ປະທານ ໂຮ່ຈີມິນ ໃນໃຈຄົນລຸ້ນໜຸ່ມ ຫວຽດນາມ-ລາວ

22:35 | 09/09/2024

ຍສໝ - ໃນໃຈຂອງຄູອາຈານ ແລະນັກຮຽນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ຮູບພາບປະທານໂຮ່ຈີມິນ ຍາມໃດກໍ່ໃກ້ຊິດຕິດແທດ, ເປັນແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ
ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ບັນດາຄູອາຈານ ແລະນັກຮຽນໃນໂຮງຮຽນດັ່ງກ່າວລ້ວນແຕ່ສະແດງຄວາມຮັກແພງຕໍ່ຜູ້ນຳທີ່ໄດ້ເສຍສະຫຼະຊີວິດຂອງຕົນເພື່ອຕໍ່ສູ້ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ ແລະຄວາມຜາສຸກຂອງປະຊາຊົນຫວຽດນາມ.

ເນື່ອງໃນໂອກາດວັນບຸນສຳຄັນຂອງຫວຽດນາມ ແລະລາວ, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດຕັ້ງບັນດາການເຄື່ອນໄຫວນອກຫຼັກສູດ. ຕາມອ້າຍຄູ ແຕ່ງ ໄຊລີຊວງ ທີ່ສອນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແລ້ວ, ບັນດາການເຄື່ອນໄຫວດັ່ງກ່າວ ແນໃສ່ຊ່ວຍພວກນ້ອງນັກຮຽນເຂົ້າໃຈກວ່າອີກກ່ຽວກັບສາຍພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ ກໍ່ຄືເພື່ອຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນນີ້ໃຫ້ນັບມື້ນັບໝັ້ນແກ່ນ.

ປະທານ ໂຮ່ຈີມິນ ໃນໃຈຄົນລຸ້ນໜຸ່ມ ຫວຽດນາມ-ລາວ
ກຸ່ມນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແຕ້ມຮູບກ່ຽວກັບລຸງໂຮ່. ພາບ: TTXVN

ເຊິ່ງເປັນນັກຮຽນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວແຕ້ມຮູບກ່ຽວກັບລຸງໂຮ່ ມາເປັນເວລາຫຼາຍປີ, ນ້ອງ ຟ້າມເຈືອງທຽນເອີນ, ນັກຮຽນຫ້ອງ ມໍ 7 ໃຫ້ຮູ້ວ່າ ລຸງໂຮ່ ແມ່ນສັນຍາລັກແຫ່ງຄວາມງາມອັນສູງສົ່ງ ແລະຄວາມອົດທົນ. ຢູ່ລາວ ກັບພໍ່ແມ່ນັບແຕ່ຍັງນ້ອຍ, ນ້ອງ ທຽນເອີນ ແບ່ງປັນວ່າ, ຢູ່ເຮືອນພໍ່ແມ່ມັກເລົ່າເລື່ອງປະຫວັດສາດ, ວັດທະນະທຳຫວຽດນາມ ແລະຮີດຄອງປະເພນີຂອງຫວຽດນາມ ໃຫ້ຟັງ.

ປະທານ ໂຮ່ຈີມິນ ໃນໃຈຄົນລຸ້ນໜຸ່ມ ຫວຽດນາມ-ລາວ
ນ້ອງ ຟ້າມເຈືອງທຽນເອີນ, ນັກຮຽນຫ້ອງ ມໍ 7 ຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ. ພາບ: TTXVN

ຜ່ານຄຳເວົ້າຂອງພໍ່ແມ່, ທຽນເອີນ ໄດ້ຮູ້ວ່າ ລຸງໂຮ່ແມ່ນຜູ້ທີ່ມີຄວາມອົດທົນ ແລະມີຄວາມເມດຕາປານີຫຼາຍ, ຍາມໃດກໍ່ຕັ້ງໃຈຊອກຫາເສັ້ນທາງກູ້ຊາດ, ຍາດເອົາເອກະລາດມາໃຫ້ຊົນຊາດຫວຽດນາມ. ຍ້ອນແນວນັ້ນ, ທຸກໆຄັ້ງທີ່ໂຮງຮຽນມີການເຄື່ອນໄຫວທີ່ກ່ຽວຂ້ອງກັບລຸງໂຮ່ ແລະປະເທດຫວຽດນາມ, ທຽນເອີນ ຍາມໃດກໍ່ກະຕືລືລົ້ນ ແລະເຂົ້າຮ່ວມຢ່າງສຸດອົກສຸດໃຈ.

ນ້ອງ ປາກອນແກນ ຈັນທະວົງ, ນັກຮຽນລາວທີ່ຮຽນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ກໍ່ແບ່ງປັນວ່າ, ນ້ອງຮູ້ສຶກດີໃຈຫຼາຍທີ່ໄດ້ເຂົ້າຮ່ວມບັນດາກິດຈະກຳທີ່ໂຮງຮຽນຈັດຕັ້ງ, ໃນນັ້ນນ້ອງມັກຂົງເຂດສິລະປະ, ແຕ້ມຮູບກ່ຽວກັບປະທານໂຮ່ຈີມິນ ຫຼາຍທີ່ສຸດ. ນ້ອງ ຢາກແຜ່ຂະຫຍາຍຄຸນງາມຄວາມດີຂອງປະທານໂຮ່ຈີມິນ ໃຫ້ເພື່ອນມິດຫຼາຍຄົນ. ນັກຮຽນລາວ ອີກຄົນໜຶ່ງຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ນ້ອງ ໂມນທະພອນ ອິນທະລັງສີ ກໍ່ແບ່ງປັນວ່າ, ທຸກໆມື້ນ້ອງ ໄດ້ອ່ານ 5 ສິ່ງທີ່ລຸງໂຮ່ ແລະເອື້ອຍອ້າຍຄູໄດ້ສິດສອນກ່ຽວກັບຄຸນງາມຄວາມດີຂອງ ລຸງໂຮ່, ສະນັ້ນນ້ອງຮັກລຸງໂຮ່ຫຼາຍ.

ຜ່ານການປະກວດແຕ້ມຮູບກ່ຽວກັບລຸງໂຮ່, ນ້ອງຈຶ່ງມີຄວາມເຂົ້າໃຈກວ່າກ່ຽວກັບຜູ້ຄົນ ແລະຄຸນສົມບັດໂຮ່ຈີມິນ, ຈາກນັ້ນນ້ອງມີຄວາມເຄົາລົບຮັກຕໍ່ເພິ່ນຫຼາຍກວ່າ; ພ້ອມກັນນັ້ນ, ກໍ່ໄດ້ໃຫ້ຄໍາໝັ້ນສັນຍາກັບຕົນເອງວ່າ ຈະພະຍາຍາມຮ່ຳຮຽນ ແລະຝຶກຝົນຫຼໍ່ຫຼອມໃຫ້ດີເພື່ອໃຫ້ເປັນລູກຫຼານທີ່ດີຂອງລຸງໂຮ່ ແລະລຸງ ໄກສອນ (ປະທານ ໄກສອນ ພົມວິຫານ). ນ້ອງ ໂມນທະພອນ ອິນທະລັງສີ ຢາກສືບຕໍ່ຮ່ຳຮຽນຢູ່ຫວຽດນາມ ພາຍຫຼັງຮຽນຈົບເພື່ອສືບຕໍ່ແຜ່ຂະຫຍາຍຄວາມຮູ້ກ່ຽວກັບວັດທະນະທຳອັນດີງາມຂອງຫວຽດນາມ ໃຫ້ແກ່ທຸກຄົນທີ່ຢູ່ອ້ອມຂ້າງ. ສຳລັບນ້ອງແລ້ວ, ນີ້ກໍ່ແມ່ນວິທີການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

ປະທານ ໂຮ່ຈີມິນ ໃນໃຈຄົນລຸ້ນໜຸ່ມ ຫວຽດນາມ-ລາວ
ທ່ານນາງ ຫງວຽນທິແທັງເຮືອງ ຫົວໜ້າໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ. ພາບ: TTXVN

ຕາມທ່ານນາງ ຫງວຽນທິແທັງເຮືອງ ຫົວໜ້າໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແລ້ວ, ໂດຍຜ່ານການພົບປະສື່ສານໃນລະຫວ່າງຊົ່ວໂມງຮຽນ ແລະຊົ່ວໂມງນອກຫຼັກສູດ, ພວກນັກຮຽນຫວຽດນາມ ແລະລາວ ຈະມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງກັນ ແລະກັນ, ເຂົ້າໃຈປະເທດຊາດ ແລະຊາວຫວຽດນາມ ກວ່າອີກ ແລະຈາກນັ້ນການກໍ່ໄດ້ແຜ່ຂະຫຍາຍຄວາມຮັກທີ່ມີຕໍ່ບ້ານເກີດເມືອງນອນ. ພິເສດແມ່ນການສອນໃຫ້ພວກນ້ອງຮູ້ກ່ຽວກັບປະທານໂຮ່ຈີມິນ ແລະບຸນຄຸນອັນຍິ່ງໃຫຍ່ຂອງເພິ່ນຕໍ່ ສາຍພົວພັນແບບພິເສດຫວຽດນາມ-ລາວ ຈະຊ່ວຍໃຫ້ພວກນ້ອງມີສະຕິໃນການຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນລະຫວ່າງສອງປະເທດ, ຍ້ອນພວກນ້ອງແມ່ນຄົນລຸ້ນອະນາຄົດ.

ປະທານ ໂຮ່ຈີມິນ ໃນໃຈຄົນລຸ້ນໜຸ່ມ ຫວຽດນາມ-ລາວ
ພາບແຕ້ມ ລຸງໂຮ່ ກັບເຍົາວະຊົນອະນຸຊົນ ໂດຍນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແຕ້ມ. ພາບ: TTXVN

ເມື່ອແບ່ງປັນຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ທ່ານນາງ ຫງວຽນທິທ້ວນ ທີ່ປຶກສາທູດ, ຜູ້ປະຈໍາການຄະນະປະຕິບັດງານປະຊາຄົມສະຖານທູດຫວຽດນາມ ປະຈໍາ ລາວ ໃຫ້ຮູ້ວ່າ ລຸ້ນໜຸ່ມຂອງຊາວຫວຽດນາມ ທີ່ອາໄສຢູ່ລາວ ພໍ່ເຖົ້າແມ່ເຖົ້າ ແລະພໍ່ແມ່ຍາມໃດກໍ່ໄດ້ເລົ່າໃຫ້ກັນຟັງກ່ຽວກັບບ້ານເກີດເມືອງນອນ, ກ່ຽວກັບລຸງໂຮ່, ດ້ວຍຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ ແລະຄຸນງາມຄວາມດີອັນລຽບງ່າຍ, ຮັກແພງພີ່ນ້ອງຮ່ວມຊາດ, ຜ່ານນັ້ນຊ່ວຍໃຫ້ພວກນ້ອງມີຄວາມເອກອ້າງທະນົງໃຈກ່ຽວກັບກົກເຄົ້າຂອງຕົນ.

ນອກຈາກປະທານໂຮ່ຈີມິນ ແລ້ວ, ຊາວຫວຽດນາມ ອາໄສຢູ່ລາວ ຍັງມີຄວາມຮັກແພງ ແລະຄວາມເຄົາລົບນັບຖືອັນສູງສົ່ງຕໍ່ທ່ານ ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່. ເມື່ອກໍ່ສ້າງຕູ້ປຶ້ມພາສາຫວຽດ ຢູ່ວັດເຟິ້ດຕີ໊ກ ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ປະກອບສ່ວນປື້ມກ່ຽວກັບຜູ້ນຳທີ່ດີເດັ່ນຂອງປະເທດ, ໃນນັ້ນມີ ປຶ້ມກ່ຽວກັບທ່ານ ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່, ເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເຂົ້າໃຈກວ່າກ່ຽວກັບຜູ້ນຳທີ່ມີຈິດໃຈ, ມີວິໄສທັດ, ຍາມໃດກໍ່ອຸທິດຕົນເພື່ອປະເທດຊາດ, ເພື່ອປະຊາຊົນ ແລະເປັນນັກຮຽນເກັ່ງຂອງປະທານໂຮ່ຈີມິນ. ຄຳສອນ ແລະແບບຢ່າງຂອງທ່ານ ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່ ຈະແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເປັນຕົ້ນແມ່ນລຸ້ນໜຸ່ມສືບຕໍ່ຮ່ຳຮຽນ, ສູ້ຊົນ, ປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະພັດທະນາປະເທດຫວຽດນາມ.

ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ  ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ

ຍສໝ - ຕອນຄ່ຳວັນທີ 8 ຕຸລາ, ຢູ່ນະຄອນ ບັກຢາງ, ແຂວງ ບັກຢາງ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມ ແລະ ຊີ້ນຳກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ບັກຢາງ ຄັ້ງທີ I (17/10/1963 – 17/10/2023).

ສື່​ມວນ​ຊົນ​ລາວ ​​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຂອງ​ສະຫາຍ ຫວູວັນເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ ຫວຽດນາມ ສື່​ມວນ​ຊົນ​ລາວ ​​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຂອງ​ສະຫາຍ ຫວູວັນເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ ຫວຽດນາມ

ຍ​ສ​ໝ - ໂດຍເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ສະຫາຍ ຫວໍ​ວັນ​ເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ, ບົດ​ຂຽນ​ຢືນຢັນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ລາວ.

ເຫດການ
302 Found

Found

The document has moved here.