ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ມາ​ກາວ ​ພົບ​ປະສັງສັນ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ທີ່ 8 ມີນາ

16:45 | 09/03/2022

ຍສໝ - ສະມາຄົມ​ຊາວ​ຫວຽດນາມ ອາໄສຢູ່​ມາ​ກາວ (ຈີນ) ຫາ​ກໍ່​ຈັດ​ຕັ້ງ​ການພົບປະ ສັງສັນ​ຕົ້ນ​ລະດູບານໃໝ່​ປີ 2022 ​ແລະ ອວຍພອນ​ວັນ​ແມ່ຍິງ​ສາກົນ​ໃນ​ວັນ​ທີ 8 ມີນາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 400 ຄົນ, ​ໃນ​ນັ້ນ​ມີ​ຄະນະ​ບໍລິຫານ​ງານ​ສະມາຄົມ, ແຂກ​ຜູ້​ມີ​ກຽດ ​ແລະ ຜູ້ຕາງໜ້າ 21 ແຂວງ/ນະຄອນ, ຄະນະສິລະປະ, ຄະນະກິລາຂອງປະຊາຄົມຊາວຫວຽດນາມ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ
ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ມາ​ກາວ ​ພົບ​ປະສັງສັນ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ທີ່ 8 ມີນາ

ລາຍການສະແດງສິລະປະທີ່ການພົບປະສັງສັນ. ພາບ: thoidai.com.vn

ທ່ານ ເຢືອງຈູງ​ດຶກ, ປະທານ​ສະມາຄົມ​ຊາວຫວຽດນາມ ຢູ່​ມາ​ກາວ ​ໃຫ້​ຮູ້​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ, ຄວາມ​ກະຕືລືລົ້ນ ​ແລະ ຄວາມ​ຕັດສິນໃຈ ຮ່ວມແຮງຮ່ວມໃຈປະກອບເຫື່ອແຮງ​ຂອງ​ບັນດາ​ສະມາຊິກ​ຄະນະ​ບໍລິຫານ​ງານ​ສະມາຄົມ​ໃນ​ເບື້ອງ​ຕົ້ນ​ໄດ້​ຕັ້ງໜ້າ​ເຄື່ອນ​ໄຫວສະມາຄົມ ​ແລະ ນໍາມາເຊິ່ງ​ປະສິດທິ​ຜົນ​ບໍ່ໜ້ອຍໃນ​ການ​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວຫວຽດນາມ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແກ້​ໄຂ​ບັນດາ​ຜົນ​ປະ​ໂຫຍ​ດ​ໃຫ້​ບັນດາ​ສະມາຊິກ ​ຄື: ​ໃຫ້​ຄຳ​ປຶກສາ​ດ້ານ​ກົດໝາຍ, ການ​ຊ່ວຍ​ເຫຼືອ​ໃນ​ການຈັດ​ຕັ້ງ​ຖ້ຽວ​ບິນ​​ຮັບ​ພົນລະ​ເມືອງ, ​ຢ້ຽມ​ຢາມຖາມຂ່າວ ລະດົມກໍາລັງໃຈຜູ້ເຈັບປ່ວຍ...

ຜ່ານ​ນັ້ນ, ຕັກເຕືອນ​ໃຫ້​ລູກ​ຫຼານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ​ສະແດງ​ຄວາມ​ຮັບຜິດຊອບ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ມານະພະຍາຍາມອອກ​ແຮງ​, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ສວຍ​ງາມ​ກວ່າ​ອີກ. ພ້ອມທັງປະກອບສ່ວນສ້າງຮູບພາບ​ຊາວ​ຫວຽດ​ນາມ ອັນດີງາມໃນ​ສາຍ​ຕາ​ຂອງ​ຊາວ​ທ້ອງ​ຖິ່ນ ກໍ່​ຄື​ເພື່ອນ​ມິດ​ສາ​ກົນ.

ບູນມີ

ເຫດການ
302 Found

Found

The document has moved here.