ຊາວ​ຫວຽດນາມ​ ອາໄສຢູ່ ໄທ ໄດ້​ແຕ້ມ​ຮູບ ​ລຸງ​ໂຮ່ ກວ່າ 100 ຮູບ

06:46 | 19/05/2024

ຍສໝ - ດ້ວຍ​ຄວາມພາກພູມ​ໃຈ ແລະ ຄວາມຮັກ​ແພງຕໍ່ ​ລຸງ​ໂຮ່, ນັກແຕ້ມ ດາວຈ້ອງຫຼີ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໄທ ​ໄດ້​ແຕ້ມ​ຮູບ ​ລຸງ​ໂຮ່ ກວ່າ 100 ຮູບ

ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ. ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.
ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ

ວັນ​ທີ 17 ພຶດສະພາ, ຢູ່ຫໍພິພິດທະພັນວິຈິດສິນ ຫວຽດນາມ ໄດ້ເປີດງານ​ວາງ​ສະ​ແດງ “ຫົວ​ໃຈ​ຂອງນັກແຕ້ມຊາວຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ ທີ່ມີຕໍ່ກັບ​ ລຸງ​ໂຮ່”. ງານ​ວາງສະ​ແດງ​ຄັ້ງ​ນີ້ ໂດຍ​ຫໍພິພິທະ​ພັນ​ວິຈິດ​ສິນ​ ​ຫວຽດນາມ ສົມທົບ​ກັບ​ສະມາຄົມ ໄທ-ຫວຽດ ຢູ່​ແຂວງ ນະຄອນ​ພະ​ນົມ, ໄທ​ ໄດ້​ຈັດ​ຕັ້ງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 134 ປີ​ແຫ່ງວັນຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈິ​ມິນ.

​ຮູບ​ແຕ້ມພາບສີ​ນ້ຳມັນ, ສີ​ນ້ຳ 55 ຮູບໄດ້​ຮັບ​ຄັດ​ເລືອກ​ຈາກ​ມໍລະດົກ 100 ກວ່າ​ຮູບ​ແຕ້ມ​ກ່ຽວ​ກັບ​ ລຸງ​ໂຮ່ ຂອງ​ນັກແຕ້ມ ດາວຈ້ອງຫຼີ ກໍ​ໄດ້​ແນະນຳ​ອອກສູ່ປະຊາຊົນ.

ຊາວ​ຫວຽດນາມ​ ອາໄສຢູ່ ໄທ ໄດ້​ແຕ້ມ​ຮູບ ​ລຸງ​ໂຮ່ ກວ່າ 100 ຮູບ

ຮູບແຕ້ມ ລຸງໂຮ່ ອອກແຮງງານ ຂອງນັກແຕ້ມ ດາວຈ້ອງຫຼີ.

ນັກແຕ້ມ ດາວຈ້ອງຫຼີ ເກີດ​ໃນ​ປີ 1951 ​ໃນ​ຄອບຄົວ​ຊາວ​ຫວຽດນາມ ​ທີ່​ມີ​ນ້ຳ​ໃຈ​ຮັກ​ຊາດ​ຢູ່ແຂວງ ​ນະຄອນ​ພະນົມ, ບ້ານເກີດຢູ່​ເມືອງ ກວກອວາຍ, ຮ່າ​ໂນ້ຍ. ທ່ານ ເຄີຍເປັນຜູ້ຄຸ້ມຄອງເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ນະຄອນພະນົມ, ປະທານສະມາຄົມຊາວ ໄທ ທີ່ມີເຊື້ອຊາດ ຫວຽດນາມ ແຂວງ ນະຄອນພະນົມ, ພ້ອມທັງເຂົ້າຮ່ວມການສອນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍ ຫວຽດນາມ ທີ່ອາໄສຢູ່ໄທ. ປະຈຸ​ບັນ, ທ່ານ​ເປັນ​ຫົວໜ້າ​ຄະນະ​ທີ່​ປຶກສາ​ຂອງ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ.

ໂດຍເລີ່ມຕົ້ນຈາກຄວາມ​ພາກພູມ​ໃຈ ​ແລະ ຄວາມ​ຮັກ​ແພງ​ຕໍ່ ລຸງ​ໂຮ່, ບ້ານ​ເກີດ​ເມືອງ​ນອນ, ແຕ່​ປີ 2018 ​ເມື່ອ​ຍ້າຍ​ມາຄຸ້ມ​ຄອງ​ເຂດ​ອະນຸສອນ​ສະຖານປະທານ ​ໂຮ່ຈີ​ມິນ ຢູ່ແຂວງ ນະຄອນ​ພະນົມ, ທ່ານ ດາວຈ້ອງຫຼີ ​ເລີ່​ມ​ແຕ້ມ​ຮູບ ​ລຸງ​ໂຮ່ ຕາມ​ຈິດ​ໃຈ​ຂອງ​ຕົນ ​ແລະ ສ່ວນໜຶ່ງແມ່ນອີງໃສ່ເອກະສານ, ຮູບພາບທີ່ໄດ້ພົບເຫັນ.

ໃນ​ບັນດາ​ຮູບ​ແຕ້ມ​ຂອງ​ນັກ​ແຕ້ມ ດາວຈ້ອງຫຼີ, ຊີວິດ​ການ​ເປັນ​ຢູ່​ຂອງ​ລຸງ​ໂຮ່, ​ແຕ່​ບັນດາຊຸມວັນຕົ້ນເມື່ອຊອກ​ຫາ​ວິທີ​ກູ້​ຊາດ, ເຖິງ​ບັນດາ​​ຂີດ​ໝາຍ​​ສຳຄັນ​ໃນ​ປະຫວັດສາດ​ປະຕິວັດ ຫວຽດນາມ ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ຮູບ​ພາບຜູ້ນຳທີ່ດີເດັ່ນ ແຕ່​ລຽບ​ງ່າຍ, ​ເຕັມ​ໄປ​ດ້ວຍຄວາມຮັກ​ແພງສຳລັບປະຊາຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ.

​ນັກ​ແຕ້ມ ດາວຈ້ອງຫຼີ ຫວັງວ່າ ບັນດາຮູບແຕ້ມຍັງບໍ່ມີຫົວຄິດປະດິດສ້າງປານໃດ, ແຕ່ແມ່ນມາຈາກຫົວໃຈຮັກ ລຸງໂຮ່ ຂອງຕົນ ຈະປະກອບສ່ວນເພີ່ມພູນຄູນສ້າງຄວາມຮັກແພງ ລຸງໂຮ່ ເຊິ່ງບໍ່ພຽງແຕ່ສຳລັບຊາວຫວຽດນາມ ອາໄສຢູ່ ໄທ ເທົ່ານັ້ນ ຫາກຍັງສຳລັບຜູ້ໃດທີ່ໄດ້ເຫັນພາບແຕ້ມ.

ຕາມທ່ານ ຫງວຽນແອງມິງ, ຜູ້ອຳນວຍການຫໍພິພິທະພັນວິຈິດສິນ ຫວຽດນາມ ແລ້ວ, ບັນດາຜົນງານຂອງ​ນັກ​ແຕ້ມ ດາວຈ້ອງຫຼີ ລ້ວນແຕ່ມີຄວາມຮັກແພງຢ່າງເລິກເຊິ່ງກ່ຽວກັບຜູ້ນຳທີ່ດີເດັ່ນ ແຕ່​ລຽບ​ງ່າຍໃນການໃຊ້ຊີວິດປະຈຳວັນ, ເຕັມໄປດ້ວຍຄວາມຮັກແພງປະຊາຊົນ. ງານ​ວາງສະ​ແດງ​ ແມ່ນ​ໂອກາດ​ເພື່ອ​ລະນຶກ ​ແລະ ສະ​ແດງ​ຄວາມຮູ້ບຸນຄຸນຢ່າງ​ເລິກ​ເຊິ່ງຕໍ່ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ປະທານ​ ໂຮ່ຈິ​ມິນ. ນີ້ກໍແມ່ນໂອກາດເພື່ອໃຫ້ປະຊາຊົນພາຍໃນ ແລະ ຕ່າງປະເທດ, ພິເສດ ແມ່ນຮຸ່ນໜຸ່ມໄດ້ເຂົ້າໃຈຕື່ມອີກກ່ຽວກັບຊີວິດການເປັນຢູ່, ພາລະກິດປະຕິວັດອັນຍິ່ງໃຫຍ່, ກໍ່ຄືວິຖີຊີວິດອັນບໍລິສຸດຜຸດຜ່ອງ, ລຽບງ່າຍຂອງປະທານ ໂຮ່ຈິ​ມິນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.