ປະສິດທິຜົນຢ່າງຕັ້ງໜ້າຈາກ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຮ່ວມຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ

19:45 | 16/06/2024

ປະສິດທິຜົນຢ່າງຕັ້ງໜ້າຈາກ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຮ່ວມຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ

ການນຳລາວ ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນ ລາວ ການນຳລາວ ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນ ລາວ
ຫວຽດນາມ ສືບຕໍ່ປັບປຸງບັນດາສະຖາບັນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດດຳເນີນທຸລະກິດຢ່າງໝັ້ນຄົງ, ຍາວນານ ແລະ ມີປະສິດທິຜົນ ຫວຽດນາມ ສືບຕໍ່ປັບປຸງບັນດາສະຖາບັນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດດຳເນີນທຸລະກິດຢ່າງໝັ້ນຄົງ, ຍາວນານ ແລະ ມີປະສິດທິຜົນ

ຕອນເຊົ້າວັນທີ 15 ມິຖຸນາ, ກຳປັ່ນ 251, ກອງພົນນ້ອຍ 127, ທະຫານເຂດ 5 ໄດ້ເຂົ້າທຽບທ່າກໍາປັ່ນທະຫານເຮືອເຂດ 5 (ກຽນຢາງ), ສິ້ນສຸດການລາດຕະເວນຮ່ວມ ຄັ້ງທີ 75 ກັບກຳປັ່ນ 1141, ຖານທັບທະເລ Ream, ທະຫານເຮືອກອງທັບລາດຊະວົງ ກຳປູເຈຍ.

ປະສິດທິຜົນຢ່າງຕັ້ງໜ້າຈາກ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຮ່ວມຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ

ກຳ​ປັ່ນ​ທະຫານເຮືອຂອງ​ສອງ​ປະ​ເທດ​ໃນເສັ້ນທາງລາດຕະເວນ. ພາບ: thoidai.com.vn

ກ່ອນ​ໜ້າ​ນັ້ນ, ວັນ​ທີ 14 ມິຖຸນາ, ຢູ່​ເຂດນໍ້າ​ປະຫວັດສາດ ​ຫວຽດນາມ - ກຳປູ​ເຈຍ, ກຳ​ປັ່ນ 251 ​ແລະ ກຳ​ປັ່ນ 1141 ​ໄດ້​ດຳ​ເນີນ​ການ​ລາດຕະ​ເວນ​ຮ່ວມ​ປະຈໍາປີ ​ຄັ້ງ​ທີ 75 ຕາມ​ລະບຽບ​ການ​ສົມທົບກັນລາດຕະ​ເວນຮ່ວມ ​ແລະສ້າງ​ຊ່ອງ​ທາງ​ສື່ສານ​ລະຫວ່າງ​ທະຫານ​ເຮືອປະຊາຊົນ ຫວຽດນາມ ​ແລະ ທະຫານເຮືອກອງທັບລາດຊະວົງ ກຳປູເຈຍ ​ໂດຍ​ຜູ້​ບັນ​ຊາ​ການ​ທະຫານເຮືອ​ສອງປະເທດລົງນາມໃນ​ວັນ​ທີ 14 ກັນຍາ 2002.

​ຂະບວນການລາດຕະເວນ, 2 ຝ່າຍ​ໄດ້ປະຕິບັດລະບຽບການເຄົາລົບກັນ​ ​ລະຫວ່າງກໍາປັ່ນ​ບັນດາ​ປະ​ເທດ ອາ​ຊຽນ (Hello ASEAN); ແລກປ່ຽນຂໍ້​ມູນຂ່າວສານ; ການຝຶກແອບ​​ນໍາ​ໃຊ້ທຸງນ້ອຍທີ່ຈັບດ້ວຍ​ມື​​; ຝຶກແອບຄົ້ນຫາ ແລະກູ້ໄພ ແລະຝຶກແອບກົດແຫ່ງການປະພຶດວ່າດ້ວຍການປະສົບເຫດແບບບັງເອີນຢູ່ທະເລຂຂອງທະຫານເຮືອບັນດາປະເທດມະຫາສະໝຸດປາຊີຟິກຕາເວັນຕົກ (CUES).

​ໃນ​ຂອບ​ເຂດ​ການ​ລາດຕະ​ເວນ, ຜ່ານ​ບັນດາ​ຊ່ອງ​ທາງ​ສື່​ສານ, ທະຫານເຮືອ ຫວຽດນາມ - ກຳປູ​ເຈຍ ໄດ້ຕັ້ງໜ້າ​ໂຄສະນາ, ຂົນຂວາຍ​ຊາວປະມົງ​ສອງປະເທດ​ ​ປະຕິບັດ​ກົດໝາຍ ແລະກົດລະບຽບຢ່າງ​ເຂັ້ມ​ງວດ ​ເມື່ອ​ຂຸດ​ຄົ້ນສິນ​ທະ​ເລ​, ບໍ່ລະເມີດ​ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນ.

ປະສິດທິຜົນຢ່າງຕັ້ງໜ້າຈາກ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຮ່ວມຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ

ຜູ້ບັນຊາການທະຫານເຮືອຫວຽດນາມ ມອບຂອງຂວັນໃຫ້ຜູ້ບັນຊາການທະຫານເຮືອກອງທັບລາດຊະວົງ ກຳປູເຈຍ. ພາບ: thoidai.com.vn

ດ້ວຍ​ການ​ກະກຽມ​ຢ່າງ​ຮອບຄອບ ​ແລະສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ການ​ລາດຕະ​ເວນ​ຮ່ວມ​ ຄັ້ງ​ທີ 75 ລະຫວ່າງ​ທະຫານເຮືອ​ ຫວຽດນາມ ແລະ ​ທະຫານເຮືອກອງທັບລາດຊະວົງ ກຳປູເຈຍ ໄດ້ປະສົບ​ຜົນສຳ​ເລັດຢ່າງຈົບງາມ. ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສັນຕິພາບ, ສະຖຽນ​ລະ​ພາບ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນສອງປະເທດທໍາມາຫາກິນຢູ່​ເຂດ​ນໍ້າ​ປະຫວັດສາດ; ພ້ອມ​ກັນ​ນັ້ນ, ກໍ່ປັບປຸງ ​ແລະພັດທະນາ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະກັນ​ລະຫວ່າງ​ທະຫານເຮືອ​ຫວຽດນາມ ແລະ ​ທະຫານເຮືອກອງທັບລາດຊະວົງ ກຳປູເຈຍ.

ບູນມີ

ເຫດການ
302 Found

Found

The document has moved here.