ຂໍ້​ມູນ​ກ່ຽວ​ກັບ​ຈຸດ​ໃໝ່​ໃນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວສຳລັບຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ

21:31 | 07/09/2024

ຍສໝ - ວັນທີ 6 ກັນຍາ, ຄະນະກຳມະການກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມເຜີຍແຜ່ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ກົດໝາຍ​ວ່າ​ດ້ວຍບັດປະຈຳຕົວ ໃຫ້​ແກ່​ພະນັກງານ, ລັດຖະກອນ, ຜູ້​ອອກ​ແຮງ​ງານ​ຂອງ​ຄະນະ​ກຳມະການກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ນະຄອນ ​ໂຮ່ຈີ​ມິນ, ​ຜູ້​ແທນ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ, ພີ່ນ້ອງ​ຊາວ​ຫວຽດນາມ ຢູ່ຕ່າງປະເທດ.

ຊາວ​ຫວຽດນາມ ອາໄສ​ຢູ່​ ກາ​ນາ​ດາ ​ເຜີຍ​ແຜ່​ຄວາມ​ເອກອ້າງທະນົງ​ໃຈຫວຽດນາມ
ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

ກອງ​ປະ​ຊຸມ​ດັ່ງ​ກ່າວ ​ໄດ້​ຈັດ​ຂຶ້ນແບບເຊິ່ງໜ້າ ແລະ ທາງໄກກັບບັນດາຈຸດເຊື່ອມຕໍ່ສົດຢູ່ ເອີຣົບ, ສ.ເກົາຫຼີ, ຍີ່ປຸ່ນ, ສິງກະໂປ ແລະ ອົດສະຕາລີ.

ຂໍ້​ມູນ​ກ່ຽວ​ກັບ​ຈຸດ​ໃໝ່​ໃນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວສຳລັບຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ

ທ່ານພັນເອກ ຫງວຽນ​ຫງອກ​ຫາຍ, ຮອງ​ຫົວໜ້າ​ຫ້ອງວ່າການຕຳຫຼວດ​ຄຸ້ມ​ຄອງ​ບໍລິຫານກ່ຽວກັບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງຄົມ, ຕຳຫຼວດ​ນະຄອນ​ ໂຮ່ຈິ​ມິນ ເເບ່ງປັນກ່ຽວກັບກົດໝາຍບັດ​ປະຈຳຕົວ.

ຮອງ​ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະເທດ ນະຄອນ ​ໂຮ່ຈີ​ມິນ, ທ່ານ ເລວັນທູ ໃຫ້​ຮູ້​ວ່າ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ມີ​ຄວາມ​ສົນ​ໃຈ​ເຖິງ​ຂັ້ນ​ຕອນກັບຄືນບ້ານເກີດເມືອງນອນ, ​ຂັ້ນ​ຕອນລົງທະບຽນພັກເຊົາຢູ່ ຫວຽດນາມ ສຳລັບ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ, ຄວາມ​ປາດ​ຖະໜາ​ຢາກ​ໄດ້​ອອກ​ບັດ​ປະຈຳ​ຕົວ, ປາດ​ຖະໜາ​ຢາກ​ມີ​ເຮືອນ​ຢູ່ ​ແລະ ສິດ​ນຳ​ໃຊ້​ທີ່​ດິນ​ຢູ່​ ຫວຽດນາມ...

ບັນດາ​ການ​ຜັນ​ແປ​ພື້ນຖານ​ຂອງ​ເອກະສານ​ນິຕິ​ກຳ 2 ສະບັບ​ນີ້ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ເມືອ​ບ້ານ​ໄປ​ເຮັດ​ວຽກ, ລົງທຶນ, ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂອງ​ປະ​ເທດ​ທັງ​ດ້ານ​ຈິດ​ໃຈ, ກຳລັງການ​ເງິນ ​ແລະ ປັນຍາ​ຊົນ​ໃນ​ຊຸມ​ປີ​ຕໍ່ໜ້າ.

ທີ່​ກອງ​ປະຊຸມ, ທ່ານ ປອ ຟ່ານຫາຍໂຮ່, ຫົວໜ້າຄະນະວິຊາລັດ ​ແລະ ກົດໝາຍ, ສະຖາບັນພະນັກງານນະຄອນ​ ໂຮ່ຈິ​ມິນ ​ແລະ ທ່ານພັນເອກສາມດາວ ຫງວຽນ​ຫງອກ​ຫາຍ, ຮອງ​ຫົວໜ້າ​ຫ້ອງວ່າການຕຳຫຼວດ​ຄຸ້ມ​ຄອງ​ບໍລິຫານກ່ຽວກັບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ສັງຄົມ, ຕຳຫຼວດ​ນະຄອນ​ ໂຮ່ຈິ​ມິນ ​ໄດ້​ແຈ້ງ​ໃຫ້​ບັນດາຜູ້​ແທນຊາບ​ກ່ຽວ​ກັບ​​ຂໍ້​ມູນ, ລະບຽບ​ກົດໝາຍທີ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ມີຄວາມສົນໃຈ.

ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ

ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ

ຍສໝ - ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ ຟານ​ຊວນ​ຖຸຍ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຢູ່​ກອງ​ປະຊຸມ​ຝຶກ​ອົບຮົມ​ ປີ 2024 ກ່ຽວ​ກັບ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານການ​​ຕ່າງປະ​ເທດ ​ແລະ ​ສິດທິ​ມະນຸດ​ ໃຫ້​ບັນດາ​ການ​ນຳ ​ແລະ ​ພະນັກງານ​ຢູ່ 14 ​ແຂວງ, ນະຄອນ​ໃນ​ເຂດ​ພູດ​ອຍ​ພາກ​ກາງ, ​ເຂດ​ພູດ​ອຍ​ພາກ​ເໜືອ ​ແລະ ການ​ນຳ​, ​ນັກ​ຂ່າວ​ຂອງ​ບາງ​ສຳ​ນັກ​ຂ່າວ​ສູນ​ກາງ​ ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 7 ສິງຫາ ທີ່ແຂວງ ​ຮວ່າ​ບິ່ງ.

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຍສໝ - ຕັ້ງຄ້າຍລະດູ​ຮ້ອນ ​ໂດຍ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ ໂຮ່ຈີ​ມິນ ​ແລະ ພະແນກການ​ຕ່າງປະ​ເທດ​ນະຄອນດ່າ​ໜັງ ຈັດ​ຂື້ນ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວຕັ້ງ​ແຄ້ມແຕ່ລະຄົນ​ໄດ້​ສຳ​ຜັດ​ກັບ​ລະດັບຄວາມແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທີ່​ຕົນ​ໄປ, ວັດທະນະທຳ, ຮີດຄອງ​, ປະ​ເພນີ​ຂອງ​ຊາດ​ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຕົນ​ເຂົ້າ​ຮ່ວມ.

ມີງດຶກ

ເຫດການ
302 Found

Found

The document has moved here.