້ອມກັນກະກຽມຕ້ອນຮັບບຸນເຕັດຫວຽດນາມ, ເບິ່ງຄືວ່າ ບໍ່ມີຊ່ອງຫວ່າງກ່ຽວກັບຊາຍແດນ, ພາສາລະຫວ່າງ 3 ປະເທດ, ຫາກມີແຕ່ຄວາມຮັກແພງ, ການແບ່ງປັນ, ຄວາມມ່ວນຊື່ນ ແລະຄວາມຕື່ນເຕັ້ນລໍຄອຍຕ້ອນຮັບບຸນເຕັດເທົ່ານັ້ນ.

ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ທ້າວ ຫງວຽນມິງຮວ່ານ, ຫົວໜ້າຄະນະນັກສຶກສາ ຫວຽດນາມ ຢູ່ ກຳປູເຈຍ. ພາບ: vov.vn

ໃນບັນຍາກາດຕ້ອນຮັບບຸນເຕັດຫວຽດນາມ, ຄູອາຈານ Penn Rany, ຫົວໜ້າຫ້ອງການວຽກງານນັກສຶກສາສາກົນ, ກະຊວງສຶກສາ ກຳປູເຈຍ ໄດ້ແບ່ງປັນວ່າ: ບັນດາກະຊວງ, ຂະແໜງການຂອງກຳປູເຈຍ ຍາມໃດກໍ່ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ນັກສຶກສາຕ່າງປະເທດ ທີ່ຮ່ຳຮຽນຢູ່ມະຫາວິທະຍາໄລລາດຊະວົງ ກຳປູເຈຍ ສາມາດແບ່ງປັນກ່ຽວກັບວັດທະນະທໍາຂອງ ປະເທດຕົນກັບນັກສຶກສາປະເທດອື່ນໆ.

ໃນໂອກາດບຸນປີໃໝ່ລາວ, ບຸນປີໃໝ່ຫວຽດນາມ ແລະບຸນປີໃໝ່ກຳປູເຈຍ, ກະຊວງສຶກສາ ແລະໂຮງຮຽນ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ພວກນ້ອງຈັດຕັ້ງການເຄື່ອນໄຫວລະຫຼິ້ນບັນເທິງທີ່ເປັນມູນເຊື້ອວັດທະນະທຳຂອງປະເທດຕົນ. ນີ້ແມ່ນງານບຸນພິເສດຂອງຊາດ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກສຶກສາ ຫວຽດນາມ - ລາວ - ກຳປູເຈຍ ເຊື່ອມຕົວເຂົ້າບັນຍາກາດວັດທະນະທຳບຸນປີໃໝ່ປະຈໍາຊາດຂອງ ຫວຽດນາມ. ຜ່ານນັ້ນ, ນັກສຶກສາລາວ ແລະກຳປູເຈຍ ກໍ່ຈະກາຍເປັນຂົວຕໍ່ສົ່ງສານທີ່ຕັ້ງໜ້າ ແລະ ໂຄສະນາວັດທະນະທຳຫວຽດນາມ ເຖິງບັນດານັກສຶກສາສາກົນຕ່າງໆ, ຈາກນັ້ນ ກໍ່ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງ 3 ປະເທດ.

ສາມາດເຫັນໄດ້ວ່າ ບັນດານັກສຶກສາຫວຽດນາມ ໄດ້ນຳເອົາຄຸນຄ່າມູນເຊື້ອ, ຄວາມອົບອຸ່ນ ແລະຄວາມໝາຍຂອງບຸນເຕັດຫວຽດນາມ ໄປເຖິງໄວໜຸ່ມລາວ ແລະ ກຳປູເຈຍ ຢ່າງມີຊີວິດຊີວາ ແລະໃກ້ຊິດສະໜິດສະໜົມ. ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ໄວໜຸ່ມສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຈະນັບມື້ນັບມີຄວາມເຂົ້າໃຈກັນ ແລະ ສະໜິດຕິດພັນກັນກວ່າອີກ, ຄືດັ່ງຄຳຢັ້ງຢືນຂອງນ້ອງ ທະນາລັກ ພັນລາ, ນັກສຶກສາສາລາວ ທີ່ວ່າ “ຄວາມຊົງຈຳນີ້ຈະຝັງເລິກຢູ່ໃນໃຈຕະຫຼອດໄປ”.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.