ຊາວຫວຽດນາມ ຢູ່ ລາວ ຮູ້ສຶກພາກພູມໃຈຕໍ່ຜົນງານທີ່ປະເທດຕົນບັນລຸໄດ້

22:57 | 09/09/2024

ຍສໝ - ຕໍ່​ກັບ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ ​ແລະ ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ ​​ຫວຽດນາມ ​ທີ່​ເຂັ້ມ​ແຂງແຮງກ້າ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຊາວ​ຫວຽດນາມ ຢູ່​ ລາວ ກໍ່ຮູ້ສຶກມີຄວາມສຸກ, ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຮັກ​ບ້ານ​ເກີດ​ເມືອງ​ນອນຫຼາຍກວ່າອີກ.

ຊາວຫວຽດນາມ ຜູ້ທຳອິດທີ່ພິຊິດຈອມພູທີ່ປີນຂຶ້ນຍາກທີ່ສຸດໃນໂລກ ຢູ່ ປາກິດສະຖານ
ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ
ຊາວຫວຽດນາມ ຢູ່ ລາວ ຮູ້ສຶກພາກພູມໃຈຕໍ່ຜົນງານທີ່ປະເທດຕົນບັນລຸໄດ້

ທ່ານ​ນາງ ຫງວຽນ​ທິ​ລານ​ຈີ່, ຮອງຜູ້ອຳນວຍການ​ໂຮງ​ຮຽນ​ສອງ​ພາ​ສາ ​ລາວ - ຫວຽດ​ນາມ ຫງວຽນຢູ.

​ໃນ​ແຕ່ລະໂອກາດ​ວັນ​ຊາດ, ຊາວ​ຫວຽດນາມ ທີ່ພວມອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ​ລາວ ລ້ວນ​ແຕ່ຮູ້ສຶກ​ມີ​ຄວາມ​ສຸກ, ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຮັກ​ບ້ານ​ເກີດ​ເມືອງ​ນອນ​ຕື່ມ​ອີກ ​​ຕໍ່ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ ​ກໍ່ຄືບັນດາການ​ປ່ຽນ​ແປງ​ໃໝ່​ຂອງ ຫວຽດນາມ ​ທີ່ເຂັ້ມ​ແຂງແຮງກ້າ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ພາຍຫຼັງກວ່າ 10 ປີ​ທີ່ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ ລາວ, ທ່ານ​ນາງ ຫງວຽນ​ທິ​ລານ​ຈີ່, ຮອງຜູ້ອຳນວຍການ​​​ໂຮງຮຽນ​ສອງ​ພາສາ ລາວ - ຫວຽດນາມ ຫງວຽນຢູ ຍາມ​ໃດ​ກໍ່​ຮູ້ສຶກ​ຕື້ນຕັນໃຈ ​ແລະ ພາກ​ພູມ​ໃຈ​ທຸກ​ຄັ້ງ​ທີ່​​ວັນ​ຊາດທີ 2 ກັນຍາ ວຽນມາ.

ທ່ານນາງ​ ຈີ້ ​ໄດ້​ແບ່ງປັນ​ວ່າ ໃນທຸກໆ​ຄັ້ງ​ທີ່​​ກັບ​ຄືນເມືອ​ປະ​ເທດ ​ຫວຽດນາມ, ລາວ​ໄດ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ປະ​ເທດຊາດ, ​ຫຼາຍ​ເທື່ອ​ເມື່ອ​ໄປ​ໃກ້ຊິຮອດ​ບ້ານ, ລາວ​ຄິດ​ວ່າ​ໄປຫຼົງ​ທາງ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ບ້ານ​ເກີດ​ເມືອງ​ນອນ. ບັນດາຫຼັງເຮືອນສວຍງາມ, ກວ້າງໃຫຍ່ຖືກປຸກສ້າງຂຶ້ນ, ແຖວຕົ້ນໄມ້ຢູ່ແຄມທາງທີ່ຂຽວສົດງົດງາມ, ຊີວິດການເປັນຢູ່ຂອງປະຊາຊົນໃນບ້ານເກີດເມືອງນອນມີການປ່ຽນແປງໃນແຕ່ລະມື້.

ທ່ານ​ນາງ ຫງວຽນ​ທິ​ລານ​ຈີ່ ​ໃຫ້​ຮູ້​ວ່າ: ພາຍຫຼັງ 79 ປີ​ແຫ່ງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ 2 ກັນຍາ, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ຫວຽດນາມ ​ໄດ້​ຫັນປ່ຽນ​ຈາກ​ພື້ນຖານ​ເສດຖະກິດ​ຕາມ​ແຜນການ​ສັງລວມມາ​ເປັນ​ກົນ​ໄກ​ຕະຫຼາດ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຍູ້ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

ຫວຽດນາມ ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ການ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ ເພື່ອ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ພື້ນຖານເສດຖະກິດ​ເຕີບ​ໂຕ​ທັງທາງ​ດ້ານ​ຂອບຂະໜາດ ​ແລະ ຄຸນ​ນະພາ​ບ; ຈາກ​ປະ​ເທດ​ປິດປະຕູ​ດ້ວຍ​ທີ່ຕັ້ງ​ດ້ານ​ເສດຖະກິດ - ການ​ເມືອງ​ຕ່ຳ, ຫວຽດນາມ ​ໄດ້​ເປີດ​ປະຕູ ​ແລະ ມີ​ການ​ພົວພັນ​ຢ່າງ​ກວ້າງຂວາງ​ກັບ​ປະຊາ​ຄົມ​ສາກົນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ຊີວິດ​ເສດຖະກິດ - ການ​ເມືອງ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຕາມ​ທ່ານ​ນາງ ຫງວຽນ​ທິ​ລານ​ຈີ່ ແລ້ວ, ​ໃນ​ຊຸມ​ປີ​ຜ່ານມາ​, ພັກ ​ແລະ ລັດ​ ຫວຽດນາມ ໄດ້​ມີບັນດາ​ນະ​ໂຍບາຍ​ທີ່​ເໝາະ​ສົມ, ຖືກຕ້ອງ ​ແລະ ສະເໝີຕົ້ນສະເໝີປາຍກ່ຽວກັບ​ ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ.

ທ່ານ ຮວ່າງວັນກວ່ນ, ຮອງປະທານສະມາຄົມວິສາຫະກິດ ຫວຽດນາມ ປະຈໍາ ລາວ ໃຫ້ຮູ້ວ່າ: ໂດຍກຳເນີດ ແລະ ເຕີບໃຫຍ່ໃນສະໄໝທີ່ປະເທດຊາດຫາກໍ່ໄດ້ຮັບການທ້ອນໂຮມເປັນເອກະພາບໃນປີ 1975-1986, ເຊິ່ງເປັນໄລຍະທີ່ ຫວຽດນາມ ພວມຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສ້າງສາປະເທດ.

ຊາວຫວຽດນາມ ຢູ່ ລາວ ຮູ້ສຶກພາກພູມໃຈຕໍ່ຜົນງານທີ່ປະເທດຕົນບັນລຸໄດ້

ທ່ານ ຮວ່າງວັນກວ່ນ, ຮອງປະທານສະມາຄົມວິສາຫະກິດ ຫວຽດນາມ ປະຈໍາ ລາວ.

ປະຈຸ​ບັນ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດທີ່​ມີຄວາມ​ສະຖຽນ​ລະ​ພາບ ​ແລະ ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທີ່​ດີ, ທີ່​ຕັ້ງ​​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກສູງ​ໃນ​ເວທີ​​ສາກົນ, ມີບົດບາດ​ສຳຄັນ​​ໃນ​ບັນດາ​ສະມາຄົມ ​ແລະ ​ເວທີ​ປາ​ໄສ.

​ໃນ​ຖານະ​ເປັນ​ນັກທຸລະກິດ​ຢູ່​ ລາວ, ທ່ານ ຮ່ວາງ​ວັນ​ກວ່ນ ​ໄດ້​ມີ​ຫຼາຍ​ໂອກາດ​​​ເພື່ອກັບເມືອ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ​ໃນແຕ່ລະ​ປີ ​ແລະ ທຸກ​ຄັ້ງ​ທີ່​ກັບ​ຄືນ​ມາ, ທ່ານ​ຮູ້ສຶກ​ວ່າ ປະ​ເທດ​ຕົນ​ມີ​ການ​ປ່ຽນ​ແປງໃນ​ທຸກ​ວັນ. ຢູ່ໃນຕົວເມືອງໃຫຍ່, ຖະໜົນຫົນທາງ, ຕຶກອາຄານສູງ, ເຂດອຸດສາຫະກຳ ແລະ ເຂດພົນລະເມືອງນັບມື້ນັບມີຂອບຂະໜາດໃຫຍ່ ແລະ ສວຍງາມຂຶ້ນ. ແມ້ແຕ່ຢູ່ໃນເຂດຊົນນະບົດ, ເສັ້ນທາງລະຫວ່າງແຂວງ, ລະຫວ່າງເມືອງ ແລະ ລະຫວ່າງບ້ານກໍ່ຍັງມີການກໍ່ສ້າງກວ້າງຂວາງ. ນັບແຕ່ເສັ້ນທາງບ້ານກໍ່ໄດ້ຮັບການຂະຫຍາຍ ແລະ ປູຢາງ. ເຮືອນ, ທົ່ງນາ ແລະ ສວນຢູ່ຊົນນະບົດແມ່ນໄດ້ວາງແຜນຜັງໄວ້ທັງຫມົດ.

​ໂດຍເປັນ​ລຸ້ນແຢນ Z, ນ້ອງ ຟ້າ​ມ​ເຈືອງ​ທ່ຽນ​ເອິ່ນ, ນັກຮຽນ​ ມ7 ຢູ່​ໂຮງຮຽນ​ສອງ​ພາສາ ລາວ - ຫວຽດນາມ ​ຫງວຽນຢູ ໃຫ້​ຮູ້​ວ່າ: ວັນ​ທີ 2 ກັນຍາ​ ແມ່ນ​ໂອກາດ​ທີ່​ ຊາວ​ຫວຽດນາມ​ ທຸກ​ຄົນ​ໃນ​ໂລກ​ນີ້ລ້ວນແຕ່​ມຸ່ງ​ໄປ​ເຖິງປະເທດຊາດ.

ຊາວຫວຽດນາມ ຢູ່ ລາວ ຮູ້ສຶກພາກພູມໃຈຕໍ່ຜົນງານທີ່ປະເທດຕົນບັນລຸໄດ້

ນ້ອງ ຟ້າ​ມ​ເຈືອງ​ທ່ຽນ​ເອິ່ນ, ນັກຮຽນ​ ມ7, ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດນາມ ​ຫງວຽນຢູ.

​ທ່ຽນ​ເອິ່ນ ​ແບ່ງປັນ​ວ່າ ນີ້​ແມ່ນ​ປີ​ທີ 12 ທີ່​ນາງ​ຮ່ຳຮຽນ​ຢູ່​ໂຮງຮຽນ​ແຫ່ງ​ນີ້ ​ແລະ ​ໃນ​ແຕ່ລະປີ, ​ໂຮງຮຽນ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ, ​ພິເສດ ແມ່ນ​ໂຮງຮຽນ​ມັກ​ຈັດ​ຕັ້ງ​ການ​ແຂ່ງຂັນ​ຊອກຮູ້​ກ່ຽວກັບປະຫວັດສາດ​ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ວັນ​ທີ 2 ກັນຍາ ​ສຳລັບນ້ອງໆ​ນັກຮຽນ, ເພື່ອໃຫ້ນ້ອງໆສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ປະ​ເທດຊາດ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ຫຼາຍ​ກວ່າ​ອີກ.

​ທ່ຽນ​ເອິ່ນ ​ຈະ​ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ດຳລົງ​ຊີວິດ​ຢ່າງ​ປອດໃສ​ເຂັ້ມ​ແຂງ, ຢູ່​ຫ່າງ​ໄກ​ຈາກ​ຄວາມ​ຊົ່ວ​ຮ້າຍ​ໃນ​ສັງຄົມ ​ເພື່ອ​ໃຫ້​ກາຍ​ເປັນ​ຜູ້​ທີ່ເປັນປະ​ໂຫຍ​ດ​ໃຫ້​ແກ່​ສັງຄົມ ​ລາວ ​ແລະ ຫວຽດນາມ, ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ​ຫວຽດນາມ - ລາວ ໃຫ້ໝັ້ນຄົງຕະຫຼອດໄປ.

ວັນຊາດ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຄົນທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ຫ່າງຈາກບ້ານເກີດເມືອງນອນໄດ້ຮ່ວມກັນມຸ່ງໄປເຖິງປະເທດຊາດອັນສັກສິດເທົ່ານັ້ນ, ຫາກຍັງເປັນໂອກາດເພື່ອໃຫ້ ຊາວຫວຽດນາມ ລະນຶກເຖິງການເສຍສະຫຼະອັນຍິ່ງໃຫຍ່ຂອງບັນພະບຸລຸດຫຼາຍລຸ້ນຄົນ ເພື່ອພື້ນຖານເອກະລາດຂອງປະເທດຊາດ, ຮູ້​ບຸນ​ຄຸນ​ຕໍ່​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ລຸງ ​ໂຮ່ ​ເພື່ອ​ໃຫ້ ​ຊາວຫວຽດນາມ ​ພ້ອມກັນສາມັກຄີ ​ແລະ ​ສະໜິດຕິດພັນກັນຍິ່ງ​ຂຶ້ນ, ສ້າງສາ​ປະເທດ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

ຊາວຫວຽດນາມ ອາໄລຫາຄຸນງາມຄວາມດີຂອງເທບທິດາ ລາວ ໂຍ່ຍຮວາ

ຊາວຫວຽດນາມ ອາໄລຫາຄຸນງາມຄວາມດີຂອງເທບທິດາ ລາວ ໂຍ່ຍຮວາ

ຍສ​ໝ - ທີ່ພິ​ທີມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ພ້ອມ​ກັນ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ປະ​ເທດ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ, ຜູ້​ຕາງ​ໜ້າ​ການ​ນຳ​ແຂວງ ນິງ​ບິ່ງ, ບັນ​ດາ​ນັກ​ສຶກ​ສາ​ລາວ ທີ່ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຮ​ວາ​ລື, ພິ​ເສດ​ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບ້ານ ທ້າຍ​ເຊີນ ພ້ອມ​ກັບ​ແຂກ​ທີ່ຢູ່ໄກ້ ແລະ ໄກ.

ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ ໜູນຊ່ວຍ​ຊາວຫວຽດນາມ​ອົບ​ພະຍົບ​ອອກ​ຈາກຢູ​ແກຼນ

ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ ໜູນຊ່ວຍ​ຊາວຫວຽດນາມ​ອົບ​ພະຍົບ​ອອກ​ຈາກຢູ​ແກຼນ

ຍສໝ - ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ຮຸງ​ກາຣີ ​ໄດ້​​ຕ້ອນຮັບ ​ແລະໜູນ​ຊ່ວຍ​ຊາວຫວຽດນາມ ​ອົບ​ພະຍົບປະມານ 720 ຄົນທີ່ມາ​ຈາກ ຢູ​ແກຼນ, ​ໃນ​ນັ້ນ 400 ຄົນ​ໄດ້ຮັບການຊ່ວຍເຫຼືອ​ທີ່​ພັກ​ຊົ່ວຄາວ, 320 ຄົນ​ໄດ້​ຮັບ​ອາຫານ, ​ແລະ ຊື້​ປີ້​ລົດ​ໄຟ​ເພື່ອ​ໄປ​ຍັງ​ປະ​ເທດ​ອື່ນຕໍ່.

ມິງດຶກ (ແປຕາມ baomoi.com)

ເຫດການ
302 Found

Found

The document has moved here.