ການກວດສຸຂະພາບ ແລະ ໃຫ້ຄຳປຶກສາທາງການແພດໂດຍບໍ່ເສັຍຄ່າໃຫ້ແກ່ຊາວຫວຽດນາມຢູ່ໂຕກຽວ

06:30 | 10/03/2022

ຍ​ສ​ໝ - ວັນ​ທີ 12 ມີ​ນາ ຢູ່​ທີ່​ວັດ​ໂຊ​ໂຈ​ຈິ, ເລກ​ທີ 4-7-35 ຖະ​ໜົນສິ​ບະ​ໂກະ​ເອນ, ເມືອງ​ມິ​ນາ​ໂຕ, ນະ​ຄອນໂຕ​ກຽວ, ປະ​ເທດຍີ່​ປຸ່ນ ໄດ້​ມີ​ກິດ​ຈະ​ກຳ​ການ​ໃຫ້​ຄຳ​ປຶກ​ສາ​ທາງການ​ແພດ ແລະ ກວດ​ພະ​ຍາດ​ວັນ​ນະ​ໂລກ (ສ່ອງ X-ray ໜ້າ​ເອິກ) ສະ​ເພາະ​ໃຫ້​ຄົນ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ທີ່​ນີ້​ມີ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ພາ​ສາ​ຫວຽດ. ກິດ​ຈະກຳໂຄງ​ການ​ນີ້​ແມ່ນບໍ່​ເສັຍ​ຄ່າ​ໃຊ້​ຈ່າຍ​ໃດໆ ແລະ ບໍ່​ຈຳ​ເປັນ​ຕ້ອງ​ຈອງ​ຄິວ​ກ່ອນ​ລ່ວງ​ໜ້າ.

ເກີນ​ເທີ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 ຈາກ ​ສ.ເກົາຫຼີ ແລະ ຍີ່​ປຸ່ນ. ເກີນ​ເທີ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 ຈາກ ​ສ.ເກົາຫຼີ ແລະ ຍີ່​ປຸ່ນ.
ສະ​ມາ​ຄົມ​ມິດ​ຕະ​ພາບ Osaka - ຫ​ວຽດ​ນາມ: ສະ​ຖານ​ທີ່​ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ຍີ່​ປຸ່ນ ສະ​ມາ​ຄົມ​ມິດ​ຕະ​ພາບ Osaka - ຫ​ວຽດ​ນາມ: ສະ​ຖານ​ທີ່​ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ຍີ່​ປຸ່ນ
undefined
ພາບປະກອບ

ກິດ​ຈະ​ກຳ​ດັ່ງ​ກ່າວຈັດ​ຕັ້ງ​ຂຶ້ນ​ໂດຍ​ແມ່ນ TAIHEN ຮ່ວມ​ກັບ​ເຄືອ​ຄ່າຍ​ການ​ເຄື່ອນ​ໄຫວ​ຕ້ານ​ພະ​ຍາດ​ວັນ​ນະ​ໂລກ (ກຸ່ມ​ຄົ້ນ​ຄວ້າວິ​ໄຈ​ສຸ​ຂະ​ພາບຄົນ​ຍ້າຍ​ຖິ່ນ​ຖານ ທີ່​ຂຶ້ນ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວັນ​ນະ​ໂລກ - RIT/ ສະ​ຫະ​ພັນ​ຕ້ານ​ວັນ​ນະ​ໂລກ​ຍີ່​ປຸ່ນ - JATA) ແລະ ສູນ​ແຫ່ງ​ຊາດ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ສຸກ​ຂະ​ພາບ​ໂລກ (NCGM) ແລະ ອົງ​ການ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ​ຊຸມ​ຊົນ.

​​ເວ​ລາ​ມາ​ກວດ​ສຸ​ຂະ​ພາບນັ້ນ, ຊາວ​ຫວຽດ​ນາມ​ຈະ​ໄດ້​ຮັບ​ການ​ໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ສຸ​ຂະ​ພາບ​ຈາກ​ທ່ານ​ໝໍ, ແພດ ແລະ ​ພະ​ຍາ​ບານ, ອອກ​ໜັງ​ສື​ແນະ​ນຳ​ຖ້າ​ຕ້ອງ​ການກວດ​ເພີ່ມ​ເຕີມ​ໃນ​ບັນ​ດາ​ສະ​ຖາ​ບັນ​ການ​ແພດ​ອື່ນ, ອະ​ທິ​ບາຍແກ້​ຂໍ້ຂ້ອງ​ໃຈ​ກ່ຽວ​ກັບ​ວັກ​ຊິນ​ໂຄວິດ-19, ສ່ອງ X-ray ໜ້າ​ເອິກ ແລະ ກວດຄັດ​ກອງວັນ​ນະ​ໂລກ.

ໃນ​ເວ​ລາ​ກວດ​ສຸ​ຂະ​ພາບ​ແຕ່​ລະ​ວັນ​ນັ້ນ​ຈະ​ມີ​ນາຍ​ແປ​ພາ​ສາ​ຊ່ວຍ ແລະ ຜົນ​ການກວດ​ພະ​ຍາດ​ວັນ​ນະ​ໂລກ​ຈະ​ໄດ້​ມອບ​ໃຫ້​ທັນ​ທີ​ໃນ​ວັນ​ດຽວ​ກັນ.

ໃນ​ກໍ​ລະ​ນີ​ກວດ​ພົບ​ເຫັນ​ພະ​ຍາດໄວນັ້ນ, ຄົນ​ເຈັບ​ວັນ​ນະ​ໂລກ​ທີ່ບໍ່​ແຜ່​ລາມ​ໃຫ້​ຄົນ​ອື່ນ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ປິ່ນ​ປົວ​ທີ່​ບ່ອນ​ພັກ​ອາ​ໄສ​ຊຶ່ງບໍ່​ຈຳ​ເປັນ​ຕ້ອງນອນ​ໂຮງ​ໝໍ. ວິ​ທີ​ທີ່​ດີ​ທີ່​ສຸດ​ເພື່ອກວດ​ໃຫ້​ພົບ​ເຫັນ​ພະ​ຍາດ​ວັນ​ນະ​ໂລກໄວ ແມ່ນ​ສ່ອງ X-ray ປອດ. ຖ້າ​ຜົນ​ການ​ບົ່ງ​ມະ​ຕິ​ພະ​ຍາດ​ວັນ​ນະ​ໂລກ, ຄົນ​ເຈັບ​ຈະ​ໄດ້ຮັບ​ການ​ສະ​ໜັບ​ສະ​ໜູ​ນ​ຊ່ວຍ​ເຫຼືອ​ຈາກ​ລະ​ບົບ​ການ​ແພດ​ສາ​ທະ​ລະ​ນະ ຄ່າ​ໃຊ້​ຈ່າຍ​ປິ່ນ​ປົວ​ສ່ວນ​ໃຫຍ່​ຄື​ກັນ​ກັບ​ພະ​ຍາດ​ໂຄວິດ-19 ເຖິງວ່າ​ຈະ​ໝົດ​ກຳ​ນົດ​ການ​ປະ​ກັນ​ສຸ​ຂະ​ພາບ​ຢູ່​ປະ​ເທດ​ຍີ່​ປຸ່ນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.