ພົນລະເມືອງເຊັກໂກ ເຊື້ອຊາດຫວຽດນາມ ຄົນທຳອິດໄດ້ຮັບນາມ ມະຍົດອັນສູງສົ່ງຈາກ ສາທາລະນະລັດເຊັກ

14:06 | 11/03/2022

ຍສໝ - ວັນທີ 7 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບປະທານາທິບໍດີ ສ.ເຊັກໂກ ທີ່ນະຄອນຫຼວງ Praha, ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານາທິບໍດີ ເຊັກໂກ Tomáš Garrigue ຄົບຮອບ 172 ປີ, ລັດ ແຫ່ງ ເຊັກໂກ ໄດ້ຈັດຕັ້ງພິທີເຊີດຊູນາມມະຍົດລະດັບລັດ ສໍາລັບພົນລະເມືອງເຊັກໂກ ຫຼາຍກວ່າ 60 ຄົນທີ່ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ປະເທດຊາດໃນປີ 2020 ແລະ 2021.

ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ
ໄຂສົກຮຽນພາສາຫວຽດສຳລັບລູກຫຼານພີ່ນ້ອງຊາວຫວຽດນາມຢູ່ເຂດພາກເໜືອ Morava (ສາທາລະນະລັດເຊັກ) ໄຂສົກຮຽນພາສາຫວຽດສຳລັບລູກຫຼານພີ່ນ້ອງຊາວຫວຽດນາມຢູ່ເຂດພາກເໜືອ Morava (ສາທາລະນະລັດເຊັກ)

ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ຂອງ​ລັດ​ທີ່ມີຕໍ່ກັບ​ພົນລະ​ເມືອງ​ທີ່​ໄດ້​ປະກອບສ່ວນ​ສຳຄັນ​ໃຫ້​ປະ​ເທດ​ຊາດໃນ​ຂົງ​ເຂດ​ຕ່າງໆ. ​ໃນ​ນັ້ນ​ມີ​ຊາວ​ເຊັກ​ໂກ ເຊື້ອຊາດ​ຫວຽດນາມ ເຊິ່ງແມ່ນນັກ​ວິ​ສະ​ວະ​ກອນ ຈິ້ງເຕິນ, ຜູ້​ໄດ້​ຮັບ​ຫຼຽນໄຊກຽດຕິຄຸນ ​ເພື່ອພາລະກິດ​ຮັບ​ໃຊ້ປະ​ເທດຊາດ.

ພົນລະເມືອງເຊັກໂກ ເຊື້ອຊາດຫວຽດນາມ ຄົນທຳອິດໄດ້ຮັບນາມ ມະຍົດອັນສູງສົ່ງຈາກ ສາທາລະນະລັດເຊັກ
ພົນລະເມືອງເຊັກໂກ ເຊື້ອຊາດຫວຽດນາມ ຄົນທຳອິດໄດ້ຮັບນາມ ມະຍົດອັນສູງສົ່ງຈາກ ສາທາລະນະລັດເຊັກ. ພາບ: TTXVN

ຕາມ​ການ​ປະກາດ​ຂອງ​ລັດ​ເຊັກໂກ, ວິສະວະກອນ ຈິ້ງເຕິນ ​ໄດ້​ຮັບ​ການ​ຮັບ​ຮູ້ວ່າ ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ເຊັກ​ໂກ - ຫວຽດນາມ ຢູ່​ແຂວງ Morava ​ເໜືອ, ກໍ່ຄື​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ສ.​ເຊັກ​ໂກ ​ແລະ ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.