ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ

00:00 | 24/08/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 23 ສິງຫາ, ຢູ່​ທີ່​ທຳນຽບ​ປະທານປະເທດ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ດີເດັ່ນເຂົ້າ​ຮ່ວມ​ກອງ​ປະຊຸມ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທົ່ວໂລກ ຄັ້ງ​ທີ 4. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໄດ້ຢືນຢັນວ່າ ປະຊາ​ຄົມ​ ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ໄດ້​ປະກອບສ່ວນອັນ​ສຳຄັນ​ສຳລັບບັນດາ​ຜົນສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ການ​ທູດ​​ປະຊາຊົນ​ໃນພາລະກິດແຫ່ງການປ່ຽນແປງໃໝ່.

ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ
ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

ທີ່​ການ​ພົບ​ປະ, ຜູ້ຕາງໜ້າຂອງບັນດາ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ລ້ວນແຕ່ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ ​ແລະ ຂອບ​ໃຈ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທີ່​ໄດ້​ສະຫຼະ​ເວລາ​ມາ​ຕ້ອນຮັບ​ຄະນະ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາໃຈໃສ່​ຂອງ​ພັກ, ລັດ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ສຳລັບ ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ.

ຜູ້ຕາງໜ້າຂອງບັນດາ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ກໍ່​ສະ​ແດງ​ຄວາມ​ຄິດເຫັນ, ຕີ​ລາຄາ, ພິຈາລະນາ, ສະເໜີແນະ​​ບາງບັນຫາທີ່​ກ່ຽວ​ພັນກັບ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ໂດຍການລາຍງານຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບໝາກຜົນຂອງກອງປະຊຸມ ຊາວຫວຽດນາມ ຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໃຫ້ຮູ້ວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນຫຼາຍ, ໄດ້ດຳເນີນໄປໃນຈຸດເວລາຫຼັກແຫຼ່ງທີ່ທົ່ວປວງຊົນຂອງ ຫວຽດນາມ ພວມມານະພະຍາຍາມ ແລະ ເພີ່ມຄວາມໄວໃນການປະຕິບັດບັນດາ​ໜ້າ​ທີ່​ທີ່​ໄດ້​ລະບຸ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ 8 ຂອງ​ພັກ; ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ວັນ​ຄົບຮອບ 20 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ 36-NQ/TW ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ ຊາວ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ​​ໂອ້ລົມກັບ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນ​ວ່າ ບັນດາ​ສະມາຄົມ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຄວາມ​ຮັກ​ແພງ​ເປັນ​ພິ​ເສດ​ຈາກ​ການ​ນຳ​ຂອງ​ພັກ, ລັດ, ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ປະຊາຊົນ​ພາຍໃນ​ປະ​ເທດ ກໍ່​ຄື​ປະຊາ​ຄົມ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ຢືນຢັນ​ວ່າ ປະ​ເທດ​ຊາດ​ ຫວຽດນາມ ຍາມ​ໃດ​ກໍ່​ເປີດ​ກວ້າງ​ອ້ອມແຂນຮັບເອົາບັນດາການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຈາກ​ປະຊາຊົນ, ໂດຍຜ່ານ​ນັ້ນ​ ຈະສ້າງສາປະເທດ ຫວຽດນາມ ໃຫ້ມີ​ຄວາມຈະເລີນຮຸ່ງເຮືອງ​ຂອງ​ທຸກ​ສາຍ​ເລືອດ​ ຫວຽດນາມ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ກໍ່​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄຳເຫັນ​ທີ່ປຶກສາ, ເປັນເສນາທິການທີ່ຈິງໃຈ ແລະ ​ມີຄຸນ​ຄ່າ​ຂອງ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກ່ຽວ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສູງ, ການພັດທະນາສີ​ຂຽວ, ຍືນ​ຍົງ, ອະນຸລັກ​ຮັກສາ ​ແລະ ​ໂຄສະນາເຜີຍແຜ່​ວັດທະນະທຳ​, ພາສາຂອງ​ຊາດ​ ຫວຽດນາມ, ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນ... ທີ່ກອງ​ປະ​ຊຸມ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດທົ່ວໂລກ​ ຄັ້ງ​ທີ 4.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ປາດ​ຖະໜາ​ວ່າ ພົນລະ​ເມືອງ​ຢູ່​ຕ່າງປະ​ເທດ 6 ລ້ານ​ຄົນ​ຈະ​ເປັນອັນ​ໜຶ່ງອັນ​ດຽວ, ດ້ວຍ​ຄວາມ​ເຊື່ອ​ໝັ້ນ, ເຈດຈຳນົງ ແລະ ຄວາມ​ມານະ​ພະຍາຍາມ​ຮ່ວມກັນ ເພື່ອ​ມຸ່ງໄປເຖິງການ​ປະຕິບັດ​ຄວາມ​​ປາດ​ຖະໜາ​ຂອງ​ການ​ສ້າງ​ສາປະ​ເທດ​ຊາດ​ເຂັ້ມ​ແຂງແຮງກ້າ, ຈະເລີນຮຸ່ງເຮືອງ, ມີ​ຄວາມ​ຜາ​ສຸກ ດັ່ງ​ທີ່​ລຸງ ​ໂຮ່ ​ໄດ້​ກ່າວ​ຕໍ່​ ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ​ເມື່ອ​ໄປ​ຢ້ຽມ​ຢາມ ຝ​ລັ່ງ ເມື່ອ​ປີ 1946: “ຊາວ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ​ແຕ່​ລະ​ຄົນ ​ຕ້ອງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຊາ​ຊົນຂອງ ​ຫວຽດ​ນາມ, ແຂ່ງ​ຂັນສູ້ຊົນ ແລະ ພະ​ຍາ​ຍາມ​ຮ່ວມ​ກັນ​ປະ​ກອບ​ສ່ວນເຂົ້າໃນພາລະກິດຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ”.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ໄດ້​ຮຽກຮ້ອງ​ບັນດາ​ນັກ​ຊ່ຽວຊານ, ປັນຍາ​ຊົນ, ນັກວິທະຍາສາດ ​ຫວຽດນາມ ຢູ່​ຕ່າງປະ​ເທດ​ທີ່​ມີ​ເງື່ອນໄຂ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ ​ແລະ ຄວາມຮູ້ທີ່​ກ້າວໜ້ານັ້ນ, ສືບ​ຕໍ່​ນຳ​ເອົາ​​ສະຕິ​ປັນຍາ, ປະສົບ​ການ ​ແລະ ຄວາມ​ຮູ້​ຂອງ​ຕົນເພື່ອສະເໜີຄວາມເຫັນ​ເຂົ້າ​ໃນ​ການ​ສ້າງສາ ແລະ ພັດທະນາບ້ານເກີດເມືອງນອນ; ຫວັງ​ວ່າ​ ປະ​ຊາ​ຊົນ​ບໍ່​ພຽງ​ແຕ່​ກັບ​ເມືອ​ບ້ານ​ເພື່ອ​ລົງ​ທຶນ​ເທົ່າ​ນັ້ນ, ຫາກ​ຍັງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວເຊື່ອມ​ຕໍ່​ນຳ​ສິນ​ຄ້າ, ເຄື່ອງ​ໝາຍການຄ້າ​ຂອງ ​ຫວຽດ​ນາມ ​ອອກ​ສູ່ທົ່ວ​ໂລກຢ່າງແຮງ; ໂຄສະນາສີສັນ​ວັດທະນະທຳ​ຂອງ ຫວຽດນາມ ​ແລະ ມູນເຊື້ອອັນ​ດີງາມ​ຂອງ​ຊາດ​ໄປສູ່​ເພື່ອນ​ມິດສາ​ກົນ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ດີເດັ່ນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດທົ່ວ​ໂລກ​ຄັ້ງ​ທີ 4 ແລະ ເວ​ທີ​ປາ​ໄສ​ປັນຍາຊົນ ແລະ ນັກ​ຊ່ຽວ​ຊານ​ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າ ບໍ່ວ່າປະຊາຊົນ ຫວຽດນາມ ຈະຢູ່ໃສ, ຊີວິດຈະສະດວກ ຫຼື ລຳບາກກໍ່ຕາມ ແຕ່ໃນຫົວໃຈຍາມໃດກໍ່ເຕັມໄປດ້ວຍຄວາມຮັກບ້ານເກີດເມືອງນອນ ແລະ ປະເທດຊາດ ແລະ ຍັງຈື່ສະເໝີວ່າ: “ພາສາຫວຽດນາມ ແມ່ນຈິດວິນຍານຂອງປະເທດຊາດ. ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ກັບ​ບ້ານ​ເກີດ​ເມືອງ​ນອນ​ກໍ່ຕາມ, ​ແຕ່​ພີ່ນ້ອງຕ້ອງ​ຮັກສາ​ພາສາຫວຽດນາມ ​ແລະ ມູນເຊື້ອ​ວັດທະນະທຳ​ຂອງ​ຊາດ ​ເພື່ອ​ໃຫ້​ລູກ​ຫຼານ​ບໍ່ຫຼົງ​ລືມ​ກົກເຄົ້າເຫງົ້າກໍ” ດັ່ງ​ທີ່​ລຸງ ​ໂຮ່​ ເຄີຍ​ຕັກ​ເຕືອນ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ຍາມ​ໃດ​ກໍ່​ຕ້ອນຮັບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອໃຫ້ ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ກັບ​ເມືອ​ບ້ານ​ໄປ​ຢາມ​ພີ່ນ້ອງ, ທ່ອງ​ທ່ຽວ, ລົງທຶນ​ທຳການຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ; ຂໍຮ້ອງຢ່າງສຸດກຳລັງ, ຮັບ​ຟັງແນວ​ຄິດ​ຈິດໃຈ​, ຮັບເອົາຄຳເຫັນປະກອບສ່ວນ ​ແລະ ​ແຜນການ​ສ້າງສາ​ປະ​ເທດ​ຊາດຈາກ​ປະຊາຊົນ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພັກ ​ແລະ ລັດ ຈະ​ສືບ​ຕໍ່​ກໍ່ສ້າງ ​ແລະ ເຮັດໃຫ້ບັນດາ​ແນວທາງ​ນະ​ໂຍບາຍ ສົມບູນແບບ ​ເພື່ອ​ດຶງ​ດູດ ​ແລະ ນຳ​ໃຊ້​ບັນດາ​ຜູ້ເກັ່ງກ້າ, ​ເສີມ​ຂະຫຍາຍ​ຄວາມສາມາດບົ່ມຊ້ອນ, ທ່າແຮງ ​ແລະ ​ແຫຼ່ງກຳລັງ​ອັນ​ລ້ຳ​ຄ່າ​ຂອງ​ ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາປະເທດຊາດ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄໍາເຫັນກ່ຽວກັບການກວດກາແຫຼ່ງທີ່ມາຂອງຜະລິດຕະພັນໃນການສົ່ງອອກ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄໍາເຫັນກ່ຽວກັບການກວດກາແຫຼ່ງທີ່ມາຂອງຜະລິດຕະພັນໃນການສົ່ງອອກ

ຍສໝ - “ສະຖານທີ່ນັດພົບກັນຂອງພີ່ນ້ອງ​ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເລກທີ 1​” ໃນ​ປີ 2024 ດ້ວຍ​ການປະກອບຄໍາເຫັນຫຼາຍຢ່າງຂອງ​ບັນດາພີ່ນ້ອງຊາວ​ຫວຽດ​ນາມ​ທີ່ຢູ່​ຕ່າງ​ປະ​ເທດປິ່ນອ້ອມບັນຫາການ​ຕິດຕາມ​ກວດກາແຫຼ່ງທີ່ມາຂອງຜະລິດຕະພັນ, ​ຮັບ​ປະ​ກັນ​ຄວາມສະອາດ​ປອດ​ໄພຂອງອາຫານ​ເພື່ອ​ສົ່ງ​ອອກ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຍສໝ - ນີ້​ແມ່ນ​ການ​ແບ່ງ​ປັນ​ຂອງ​ທ່ານ Peter ຮົ່ງ, ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ປະທານ​ສະມາຄົມ​ນັກທຸລະກິດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ກ່ຽວ​ກັບ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ​ພາຍ​ໃຕ້​ການ​ນຳພາ​ຂອງ ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ມິງດຶກ

ເຫດການ
302 Found

Found

The document has moved here.