ທ່ານນາງ ປອ ຈ່າມີ: ສະມາຄົມ​ນັກທຸລະກິດ​ຫວຽດນາມ​ຢູ່​ຈີນ​ຈະ​ແບ່ງປັນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ

ທ່ານນາງ ປອ ຈ່າມີ: ສະມາຄົມ​ນັກທຸລະກິດ​ຫວຽດນາມ​ຢູ່​ຈີນ​ຈະ​ແບ່ງປັນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ

ຍ​ສ​ໝ - ທ່ານ ​ປອ ຈ່າມີ ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ ປະຈຳ ຈີນ ​ໄດ້​ແບ່ງປັນ​ກັບ ວາ​ລະ​ສານ​ຍຸກ​ສະ​ໄໝ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນການຊຸກຍູ້​ການ​ລົງທຶນ​ດ້ານ​ການ​ຄ້າ, ໜູນ​ຊ່ວຍ​ການ​ເຊື່ອມ​ໂຍງ​ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ແລະ ຍີ່​ຫໍ້​ຜະລິດ​ຢູ່​ຫວຽດນາມ ກັບ​ຕະຫຼາດ ຈີນ.

ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ

ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ

ຍ​ສ​ໝ - ວັນ​ທີ 28 ມີ​ນາ, ກະ​ຊວງ​ແຮງ​ງານ-ທະ​ຫານ​ເສັຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ ອົດ​ສະ​ຕາ​ລີ ໄດ້​ມີ​ການ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (ຮູບ​ແບບ​ອອນ​ໄລ໌) ລະ​ຫວ່າງ ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ແລະ ລັດ​ຖະ​ບານ​ຫວຽດ​ນາມ ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ພົນ​ລະ​ເມືອງ​ຫວຽດ​ນາມ​ເຂົ້າ​ຮ່ວມ​ໂຄງ​ການ​ແຮງ​ງານ​ກະ​ສິ​ກຳ​ອົດ​ສະ​ຕາ​ລີ.

ກອງ​ປະ​ຊຸມ​ແນະ​ນຳ​ອາ​ຊີບໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ນິວ​ຢອກ ປີ 2022

ກອງ​ປະ​ຊຸມ​ແນະ​ນຳ​ອາ​ຊີບໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ນິວ​ຢອກ ປີ 2022

ວັນທີ 26 ມີນາ, ທ່ານເອກອັກຄະລັດຖູະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວປາໄສໄຂກອງປະຊຸມສຳມະນາແນະນຳປະກອບອາຊີບ ດ້ວຍຫົວຂໍ້ "AMERICAN DREAM" (ຄວາມຝັນ ອາເມລິກາ) 2022.

ວັນ​ບຸນ​ແນະ​ນຳ​ວ​ຽກ​ເຮັດ​ງານ​ທຳ ຟຣີ ​ຢູ່​ຍີ່​ປຸ່ນ​ ສຳລັບ​​ຊາວຫວຽດ​ນາມ

ວັນ​ບຸນ​ແນະ​ນຳ​ວ​ຽກ​ເຮັດ​ງານ​ທຳ ຟຣີ ​ຢູ່​ຍີ່​ປຸ່ນ​ ສຳລັບ​​ຊາວຫວຽດ​ນາມ

ຍ​ສ​ໝ - ສະ​ມາ​ຄົມ​ຊາວ​ໜຸ່ມ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ - VYSA ຈະ​ຈັດ​ຕັ້ງ​ເຫດ​ການ​ “JOB FAIR 2022” ແບບທາງ​ໄກ - ວັນ​ບຸນ​​ວຽກເຮັດ ​ຟ​ຣີ ຢູ່​ຍີ່​ປຸ່ນ ທີ່​ສະ​ຫງວນ​ໃຫ້​ແກ່​ຊາວ​ຫວຽດ​ນາມ.

ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ ໜູນຊ່ວຍ​ຊາວຫວຽດນາມ​ອົບ​ພະຍົບ​ອອກ​ຈາກຢູ​ແກຼນ

ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ ໜູນຊ່ວຍ​ຊາວຫວຽດນາມ​ອົບ​ພະຍົບ​ອອກ​ຈາກຢູ​ແກຼນ

ຍສໝ - ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ຮຸງ​ກາຣີ ​ໄດ້​​ຕ້ອນຮັບ ​ແລະໜູນ​ຊ່ວຍ​ຊາວຫວຽດນາມ ​ອົບ​ພະຍົບປະມານ 720 ຄົນທີ່ມາ​ຈາກ ຢູ​ແກຼນ, ​ໃນ​ນັ້ນ 400 ຄົນ​ໄດ້ຮັບການຊ່ວຍເຫຼືອ​ທີ່​ພັກ​ຊົ່ວຄາວ, 320 ຄົນ​ໄດ້​ຮັບ​ອາຫານ, ​ແລະ ຊື້​ປີ້​ລົດ​ໄຟ​ເພື່ອ​ໄປ​ຍັງ​ປະ​ເທດ​ອື່ນຕໍ່.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ Slovakia ຕັ້ງໜ້າ​ໜູນ​ຊ່ວຍ​ບັນດາພໍ່ແມ່ປະຊາຊົນ

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ Slovakia ຕັ້ງໜ້າ​ໜູນ​ຊ່ວຍ​ບັນດາພໍ່ແມ່ປະຊາຊົນ

ຍສໝ - ໃນໄລຍະຜ່ານມາ, ປະຊາ​ຄົມ​ຊາວ​ຫວຽດນາມ ​ທີ່ອາໄສຢູ່ Slovakia ​ແລະ ພິ​ເສດ​ແມ່ນ​ສະມາຄົມ​ນະຄອນ Kosice ​ແລະ ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກ Slovakia ​ໄດ້ຊ່ວຍ​ເຫຼືອ​ຜູ້ປະຊາຊົນອົບພະຍົບອອກ ຈາກຢູແກຼມ ​ໄປ​ຍັງ​ Slovakia, ໃນນັ້ນມີ​ພົນລະ​ເມືອງ​ຫວຽດນາມ.

ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ

ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ

ຍ​ສ​ໝ - ສະ​ຖານ​ທູດ​ຫວຽດ​ນາມ ແລະ ປະ​ຊາ​ຄົມ​ຄົນ​ຫວຽດ​ນາມ​ປະ​ຈຳ​ເຢຍ​ລະ​ມັນ ຍາມ​ໃດ​ກໍ​ຕັ້ງ​ໜ້າ​ຊ່ວຍ​ເຫຼືອບໍ່​ພຽງ​ແຕ່​ທາງ​ດ້ານ​ລະ​ບຽບ​ກົດ​ໝາຍ, ເອ​ກະ​ສານ ແລະ ຂັ້ນ​ຕອນ​ຕ່າງໆ ແຕ່​ຍັງ​ໃຫ້​ການ​ຊ່ວຍ​ເຫຼືອ​ທັງ​ທາງ​ດ້ານ​ວັດ​ຖຸ ແລະ ສະ​ພາບ​ຈິດ​ໃຈ​ແກ່​ພໍ່​ແມ່​ພີ່​ນ້ອງ​ໃນ​ຂະ​ບວນ​ການ​ອົບ​ພະ​ຍົບ.

ວັດທະນະທຳຫວຽດນາມພົ້ນເດັ່ນໃນເທດສະການຝຣັ່ງໂກໂຟນີຢູປະເທດຝຣັ່ງ

ວັດທະນະທຳຫວຽດນາມພົ້ນເດັ່ນໃນເທດສະການຝຣັ່ງໂກໂຟນີຢູປະເທດຝຣັ່ງ

ຍ​ສ​ໝ - ໃນ​ໂອ​ກາດ​ລະ​ນຶກວັນ​ສາ​ກົນ​ຝ​ຣັ່ງ​ໂກ​ໂຟ​ນີ (20/3), ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ປະ​ຈຳ​ຝ​ຣັ່ງ​ໄດ້​ເຂົ້າ​ຮ່ວມ “ເທດ​ສະ​ການ​ທ້າຍ​ສັບ​ປະ​ດາຝ​ຣັ່ງ​ໂກ​ໂຟ​ນີ 2022” ໄດ້​ຈັດ​ຂຶ້ນ​ໃນ 2 ວັນ ວັນ​ທີ 19 ຫາ 20 ມີ​ນາ 2022 ທີ່​ໝູ່​ບ້ານ​ເຢເບ​ລວ (ແຂວງ​ແຊັງ​ເອ​ແມ​ນ໌, ຫ່າງ​ຈາດ​ປາ​ຣີ 60 ກິ​ໂລ​ແມັດ).

ສ້າງ​ຄວາມ​ສະ​ດວກ​ໃຫ້​ຊາວ​ຫວຽດ​ນາມ​ທີ່​ຍັງ​ເຫຼືອ​ຢູ່ ຢູ​ແກຼນ​ໄດ້​ຍົກ​ຍ້າຍ​​ໄປ​ເຖິງ​ເຂດ​ປອດ​ໄພ

ສ້າງ​ຄວາມ​ສະ​ດວກ​ໃຫ້​ຊາວ​ຫວຽດ​ນາມ​ທີ່​ຍັງ​ເຫຼືອ​ຢູ່ ຢູ​ແກຼນ​ໄດ້​ຍົກ​ຍ້າຍ​​ໄປ​ເຖິງ​ເຂດ​ປອດ​ໄພ

ປັດຈຸບັນ, ກະຊວງການຕ່າງປະເທດ ແລະ ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ລັດເຊຍ ແລະຢູແກຼນສືບຕໍ່ຊຸກຍູ້ ອົງການເຈົ້າໜ້າທີ່ຂອງ ລັດເຊຍ ແລະ ຢູແກຼນ ສົມທົບກັນສ້າງຄວາມສະດວກ ໃຫ້ຊາວຫວຽດນາມທີ່ຍັງເຫຼືອຢູ່ຢູແກຼນ ໄດ້ຍົກຍ້າຍໄປເຖິງເຂດທີ່ປອດໄພ.

ຈັດຕັ້ງການແຂ່ງຂັນແປພາສາຫວຽດໃນທົ່ວລັດເຊຍ ຄັ້ງທີ 1

ຈັດຕັ້ງການແຂ່ງຂັນແປພາສາຫວຽດໃນທົ່ວລັດເຊຍ ຄັ້ງທີ 1

ຍ​ສ​ໝ - ການ​ແຂ່ງ​ຂັນ​ແປ​ພາ​ສາ​ຫວຽດ ຄັ້ງ​ທຳ​ອິດ ໄດ້​ຈັດ​ຂຶ້ນ​ໃຫ້​ແກ່​ບັນ​ດາ​ນັກສຶກ​ສາ ແລະ ນັກຄົ້ນ​ຄວ້າ ຫວຽດ​ນາມ​ໃນ​ທົ່ວ​ລັດ​ເຊຍ ຊຶ່ງ​ສະ​ແດງ​ອອກ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ຄົນ​ລັດ​ເຊຍ, ສັງ​ຄົມ​ລັດ​ເຊຍ​ ຕໍ່​ກັບ​ພາ​ສາ​ຂອງ​ຫວຽດ​ນາມ.

ສະ​ຖານ​ທີ່​ໜູນ​ຊ່ວຍ​ນັກ​ຮຽນ​ຈາກ​ຢູ​ແກຼນ​ກັບມາ​ຫວຽດ​ນາມ​ຮ່ຳ​ຮຽນ

ສະ​ຖານ​ທີ່​ໜູນ​ຊ່ວຍ​ນັກ​ຮຽນ​ຈາກ​ຢູ​ແກຼນ​ກັບມາ​ຫວຽດ​ນາມ​ຮ່ຳ​ຮຽນ

ຍ​ສ​ໝ - ໂຮງ​ຮຽນ Lomonoxop ຮ່າ​ໂນ້ຍ​ ຫາ​ກໍ່​ປະ​ກາດ​ສ້າງ​ທຸ​ກ​ແຫຼ່ງ​ກຳ​ລັງ​ດີ່​ທີ່​ສຸດ, ໜູນ​ຊ່ວຍ​ນັກ​ຮຽນ​ຈາກ​ຢູ​ແກຼນ​ກັບ​ເມືອ​ປະ​ເທດ​ຮ່ຳ​ຮຽນ.

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສັກວັກຊິນໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສັກວັກຊິນໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ

ຕອນເຊ້ົາວັນທີ 17 ມີນາ, ຄະນະອຳນວຍການໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ໄດ້ສົບທົບກັບອົງການສາທາລະນະສຸກສັກວັກຊິນກັນພະຍາດໂຄວິດ-19 ໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ.

ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ

ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ

ຍສໝ - ຄະ​ນະ​ປະຕິບັດງານ​ແຂວງ ດົ່ງ​ທາບ ໂດຍ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຟ້າມ​ທ້ຽນ​ເຫງຍ ນຳ​ໜ້າ​ ໄດ້​ດຳ​ເນີນ​ການ​ໄປ​ຢ້ຽມ​ຢາມ ແລະ ຊອກຮູ້​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ; ພ້ອມ​ກັນ​ນັ້ນກໍ່ໄດ້​ເຮັດ​ວຽກ​ກັບ​ວິ​ສາ​ຫະກິດ ກຳປູ​ເຈຍ ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ຢູ່​ແຂວງ ດົ່ງ​ທາບ.

ສະມາຄົມນັກສຶກສາຫວຽດນາມປະຈຳຝຣັ່ງຈັດລະນຶກການສ້າງຕັ້ງຂຶ້ນຄົບຮອບ 18 ປີ

ສະມາຄົມນັກສຶກສາຫວຽດນາມປະຈຳຝຣັ່ງຈັດລະນຶກການສ້າງຕັ້ງຂຶ້ນຄົບຮອບ 18 ປີ

ຍ​ສ​ໝ - ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ​ປະ​ຈຳ​ຝ​ຣັ່ງ (UEVF) ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ເນື່ອງ​ໃນ​ໂອ​ກາດ​ລະ​ນຶ​ກ​ຄົບ​ຮອບ 18 ປີ ການ​ສ້າງ​ຕັ້ງ​ຂຶ້ນ ຢູ່​ທີ່​ຫ້ອງ​ການ​ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ຝ​ຣັ່ງ.

ພິທີສູດໄຊຍະມຸງຄຸນ ຢູ່ລາວ ອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ເກາະ ກາກມາ

ພິທີສູດໄຊຍະມຸງຄຸນ ຢູ່ລາວ ອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ເກາະ ກາກມາ

ຍສໝ - ຕອນບ່າຍວັນທີ 14 ມີນາ, ທີ່ວັດເຟິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີສູດໄຊຍະມຸງຄຸນອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ພິເສດແມ່ນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບ 64 ຄົນທີ່ເສຍສະຫຼະຊີວິດໃນການຕໍ່ສູ້ປົກປັກຮັກສາກາກມາ ປີ 1988.

ສະມາຄົມນັກສຶກສາຫວຽດນາມປະຈຳປະເທດໂປແລນ ແລະ ໂຣມານີ ຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມຢູ່ປະເທດຢູເຄຣນ

ສະມາຄົມນັກສຶກສາຫວຽດນາມປະຈຳປະເທດໂປແລນ ແລະ ໂຣມານີ ຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມຢູ່ປະເທດຢູເຄຣນ

ຍ​ສ​ໝ - ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສະ​ຖານ​ທູດ, ສະ​ມາ​ຄົມ​ນັກ​ສຶກ​ສາ​ໜຸ່ມ​ຫວຍດ​ນາມ​ປະ​ຈຳ​ປະ​ເທດ​ໂປ​ແລນ ແລະ ໂຣ​ມາ​ນີ ໄດ້​ປະ​ສານ​ສົມ​ທົບ​ຮ່ວມ​ກັບ​ສະ​ມາ​ຊິກ​ສະ​ມາ​ຄົມ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ຕ່າງໆ​ທີ່​ຈຳ​ເປັນ​ເຖິງ​ພົນ​ລະ​ເມືອງ​ຫວຽດ​ນາມ​ໃນ​ການ​ອົບ​ພະ​ຍົບ​ຈາກ​ປະ​ເທດ​ຢູ​ເຄ​ຣນ, ຊ່ວຍ​ເຫຼືອ​ບ່ອນ​ພັກ​ເຊົາ​ຊົ່ວ​ຄາວ​ໃນ​ເວ​ລາ​ລໍ​ຖ້າ​ຖ້ຽວ​ບິນ​ກັບ​ສູ່​ບ້ານ​ເກີດ.

ເວທີສົນທະນາ ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລັດເຊຍ ໃນສະພາບການໃໝ່

ເວທີສົນທະນາ ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລັດເຊຍ ໃນສະພາບການໃໝ່

ຍສໝ - ວັນ​ທີ 9 ມີນາ, ສະຖານທູດ​ຫວຽດນາມ ປະຈຳ ລັດ​ເຊຍ ໄດ້ສົມທົບ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ​ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຊອກຮູ້, ​ແລກປ່ຽນ ​ແລະ ຊອກຫາ​ບັນດາ​ວິທີ​ແກ້​ໄຂ​​ສົມທົບ​ ລະຫວ່າງ​ສະມາຄົມ ​ແລະ ໜູນ​ຊ່ວຍ​ພີ່ນ້ອງ​ຊາວຫວຽດນາມ ຢູ່ ຢູ​ແກຼນ ອົບພະຍົບຫຼົບໄພ ​ມາ​ຢູ່ ລັດ​ເຊຍ.

ມີສະໂມສອນໜຶ່ງ ຊື່ວ່າ ໂຮ່ຈີມິນ

ມີສະໂມສອນໜຶ່ງ ຊື່ວ່າ ໂຮ່ຈີມິນ

ຍສໝ - ຢູ່​ປະ​ເທດ​ເປຣູ, ມີ​ສະ​ໂມ​ສອນ​ບານ​ເຕະ ​ທີ່​ຕັ້ງ​ຊື່​​ປະ​ທານ​ໂຮ່​ຈີ​ມິນ​ຜູ້​ຍິ່ງ​ໃຫຍ່, ພິມຮູບ​​ຂອງ​ເພິ່ນ​ ​ລົງ​ໃນ​ໂລ​ໂກ້. ນັ້ນແມ່ນສະໂມສອນ Deportivo Hochiminh...

ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ

ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ

ຍ​ສ​ໝ - ຮຸ່ງເຊົ້າວັນທີ 10 ມີນາ, ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 300 ຄົນ ທີ່ຍົກຍ້າຍຈາກ ຢູແກຼນ ໄປຍັງ Warsaw (ໂປໂລຍ) ກັບຄືນມາປະເທດ ໄດ້ລົງຈອດຢູ່ສະໜາມບິນ ໂນ້ຍບ່າຍ ຢ່າງປອດໄພ.

ຮ່ວ​ມ​ເດີນ​ທາງ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ຮ່ວ​ມ​ເດີນ​ທາງ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ຍ​ສ​ໝ - ໄລ່​ຮອດ​ວັນ​ທີ 10 ມີ​ນາ, ມີ​ພົນ​ລະ​ເມືອງ​ຫວຽດ​ນາມ ກ່​ວາ 550 ຄົນ ອາ​ໄສ​ຢູ່​ຢູ​ແກຼນ ໄດ້​ກັບ​ຄືນ​ປະ​ເທດ​ໃນ 2 ຖ້ຽວ​ບິນ​ໜູນ​ຊ່ວຍ​ໂດຍ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ປະ​ຕິ​ບັດ.

ຊາວ​ຫວຽດ​ນາມ ອາໄສຢູ່ ຣູ​ມາ​ນີ: ອົບ​ອຸ່ນ​ແຫ່ງສາຍຈິດມິດໃຈເພື່ອນ ຮ່ວມຊາດ ​ໃນ​ຄວາມ​ຫຍຸ້ງ​ຍາກ

ຊາວ​ຫວຽດ​ນາມ ອາໄສຢູ່ ຣູ​ມາ​ນີ: ອົບ​ອຸ່ນ​ແຫ່ງສາຍຈິດມິດໃຈເພື່ອນ ຮ່ວມຊາດ ​ໃນ​ຄວາມ​ຫຍຸ້ງ​ຍາກ

ຍສໝ - ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ຣູ​ມາ​ນີ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ຊຸມ​ປີ 90 ຂອງ​ສະຕະວັດ​ທີ່​ຜ່ານ​ມາ, ໃນເບື້ອງຕົ້ນ​ແມ່ນ​ບັນດາ​ນັກ​ສຶກສາ, ຜູ້​ທີ່​ມາ​ຮ່ຳຮຽນ, ​ອອກແຮງງານ ​ແລະ ຕັ້ງ​ຖິ່ນ​ຖານ​ຢູ່​ປະ​ເທດເພື່ອນ​ຢ່າງ​ຖາວອນ.

ນັກອອກແບບຫວຽດນາມ ນຳສະເໜີ ຊຸດສະສົມຢູ່ ສັບ​ປະ​ດາ Milan Fashion Week

ນັກອອກແບບຫວຽດນາມ ນຳສະເໜີ ຊຸດສະສົມຢູ່ ສັບ​ປະ​ດາ Milan Fashion Week

ຍ​ສ​ໝ - ຕາມຂໍ້ມູນຈາກນັກອອກແບບ ​ຟານ​ດັງ​ຮ່​ວາງ ໃຫ້ຮູ້ວ່າ: ຊຸດສະສົມ “La Peinture” ໃນໂຄງການ “Inside ຫວຽດນາມ” ຖືກແນະນຳໂດຍລາວໃນສັບ​ປະ​ດາ Milan Fashion Week 2022, ໃນລະຫວ່າງ​ເຫດ​ການ Afro Fashion Week.

ຕັ້ງໜ້າໂຄສະນາອາຫານ ແລະ ເຄື່ອງດື່ມຫວຽດນາມໃນຕະຫຼາດຍີ່ປຸ່ນ

ຕັ້ງໜ້າໂຄສະນາອາຫານ ແລະ ເຄື່ອງດື່ມຫວຽດນາມໃນຕະຫຼາດຍີ່ປຸ່ນ

ຍ​ສ​ໝ - ດ້ວຍ​ທ່າ​ແຮງ​ໃນ​ກຳ​ມະ​ສີດຫຼາຍ​ສົນ​ທິ​ສັນ​ຍາ​ການ​ເສ​ລີ​ກັບ​ຍີ່​ປຸ່ນ​ຄື: VJEPA, AJCEP, CPTPP, RCEP,… ປະ​ເພດ​ສິນ​ຄ້າ​ອາ​ຫານ, ເຄື່ອງ​ດື່ມ​ຂອງ​ຫວຽດ​ນາມ​ມີ​ໂອ​ກາດ​ຫຼວງຫຼາຍ​ໃນ​ຕະຫຼາດ​ປະ​ເທດ​ຍີ່​ປຸ່ນ.

ພົນລະເມືອງເຊັກໂກ ເຊື້ອຊາດຫວຽດນາມ ຄົນທຳອິດໄດ້ຮັບນາມ ມະຍົດອັນສູງສົ່ງຈາກ ສາທາລະນະລັດເຊັກ

ພົນລະເມືອງເຊັກໂກ ເຊື້ອຊາດຫວຽດນາມ ຄົນທຳອິດໄດ້ຮັບນາມ ມະຍົດອັນສູງສົ່ງຈາກ ສາທາລະນະລັດເຊັກ

ຍສໝ - ວັນທີ 7 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບປະທານາທິບໍດີ ສ.ເຊັກໂກ ທີ່ນະຄອນຫຼວງ Praha, ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານາທິບໍດີ ເຊັກໂກ Tomáš Garrigue ຄົບຮອບ 172 ປີ, ລັດ ແຫ່ງ ເຊັກໂກ ໄດ້ຈັດຕັ້ງພິທີເຊີດຊູນາມມະຍົດລະດັບລັດ ສໍາລັບພົນລະເມືອງເຊັກໂກ ຫຼາຍກວ່າ 60 ຄົນທີ່ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ປະເທດຊາດໃນປີ 2020 ແລະ 2021.

ຍົກສູງພາບພົດຂອງປະຊາຄົມຊາວຫວຽດນາມ ຢູ່ ເຊັກໂກ

ຍົກສູງພາບພົດຂອງປະຊາຄົມຊາວຫວຽດນາມ ຢູ່ ເຊັກໂກ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ສ.ເຊັກ​ໂກ ຖ້າຍຊ່ວນຢຸງ ແລະ ພະ​ນັກ​ງານ​ຂອງ​ສະ​ຖານ​ທູດ ໄດ້​ໄປ​ຢ້ຽມ​ຢາມ​ປະຊາຄົມຊາວ​ຫວຽດ​ນາມ ຢູ່​ແຂວງ Ustecky.

ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ

ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ

ຍ​ສ​ໝ - ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ Rostov ແລະ Voronezh ໜູນຊ່ວຍປະຊາຊົນເຮັດລະບຽບການເອກະສານຜ່ານແດນ, ມີ​ບ່ອນພັກຜ່ອນຊົ່ວຄາວເປັນ​ປົກ​ກະ​ຕິ ແລະ ສະໜອງສິ່ງຂອງທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

ຍ​ສ​ໝ - ຕອນ​ທ່ຽງ​ວັນ​ທີ 8 ມີ​ນາ, ຖ້ຽວ​ບິນ​ໝາຍ​ເລກ VN88 ຂອງ ບໍ​ລິ​ສັດ​ການ​ບິນ Vietnam Airlines ໄດ້​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ອອກຈາກ Bucharest (ຣູ​ມາ​ນີ), ນຳ​ຊາວ​ຫວຽດ​ນາມ 287 ຄົນ​ກັບ​ເມືອ​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບາຍ, ຮ່າ​ໂນ້ຍ ​ຢ່າງ​ປອດ​ໄພ.

ການກວດສຸຂະພາບ ແລະ ໃຫ້ຄຳປຶກສາທາງການແພດໂດຍບໍ່ເສັຍຄ່າໃຫ້ແກ່ຊາວຫວຽດນາມຢູ່ໂຕກຽວ

ການກວດສຸຂະພາບ ແລະ ໃຫ້ຄຳປຶກສາທາງການແພດໂດຍບໍ່ເສັຍຄ່າໃຫ້ແກ່ຊາວຫວຽດນາມຢູ່ໂຕກຽວ

ຍ​ສ​ໝ - ວັນ​ທີ 12 ມີ​ນາ ຢູ່​ທີ່​ວັດ​ໂຊ​ໂຈ​ຈິ, ເລກ​ທີ 4-7-35 ຖະ​ໜົນສິ​ບະ​ໂກະ​ເອນ, ເມືອງ​ມິ​ນາ​ໂຕ, ນະ​ຄອນໂຕ​ກຽວ, ປະ​ເທດຍີ່​ປຸ່ນ ໄດ້​ມີ​ກິດ​ຈະ​ກຳ​ການ​ໃຫ້​ຄຳ​ປຶກ​ສາ​ທາງການ​ແພດ ແລະ ກວດ​ພະ​ຍາດ​ວັນ​ນະ​ໂລກ (ສ່ອງ X-ray ໜ້າ​ເອິກ) ສະ​ເພາະ​ໃຫ້​ຄົນ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ທີ່​ນີ້​ມີ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ພາ​ສາ​ຫວຽດ. ກິດ​ຈະກຳໂຄງ​ການ​ນີ້​ແມ່ນບໍ່​ເສັຍ​ຄ່າ​ໃຊ້​ຈ່າຍ​ໃດໆ ແລະ ບໍ່​ຈຳ​ເປັນ​ຕ້ອງ​ຈອງ​ຄິວ​ກ່ອນ​ລ່ວງ​ໜ້າ.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ມາ​ກາວ ​ພົບ​ປະສັງສັນ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ທີ່ 8 ມີນາ

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ມາ​ກາວ ​ພົບ​ປະສັງສັນ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ທີ່ 8 ມີນາ

ຍສໝ - ສະມາຄົມ​ຊາວ​ຫວຽດນາມ ອາໄສຢູ່​ມາ​ກາວ (ຈີນ) ຫາ​ກໍ່​ຈັດ​ຕັ້ງ​ການພົບປະ ສັງສັນ​ຕົ້ນ​ລະດູບານໃໝ່​ປີ 2022 ​ແລະ ອວຍພອນ​ວັນ​ແມ່ຍິງ​ສາກົນ​ໃນ​ວັນ​ທີ 8 ມີນາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 400 ຄົນ, ​ໃນ​ນັ້ນ​ມີ​ຄະນະ​ບໍລິຫານ​ງານ​ສະມາຄົມ, ແຂກ​ຜູ້​ມີ​ກຽດ ​ແລະ ຜູ້ຕາງໜ້າ 21 ແຂວງ/ນະຄອນ, ຄະນະສິລະປະ, ຄະນະກິລາຂອງປະຊາຄົມຊາວຫວຽດນາມ.

ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ

ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ

ນອກຈາກການສ້າງຕັ້ງຄະນະກຳມະການໜູນຊ່ວຍພໍ່ແມ່ພີ່ນ້ອງຂາວຫວຽດນາມຢູ່ຕ່າງປະເທດທີ່ລີ້ໄພຈາກຢູເຄຣນ, ລວມມີພະນັກງານສະຖານທູດ, ພະນັກງານຂອງສະມາຄົມ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ກໍ່ໄດ້ສ້າງຕັ້ງ 2 ກຸ່ມ ລວມທັງກຸ່ມຂໍ້ມູນຂ່າວສານກົດໝາຍ ແລະ ກຸ່ມພະລາທິການ.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.