ລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ

08:46 | 30/01/2024

ລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ

ສະຫຼຸບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ ສະຫຼຸບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ
ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ

ເມື່ອລະດູບານໃໝ່ໝູນວຽນມາ, ບັນດາອົງການ, ກົມກອງທະຫານຊາຍແດນ ໃນທົ່ວປະເທດ ຕັ້ງໜ້າສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ຈັດຕັ້ງລາຍການ “ລະດູບານໃໝ່ເຂດຊາຍແດນ ສ້າງຄວາມອົບອຸ່ນໃຫ້ແກ່ຊາວບ້ານ” ດ້ວຍບັນດາກິດຈະກຳເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍ ໄດ້ສ້າງຄວາມຟົດຟື້ນມ່ວນຊື່ນ ແລະຄວາມຜາສຸກໃຫ້ພະນັກງານ, ນັກຮົບ ແລະປະຊາຊົນເຂດຊາຍແດນ, ໝູ່ເກາະທະເລໃນຊຸມວັນນີ້. ຜ່ານລາຍການກໍ່ໄດ້ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນຢູ່ເຂດຊາຍແດນກວ່າອີກ; ລະດົມກໍາລັງໃຈປະຊາຊົນສືບຕໍ່ສາມັກຄີ, ຮ່ວມແຮງຮ່ວມໃຈພ້ອມກັບທະຫານຊາຍແດນ ປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດ ໃຫ້ເປັນຢ່າງດີ.

ເຖິງວ່າອາກາດໜາວຈັດ, ແຕ່ຄ້າຍທະຫານຊາຍແດນ ດ່ານຊາຍແດນ ຈ່ຽງເຄືອງ, ທະຫານຊາຍແດນແຂວງເຊີນລາ ກໍ່ໄດ້ສົມທົບກັບຄະນະການກຸສົນ ນະຄອນຫຼວງຮ່າໂນ້ຍ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ຈັດຕັ້ງລາຍການ “ລະດູບານໃໝ່ເຂດຊາຍແດນ ສ້າງຄວາມອົບອຸ່ນໃຫ້ແກ່ຊາວບ້ານ” - ບຸນເຕັດທີ່ອົບອຸ່ນຢູ່ເຂດພູສູງ ປີ 2024. ທີ່ລາຍການ, ບັນດາກົມກອງ ໄດ້ມອບຂອງຂວັນ 500 ພູດ (700.000 ດົ່ງ/ພູດ), ມອບເຂົ້າສານ 5 ໂຕນ, ເສື້ອກັນໜາວ 1.000 ຜືນ, ຜ້າຫົ່ມ 500 ຜືນໃຫ້ປະຊາຊົນທີ່ປະສົບຄວາມຫຍຸ້ງຍາກ; ມອບລົດຖີບ 100 ຄັນມູນຄ່າ 130 ລ້ານດົ່ງໃຫ້ພວກນ້ອງນັກຮຽນທຸກຍາກແຕ່ຮຽນເກັ່ງ. ນອກຈາກນີ້, ບັນດາກົມກອງ ຍັງໄດ້ມອບດອກໄຟພະລັງງານແສງຕາເວັນ “ເຍືອງທາງ” ຈໍານວນ 20 ດອກມູນຄ່າ 70 ລ້ານດົ່ງ ໃຫ້ບັນດາບ້ານ ຢູ່ຕາແສງຈ່ຽງເຄືອງ, ເມືອງຊົງມ້າ ທີ່ຍັງບໍ່ທັນມີລະບົບໄຟເຍືອງທາງ; ມອບຂອງຂວັນ 50 ພູດໃຫ້ຄອບຄົວນະໂຍບາຍ, ຄອບຄົວປະສົບຄວາມຫຍຸ້ງຍາກໃນກຸ່ມບ້ານດ່ານ, ເມືອງແອດ, ແຂວງຫົວພັນ.

ລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ

ຜູ້ຕາງໜ້າການນໍາທະຫານຊາຍແດນແຂວງເຊີນລາ ແລະຜູ້ບັນຊາການຄ້າຍທະຫານຊາຍແດນ ດ່ານຊາຍແດນ ຈ່ຽງເຄືອງ ພ້ອມກັບຜູ້ໃຈບຸນໃຈກຸສົນ ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບຄວາມຫຍຸ້ງຍາກ ຢູ່ກຸ່ມບ້ານ ດ່ານ, ເມືອງແອດ, ແຂວງຫົວພັນ. ພາບ: ຫງອັກເລິິມ.

ຕາມທ່ານພັນໂທ ຈິ້ງວັນເຢືອງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນ ຈ່ຽງເຄືອງ ແລ້ວ, ເພື່ອຮ່ວມແຮງຮ່ວມໃຈເບິ່ງແຍງດູແລໃຫ້ປະຊາຊົນເຂດຊາຍແດນສອງປະເທດ ມີໂອກາດປຸ້ມລຸມກັນ, ແບ່ງປັນຄວາມມ່ວນຊື່ນໃນຊຸມວັນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ທາງກົມກອງ ໄດ້ເຊື່ອມຕໍ່ກັບຜູ້ໃຈບຸນໃຈກຸສົນ ແລະຂໍຄວາມຊ່ວຍເຫຼືອຈາກອໍານາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນສອງຟາກຊາຍແດນ. ຜ່ານການເຄືື່ອນໄຫວນີ້ ກໍ່ປະກອບສ່ວນຮັດແໜ້ນການພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ.

ດ້ວຍຄວາມປາດຖະໜາຢາກໃຫ້ປະຊາຊົນ ແລະພະນັກງານ, ນັກຮົບເຂດຊາຍແດນ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ແລະຄົບຖ້ວນ, ຫຼາຍຄະນະການກຸສົນ ກໍ່ໄດ້ນໍາເອົາຂອງຂວັນທີ່ເຕັມໄປດ້ວຍຄວາມຮັກແພງມາໃຫ້ເຂດຊາຍແດນ, ທະເລໝູ່ເກາະ. ຜ່ານໄລຍະທາງນັບພັນກິໂລແມັດ ເພື່ອໄປເຖິງເຂດຊາຍແດນຂອງປະເທດ, ໄດ້ເຫັນກັບຕາຄວາມຫຍຸ້ງຍາກລໍາບາກຂອງອ້າຍນ້ອງຢູ່ເຂດຊາຍແດນ, ຫຼື ການໄປລາດຕະເວນຂອງພະນັກງານ, ນັກຮົບທະຫານຊາຍແດນ, ຄະນະການກຸສົນ ກໍ່ໄດ້ເຂົ້າໃຈແຈ້ງກວ່າກ່ຽວກັບຊີວິດທີ່ຫຍຸ້ງຍາກລໍາບາກ ແຕ່ມີຄວາມສະຫງ່າອົງອາດຂອງພະນັກງານ, ນັກຮົບຢູ່ທີ່ນີ້.

ທ່ານນາງ ຫງວຽນທິຖຸ໊ຍເຮື່ອງ ຜູ້ອໍານວຍການບໍລິຫານຂອງ MP Transformation ໃຫ້ຮູ້ວ່າ “ພວກຂ້າພະເຈົ້າ ໄດ້ຮູ້ແລ້ວວ່າ ເຖິງວ່າຊີວິດຍັງປະສົບກັບຄວາມຫຍຸ້ງຍາກ ແຕ່ພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນຊາຍແດນແຂວງເຊີນລາ ເວົ້າລວມ, ເວົ້າສະເພາະແມ່ນໃນບໍລິເວນຕາແສງເມືອງຊາຍ ຍາມໃດກໍສາມັກຄີ, ສະໜິດຕິດພັນກັນສ້າງສາ ແລະພັດທະນາເສດຖະກິດ-ສັງຄົມ ແລະພ້ອມກັບທະຫານຊາຍແດນ ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ໄວ້ຢ່າງໝັ້ນຄົງ. ພວກຂ້າພະເຈົ້າ ຂໍຝາກຂອງຂວັນເລັກໆນ້ອຍໆແຕ່ເຕັມໄປດ້ວຍນໍ້າໃຈຮັກແພງ ແລະການແບ່ງປັນມາຍັງບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກ ດ້ວຍຄວາມປາດຖະໜາວ່າ ໃຜກໍໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ ແລະຄົບຖ້ວນ, ເພື່ອ “ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ” ໃນຊຸມວັນບຸນເຕັດ”.

ລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ

ພະນັກງານຄ້າຍທະຫານຊາຍແດນ ອາຊານ ພ້ອມກັບຜູ້ຕາງໜ້າອໍານາດການປົກຄອງທ້ອງຖິ່ນ ແລະຜູ້ໃຈບຸນໃຈກຸສົນ ມອບ “ເຮືອນແຫ່ງຄວາມຮັກ” ໃຫ້ປະຊາຊົນຕາແສງ ເຈີ ຮີ, ເມືອງ ໄຕຢາງ, ແຂວງກວ໋າງນາມ. ພາບ: ຮົ່ງມິງ.

ທີ່ແຂວງກວ໋າງນາມ, ຕັ້ງແຕ່ຮຸ່ງເຊົ້າ, ປະຊາຊົນຈໍານວນຫຼວງຫຼາຍກໍ່ໄດ້ເຕົ້ມໂຮມຢູ່ຄ້າຍທະຫານຊາຍແດນ ອາຊານ ເພື່ອເຂົ້າຮ່ວມລາຍການ “ລະດູບານໃໝ່ເຂດຊາຍແດນ ສ້າງຄວາມອົບອຸ່ນໃຫ້ແກ່ຊາວບ້ານ”, ໃຜໆກໍຮູ້ສຶກມ່ວນຊື່ນ. ພວກຂ້າພະເຈົ້າຮູ້ສຶກໄດ້ຢ່າງຈະແຈ້ງເຖິງບັນຍາກາດຄວາມກະຕືລືລົ້ນຂອງປະຊາຊົນ, ເພາະວ່າມາແຫ່ງນີ້ ເຂົາເຈົ້າຈະໄດ້ຮັບຂອງຂວັນທີ່ມີຄວາມໝາຍຈາກລາຍການ, ໄດ້ເຂົ້າຮ່ວມບັນດາກິດຈະກໍາເຄື່ອນໄຫວສິລະປະວັດທະນະທໍາ, ກິລາກາຍຍະກໍາ. ພິເສດ, ໃນລາຍການປີນີ້, ກົມກອງ ໄດ້ສົມທົບກັບສະຫະພັນແມ່ຍິງນະຄອນດ່ານັ້ງ ມອບ “ເຮືອນແຫ່ງຄວາມຮັກ” ຈໍານວນ 2 ຫຼັງ ໃຫ້ສະມາຊິກສະຫະພັນແມ່ຍິງ ໃນບໍລິເວນ.

ຈັບມືພະນັກງານທະຫານຊາຍແດນ ອາຊານ ແລະບັນດາຜູ້ໃຈບຸນໃຈກຸສົນ, ທ່ານ ກໍ ເຈືອກ (ຢູ່ບ້ານ ວ່ອງ, ຕາແສງ ເຈີ ຮີ, ເມືອງ ໄຕຢາງ, ແຂວງ ກວ໋າງນາມ) ຮູ້ສຶກສະເທືອນໃຈຈົນນ້ຳຕາຊຶມ, ທ່ານ ກ່າວວ່າ “ນັບແຕ່ສ້າງຄອບຄົວມາຮອດປັດຈຸບັນ” ຍ້ອນຄອບຄົວບໍ່ມີເງື່ອນໄຂ ສະນັ້ນ ທັງຄອບຄົວຕ້ອງຢູ່ໃນເຮືອນຊົ່ວຄາວ. ລາຍຮັບຂອງຄອບຄົວແມ່ນອີງໃສ່ການເຮັດຮັບຈ້າງ ແລະເຮັດນາເທົ່ານັ້ນ ສະນັ້ນ ຂ້າພະເຈົ້າບໍ່ກ້າຄິດເຖິງການປຸກສ້າງເຮືອນໃໝ່. ໂດຍໄດ້ຮັບການຊ່ວຍເຫຼືອຈາກທະຫານຊາຍແດນ ແລະຜູ້ໃຈບຸນໃຈກຸສົນ, ຄອບຄົວຂ້າພະເຈົ້າ ໄດ້ມີເຮືອນຫຼັງໃໝ່ທີ່ງາມຕາ. ເຮືອນຫຼັງນີ້ໄດ້ກໍ່ສ້າງສໍາເລັດກົງກັບໂອກາດຕົ້ນປີໃໝ່. ນັບແຕ່ນີ້, ສອງຜົວເມຍຂ້າພະເຈົ້າ ຈະພະຍາຍາມທໍາມາຫາກິນ, ລ້ຽງດູລູກເພື່ອເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິເທື່ອລະກ້າວ, ສົມກັບການຊ່ວຍເຫຼືອຂອງທະຫານຊາຍແດນ ແລະຜູ້ໃຈບຸນໃຈກຸສົນ”.

ບັນດາວຽກງານທີ່ແທດຈິງຂອງທະຫານຊາຍແດນ ໃນການເຄື່ອນໄຫວເບິ່ງແຍງດູແລບຸນເຕັດໃຫ້ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ ໄດ້ສະແດງໃຫ້ເຫັນຫຼັກສິນທໍາອັນດີງາມຂອງຊາດ, ເພີ່ມທະວີຄວາມສາມັກຄີ, ສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົົນ, ປະກອບສ່ວນຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ປະຊາຊົນ. ເພາະວ່າຄວາມສະຫງົບສຸກ, ຄວາມອີ່ມໜໍາສໍາລານຂອງປະຊາຊົນກໍ່ແມ່ນກໍາລັງໜູນເພື່ອເພີ່ມກໍາລັງແຮງໃຫ້ທະຫານຊາຍແດນຕັດສິນໃຈ, ປົກປັກຮັກສາຊາຍແດນທີ່ຮັກແພງຂອງປະເທດຊາດ.

ສົມເພັດ

302 Found

Found

The document has moved here.