ຮ່ວ​ມ​ເດີນ​ທາງ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

14:20 | 14/03/2022

ຍ​ສ​ໝ - ໄລ່​ຮອດ​ວັນ​ທີ 10 ມີ​ນາ, ມີ​ພົນ​ລະ​ເມືອງ​ຫວຽດ​ນາມ ກ່​ວາ 550 ຄົນ ອາ​ໄສ​ຢູ່​ຢູ​ແກຼນ ໄດ້​ກັບ​ຄືນ​ປະ​ເທດ​ໃນ 2 ຖ້ຽວ​ບິນ​ໜູນ​ຊ່ວຍ​ໂດຍ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ປະ​ຕິ​ບັດ.

ຫວຽດ​ນາມ ໃຫ້ບູ​ລິ​ມະ​ສິດ​ຢູ່​ຢ່າງ​ສູງ​​ແກ່​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງຫວຽດ​ນາມທີ່ ອາ​ໄສ​ຢູ່ ຢູ​ແກຼນ ຫວຽດ​ນາມ ໃຫ້ບູ​ລິ​ມະ​ສິດ​ຢູ່​ຢ່າງ​ສູງ​​ແກ່​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງຫວຽດ​ນາມທີ່ ອາ​ໄສ​ຢູ່ ຢູ​ແກຼນ
ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ
ຮ່ວ​ມ​ເດີນ​ທາງ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ
ພາບ​ປະ​ກອບ: dangcongsan.vn

ໃນ​ຖ້ຽວ​ບິນ​ເລີ່ມ​ເດີ​ນ​ທາງ ຈາກ Bucharest (ຣູ​ມາ​ນີ) ມີ​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ຕ່ຳ​ກ່​ວາ 12 ອາ​ຍຸ 71 ຄົນ, ໃນ​ນັ້ນ​ມີ ເດັກ​ນ້ອຍ​ມີ​ອາ​ຍຸ​ຕ່ຳ​ກ່​ວາ 2 ປີ 14 ຄົນ. ໄດ້​ຍົກ​ຍ້າຍ​ຈາກ​ນະ​ຄອນ Odessa (ຢູ​ແກຼນ), ທ່ານ ຫງວຽ​ນ​ວັນ​ແທັງ ກ່າວວ່າ: “ໃນ​ເວ​ລາ​ສູ້​ຮົບ​ພວມ​ເຄັ່ງ​ຕຶງ, ເສັ້ນ​​ແດນ​ລະ​ຫວ່າງ​ຄວາມເປັນ​ຕາຍ​ແມ່ນ​ບາງທີ່​ສຸດ, ລັດ​ໄດ້​ຈັດ​ຕັ້ງ​ບັນ​ດາ​ຖ້ຽວ​ບິນ​ຮັບ​ພໍ່​ແມ່​ປະ​ຊາ​ຊົນ​ກັບ​ເມືອ​ປະ​ເທດ​ຫຼົບ​ໄພ. ບັນ​ດາ​ຜູ້​ຄົນ​ທີ່​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ​ຄື​ພວກ​ຂ້າ​ພະ​ເຈົ້າ ຮູ້​ສຶກ​ຕຶ້ນ​ຕັນ​ໃຈ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ, ພັກ ແລະ ລັດ ທີ່ໄດ້​ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ”.

ຜ່ານ​ຊາຍ​ແດນ​ໂດຍ​ກົງ​ເພື່ອ​ແກ້​ໄຂ​ລະ​ບ​ຽບ​ການ​ຕ້ອນ​ຮັບ​ປະ​ຊາ​ຊົນ​ຈາກ​ຢູ​ແກຼນ ແລະ ສັບ​ຊ້ອນ, ຈັດ​​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຂຶ້ນ​ເຮືອ​ບິນ​ກັບ​ຄືນ​ປະ​ເທດໃນ​ບັນ​ດາ​ຖ້ຽວ​ບິນ​ອົບ​ພະ​ຍົບ​ຫຼົບ​ໄພ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຣູ​ມາ​ນີ ດັ້ງ​ເຈິ່​ນ​ຟອງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ເມື່ອ​ຊາວ​ຫວຽດ​ນາມ ນັບ​ຮ້ອຍ​ຄົນ​ໄດ້​ຮັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ.

ທ່ານ​ໃຫ້​ຮູ້​ວ່າ: ພະ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທັງ​ຮັບ​ປະ​ກັນ​ວຽກ​ງານ​ປະ​ຈຳ​ວັນ​ຂອງ​ສະ​ຖານ​ທູດ, ທັງ​ຕ້ອງ​ສຸມ​ໃສ່​ເຂົ້າ​ບັ້ນ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ. ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູງ​ສຸດ​ທີ່​ສຳ​ລັບ​ຊາວ​ຫວຽດ​ນາມ ຕ້ອງ​ຫຼົບ​ໄພ​ຍ້ອນ​ການສູ້​ຮົບ.

ຕາມ​ການ​ສະ​ຖິ​ຕິ​ແລ້ວ, ປັດ​ຈຸ​ບັນ ​ມີ​ຊາວ​ຫວຽດ​ນາມ 53 ລ້ານ​ຄົນ​ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ​ຢູ່ 130 ປະ​ເທດ ແລະ ເຂດ​ແຄ້ວນ. ປະຊາຄົມ​ນັບ​ມື້​ນັບ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ ແລະ ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ທີ່​ສຳ​ຄັນ​ອັນ​ໜຶ່ງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດຊາດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ບາງ​ທ້ອງ​ຖິ່ນ​ຍັງ​ຫຍຸ້ງຍາກ. ສະ​ນັ້ນ, ການ​ປົກປ້ອງ​ພົນລະ​ເມືອງ, ນິຕິ​ກຳຂອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຍາມ​ໃດ​ກໍ່​ໄດ້ຮັບການຖື​ເປັນ​ສຳຄັນ​ຢ່າງ​ຍິ່ງ​ຂອງ​ພັກ ​ແລະ ລັດ.

ບັນດາ​ອົງການ​ຕາງໜ້າ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ພາຍ​ໃນ​ປະ​ເທດ ​ເພື່ອ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ​ໃຫ້ເປັນ​ຢ່າງ​ດີ; ປຶກສາ​ຫາລື​ຢ່າງ​ຕັ້ງໜ້າ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ​ໃຫ້​ແກ່​ພົນລະ​ເມືອງ; ລະດົມ​ການ​ນຳ​ທ້ອງ​ຖິ່ນ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ພົນລະ​ເມືອງ​ຂອງ​ພວກ​ເຮົາ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ; ລະດົມ​ບັນດາ​ສະ​ມາ​ຄົມ​ຊາວ​ຫວຽດນາມ ຕັ້ງໜ້າ​ໜູນ​ຊ່ວຍ​ວຽກ​ງານ​ປົກປ້ອງ​ພົນລະ​ເມືອງ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.