ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ

08:06 | 24/08/2024

ຍສໝ - “ກອງ​ປະຊຸມ​ ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດທົ່ວໂລກ ​ຄັ້ງ​ທີ 4”, “ເວທີ​ປາ​ໄສ​ປັນຍາຊົນ ແລະ ນັກ​ຊ່ຽວ​ຊານ​ ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ປີ 2024” ດ້ວຍ​ຫົວ​ຂໍ້ “ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ​ຮ່ວມແຮງຮ່ວມໃຈປະຕິບັດ​ຄວາມຕັ້ງຫວັງ​ພັດ​ທະ​ນາ​​ປະ​ເທດຊາດໃຫ້ປະກົດຜົນເປັນຈິງ” ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 21-24 ສິງຫາ, ຢູ່ ​ຮ່າ​ໂນ້ຍ.

ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ
ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄໍາເຫັນກ່ຽວກັບການກວດກາແຫຼ່ງທີ່ມາຂອງຜະລິດຕະພັນໃນການສົ່ງອອກ

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ ​ເລ​ທິທູ​ຮັ່ງ ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ໄດ້ໃຫ້​ສຳພາດ​ຕໍ່​ສື່ມວນຊົນ; ​ເນັ້ນ​ໜັກ​ເຖິງ​ຈຸດໝາຍ​ສ້າງ​ພື້ນທີ່ເປີດເພື່ອ​ໃຫ້ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້ແບ່ງປັນ​ຄວາມ​ຄິດ​ເຫັນ ແລະ ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ພັດທະນາ​ຂອງ​ປະ​ເທດ​ໃນ​ສະພາບ​ການ​ໃໝ່.

ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ

ທ່ານ​ນາງ ​ເລ​ທິທູ​ຮັ່ງ ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ.

ຂໍ​​ຮຽນທ່ານ​ນາງຮອງ​ລັດຖະມົນຕີແບ່ງປັນ​ກ່ຽວ​ກັບ​ວຽກງານການຈັດ​ຕັ້ງ “​ກອງ​ປະຊຸມ​ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທົ່ວ​ໂລກ​ ຄັ້ງ​ທີ 4”, “​ເວທີ​ປາ​ໄສ​ປັນຍາ​ຊົນ ​ແລະ ນັກ​ຊ່ຽວຊານ ​ຫວຽດນາມ ຢູ່​ຕ່າງປະ​ເທດ​ ​ປີ 2024” (​ກອງ​ປະຊຸມ ​ແລະ ​ເວທີ​ປາ​ໄສ) ​ເຖິງ​ປະຈຸ​ບັນ ​ແລະ ຈິດ​ໃຈ​ເຂົ້າ​ຮ່ວມ, ຕອບ​ສະໜອງ​ຂອງ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ສຳລັບເຫດການນີ້?

ມາ​ຮອດ​ປະຈຸ​ບັນ, ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ ​ແລະ ​ເວທີ​ປາ​ໄສ​ໄດ້​ສຳ​ເລັດ​ແລ້ວ. ​ແຕ່​ຕົ້ນ​ປີ 2024, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄະນະ, ກະຊວງ, ຂະແໜງການ ​ແລະ ອົງການຈັດຕັ້ງ​ການ​ເມືອງ - ສັງຄົມທີ່ກ່ຽວຂ້ອງ ​ເພື່ອຜັນຂະຫຍາຍ​ແຜນການ​ຈັດ​ຕັ້ງ, ຮັບປະກັນ​ໃຫ້​ທຸກ​ຂັ້ນຕອນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ໄດ້​ໄປຕາມ​ກຳນົດ​ເວລາ ​ແລະ ບັນລຸ​ປະສິດທິ​ຜົນ​ສູງ​ສຸດ. ໃນຕະຫຼອດຂະບວນວິວັດຂອງ​ການ​ກະກຽມ, ພວກຂ້າພະເຈົ້າຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຊີ້​ນຳ​ໂດຍ​ກົງ​ຂອງ​ການ​ນຳ​ຂອງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການຮ່ວມເດີນທາງຂອງບັນດາ​ຄະນະ, ກະຊວງ, ຂະແໜງການ ແລະ ທ້ອງ​ຖິ່ນ.

ກ່ຽວ​ກັບ​ການ​ຕອບ​ສະໜອງ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ລົງທະບຽນ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 500 ກວ່າ​ຄົນ​ທີ່​ມາ​ຈາກ 43 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ນີ້​ແມ່ນ​ຕົວ​ເລກ​ທີ່​ປະ​ທັບ​ໃຈ, ລື່ນ​ກາຍ​ຄວາມ​ຄາດ​ໝາຍ​ເບື້ອງ​ຕົ້ນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ ​ແລະ ຄວາມ​ຮັບຜິດຊອບ​ຢ່າງ​ເລິກ​ເຊິ່ງຂອງ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ເຫດການ​ນີ້.

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ກະ​ກຽມ​ຢ່າງ​ຮອບ​ຄອບ ແລະ ການຕອບ​ສະ​ໜອງ​ຢ່າງຕັ້ງໜ້າ​ຈາກພາຍໃນ​ປະ​ເທດ ແລະ ພິ​ເສດ​ແມ່ນ​ ຊາວ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ​ໃນ​ທົ່ວ​ໂລກ, ກອງ​ປະ​ຊຸມ ແລະ ເວ​ທີ​ປາ​ໄສ​ຄັ້ງ​ນີ້​ຈະ​ບັນ​ລຸ​ຜົນ​ສຳ​ເລັດ, ສ້າງ​ບັນ​ດາ​ຜົນ​ກະ​ທົບທີ່ຕັ້ງໜ້າ ແລະ ຍືນ​ຍາວ​ໃຫ້​ແກ່​ວຽກ​ງານ ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ກໍ່​ຄືຂະ​ບວນ​ການ​ພັດ​ທະ​ນາ​​ຂອງ​ປະ​ເທດຊາດ.

ໂດຍໄດ້ຈັດຂຶ້ນໃນ ປີ 2024 - ເປັນປີບັນພັບໃນການຈັດຕັ້ງປະຕິບັດໜ້າທີ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ທ່ານນາງຮອງລັດຖະມົນຕີສາມາດແບ່ງປັນຈຸດປະສົງ ແລະ ຄວາມໝາຍຂອງກອງປະຊຸມ ແລະ ເວທີປາໄສຄັ້ງນີ້ໄດ້ບໍ່?

ຈຸດປະສົງ​ຕົ້ນຕໍ​ຂອງ​ເຫດການຄັ້ງ​ນີ້​ແມ່ນ ​ສ້າງ​ເວທີ​ປາ​ໄສດ້ວຍພື້ນທີ່​ເປີດ​ເພື່ອໃຫ້ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ​ໄດ້​ມີ​ໂອກາດ​ພົບ​ປະ, ​ແລກປ່ຽນ, ​ແບ່ງປັນ​ຄວາມ​ຄິດ​ເຫັນ ​ແລະ ປະກອບສ່ວນຍິ່ງຫຼາຍກໍ່ຍິ່ງດີ​ເຂົ້າ​ໃນ​ຂະ​ບວນການ​ພັດທະນາ​ປະ​ເທດ​ຊາດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ຮັບ​ຟັງບັນດາ​ຄຳ​ຄິດເຫັນ​ທີ່​ກະ​ຕື​ລື​ລົ້ນ​ຂອງ​ປະຊາ​ຄົມ​ ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ອົງການ​ພາຍ​ໃນ​ປະ​ເທດ​ໄດ້​ຮັບ​ຄຳຄິດ​ເຫັນ ​ແລະ ຂໍ້​ສະ​ເໜີ​ທີ່​ມີ​ຄຸນຄ່າ​ເພື່ອ​ຮັບ​ໃຊ້​ໃຫ້ແກ່ວຽກງານວາງແຜນກຳນົດ​ນະ​ໂຍບາຍ ແລະ ກໍ່ສ້າງ​ຍຸດ​ທະ​ສາດການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ເຫດການນີ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ ແລະ ລັດຖະບານທີ່ມີຕໍ່ກັບປະຊາຄົມ ຊາວຫວຽດນາມ ຢູ່ຕ່າງປະເທດ, ຢັ້ງຢືນບົດບາດ ແລະ ຄວາມສຳຄັນຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມ​ກັນ​ນັ້ນ, ກໍ່​ເນັ້ນ​ໜັກ​ເຖິງ​ນ້ຳ​ໃຈມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສົ່ງເສີມ ​ແລະ ​ເສີມຂະຫຍາຍ​ການ​ປະກອບສ່ວນຂອງ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດຢ່າງເຂັ້ມແຂງ.

ກອງ​ປະຊຸມ ​ແລະ ​ເວທີ​ປາ​ໄສ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ເຊື່ອມ​ໂຍງ​​ປະຊາ​ຄົມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ຍຸດ​ທະ​ສາດ​ຂອງ​ພັກ ​ແລະ ລັດຖະບານ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ຂອງ​ປະ​ເທດຊາດ​ໃນ​ໄລຍະຈະມາເຖິງ.

ຂໍຮຽນທ່ານນາງຮອງລັດຖະມົນຕີ ແບ່ງປັນກ່ຽວກັບຈຸດສຸມ ແລະ ຈຸດໃຫມ່ຂອງກອງປະຊຸມ ແລະ ເວທີປາໄສຄັ້ງນີ້?

​ໂຄງການ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ບັນດາ​ການ​ນຳ​ພັກ ​ແລະ ລັດ; ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ຄະນະ, ກະຊວງ, ຂະແໜງການ, ອົງການ​ຈັດຕັ້ງການ​ເມືອງ - ສັງຄົມ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ… ບໍ່​ພຽງ​ແຕ່​ໃນ​ບົດບາດ​ເປັນ​ຜູ້​ແທນເຂົ້າຮ່ວມ​ເທົ່າ​ນັ້ນ ຫາກ​ຍັງຮ່ວມເດີນທາງ ຫຼື ​ເຂົ້າ​ຮ່ວມ​ໂດຍ​ກົງ​ເປັນ​ປະທານບັນດາ​ວາລະກອງ​ປະຊຸມ​ນຳອີກ.

​ເຫດການຄັ້ງ​ນີ້​ມີ​ຈຸດ​ສຸມ ​ແລະ ຈຸດໃໝ່ຈຳນວນໜຶ່ງທີ່ເປັນໜ້າສົນໃຈ, ສ່ອງແສງໃຫ້​ເຫັນ​ເຖິງ​ການ​ພັດທະນາ​ຢ່າງ​ເຂັ້ມແຂງ ​ແລະ ບົດບາດນັບມື້ນັບ​ສຳຄັນ​ຂອງ​ປະຊາ​ຄົມ​ ຊາວຫວຽດນາມ ຢູ່​ຕ່າງປະ​ເທດ.

ກ່ອນ​ອື່ນ​ໝົດ, ຈຸດ​ສຸມ​ຂອງ​ກອງ​ປະຊຸມ​ແມ່ນ​ເພື່ອ​ຮັບ​ຟັງ ​ແລະ ​​ຮັບ​ເອົາຄຳຄິດເຫັນ​ປະກອບສ່ວນ​ຈາກ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກ່ຽວ​ກັບ​ບັນດາ​ບັນຫາ​ພັດທະນາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ໂລກາພິວັດ ​ແລະ ຜົນ​ສະທ້ອນ​ຂອງການປະ​ຕິວັດ​ການ​ອຸດສາຫະກຳ​ ຄັ້ງ​ທີ 4 ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ. ພວກ​ຂ້າພະ​ເຈົ້າໄດ້ສະຫຼະ​ເວລາ​ຫຼາຍ​​ ເພື່ອ​ໃຫ້​ປະຊາຊົນ​ມີ​ໂອກາດ​ກ່າວຄຳປາໄສ, ​ແບ່ງປັນ​ຄວາມ​ຄິດ​ເຫັນ, ສະເໜີຄວາມເຫັນໃຫ້ແກ່​ການ​ພັດທະນາ​ບ້ານ​ເກີດ​ເມືອງ​ນອນ​ຢ່າງ​ໝັ້ນຄົງ; ພ້ອມ​ກັນ​ນັ້ນ ກໍ່​ແກ້​ໄຂ​ບັນດາບັນຫາ​ທີ່ປະຊາ​ຄົມພວມ​ປະ​ເຊີນ​ໜ້າ​​.

ຈຸດ​ໃໝ່​ອີກ​ອັນ​ໜຶ່ງ​, ນັ້ນ​ແມ່ນ​ເປັນ​ຄັ້ງ​ທຳ​ອິດທີ່ ສະມາຄົມ ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ກັບ​ບັນດາ​ອົງການ​ພາຍ​ໃນ​ປະ​ເທດ​ເປັນ​ເຈົ້າພາບ/ປະທານບັນດາ​ວາລະກອງ​ປະຊຸມ​ຫົວ​ເລື່ອງ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ຄື: ທາດເຄິ່ງຊັກນຳໄຟຟ້າ ​ແລະ ປັນຍາ​ປະດິດ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນເຈົ້າການ, ​ຕັ້ງໜ້າ ກໍ່ຄື​ເປັນ​ການ​ເຕີບ​ໂຕ ​ແລະ ບົດບາດ​ທີ່​ນັບ​ມື້​ນັບ​ສຳຄັນ​ຂອງ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ບໍ່​ພຽງ​ແຕ່​ຢູ່​ບ່ອນ​ທີ່​ເຂົາ​ເຈົ້າ​ດຳລົງ​ຊີວິດ​ເທົ່າ​ນັ້ນ, ຫາກ​ຍັງສຳລັບການ​ພັດທະນາ​ຂອງບ້ານ​ເກີດ​ເມືອງ​ນອນ​ອີກ​ດ້ວຍ.

ທ່ານຮອງລັດຖະມົນຕີສາມາດແບ່ງປັນຄວາມຄາດຫວັງສໍາລັບໝາກຜົນໄດ້ຮັບຂອງກອງປະຊຸມ ແລະ ເວທີປາໄສຄັ້ງນີ້ໄດ້ບໍ່, ຮຽນທ່ານ?

ພວກຂ້າພະເຈົ້າມີຄວາມຄາດຫວັງສູງຕໍ່ໝາກຜົນໄດ້ຮັບຂອງກອງປະຊຸມ ແລະ ເວທີປາໄສຄັ້ງນີ້. ພວກຂ້າພະເຈົ້າຄາດຫວັງວ່າ ບັນດາວາລະກອງປະຊຸມປຶກສາຫາລື ແລະ ແລກປ່ຽນໃນງານດັ່ງກ່າວຈະນຳມາເຊິ່ງແນວຄວາມຄິດປະດິດສ້າງ, ວິທີການແກ້ໄຂໃໝ່ ແລະ ແທດຈິງ, ມີຄວາມສາມາດນຳໃຊ້ໄດ້ສູງ, ພິເສດແມ່ນໃນບັນດາຂົງເຂດທີ່ສຳຄັນເຊັ່ນ: ເຕັກໂນໂລຊີສູງ, ການພັດທະນາແບບຍືນຍົງ ແລະ ນະວັດຕະກຳ. ບັນດາ​ການ​ປະກອບສ່ວນ​ດັ່ງກ່າວ​ຈະ​ແມ່ນ​ແຫຼ່ງກຳລັງ​ອັນ​ລ້ຳ​ຄ່າ ​ເພື່ອ​ໜູນ​ຊ່ວຍໃຫ້ແກ່​ຂະ​ບວນການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດຊາດ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ໂລກາພິວັດ ​ແລະ ການ​ປະຕິວັດ​ອຸດສາຫະກຳ ຄັ້ງ​ທີ 4 ທີ່​ພວມ​ດຳ​ເນີນ​ຢ່າງແຮງ.

ພວກຂ້າພະເຈົ້າກໍ່​ຫວັງ​ວ່າ ​ເຫດການ​ດັ່ງກ່າວ​ຈະ​ປະກອບສ່ວນ​ປັບປຸງ ​ແລະ ​ເປີດ​ກວ້າງ​ເຄືອ​ຂ່າຍ​ການ​ເຊື່ອມ​ຕໍ່​ລະຫວ່າງ​ນັກ​ຊ່ຽວຊານ, ປັນຍາ​ຊົນ, ນັກທຸລະກິດ​ ຫວຽດນາມ ຢູ່ຕ່າງປະເທດກັບ​ບັນດາ​ອົງການ​ພາຍ​ໃນ​ປະ​ເທດ. ໂດຍຜ່ານນັ້ນ, ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ຈະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ​ໃນ​ບັນດາ​ໂຄງການ​ພັດທະນາ​ປະ​ເທດ​ຊາດ, ຈາກນັ້ນ ກໍ່ຈະ​ສ້າງ​ປະຊາ​ຄົມ​ ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ ທີ່​ນັບ​ມື້​ນັບ​ສາມັກຄີ, ​ສະໜິດຕິດພັນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າກວ່າອີກໃຫ້ແກ່​ບ້ານ​ເກີດ​ເມືອງ​ນອນ.

ຂໍຂອບໃຈທ່ານຮອງລັດຖະມົນຕີ!

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຍສໝ - ນີ້​ແມ່ນ​ການ​ແບ່ງ​ປັນ​ຂອງ​ທ່ານ Peter ຮົ່ງ, ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ປະທານ​ສະມາຄົມ​ນັກທຸລະກິດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ກ່ຽວ​ກັບ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ​ພາຍ​ໃຕ້​ການ​ນຳພາ​ຂອງ ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 – 30 ​ເມສາ 2024) ​ແລະ ​ປົດ​ປ່ອຍ​ໝູ່​ເກາະ​ ເຈື່ອງ​ຊາ (29 ​ເມສາ 1975), ຄົບຮອບ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ (7 ພຶດສະພາ 1955), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ...

ມິງດຶກ

ເຫດການ
302 Found

Found

The document has moved here.