ນັກອອກແບບຫວຽດນາມ ນຳສະເໜີ ຊຸດສະສົມຢູ່ ສັບ​ປະ​ດາ Milan Fashion Week

19:00 | 12/03/2022

ຍ​ສ​ໝ - ຕາມຂໍ້ມູນຈາກນັກອອກແບບ ​ຟານ​ດັງ​ຮ່​ວາງ ໃຫ້ຮູ້ວ່າ: ຊຸດສະສົມ “La Peinture” ໃນໂຄງການ “Inside ຫວຽດນາມ” ຖືກແນະນຳໂດຍລາວໃນສັບ​ປະ​ດາ Milan Fashion Week 2022, ໃນລະຫວ່າງ​ເຫດ​ການ Afro Fashion Week.

ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທານ, ຜູ້​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Pfizer Albert Bourla ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທານ, ຜູ້​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Pfizer Albert Bourla
ກຳປັ່ນ 016-ກວາງຈູງ ເດີນທາງໄປຍັງອິນເດຍ ເພື່ອເຂົ້າຮ່ວມການຝຶກຊ້ອມທະຫານເຮືອ MILAN 2022 ກຳປັ່ນ 016-ກວາງຈູງ ເດີນທາງໄປຍັງອິນເດຍ ເພື່ອເຂົ້າຮ່ວມການຝຶກຊ້ອມທະຫານເຮືອ MILAN 2022
ນັກອອກແບບຫວຽດນາມ ນຳສະເໜີ ຊຸດສະສົມຢູ່ ສັບ​ປະ​ດາ Milan Fashion Week
ພາບ​ປະ​ກອບ:ໜັງ​ສື​ພິມ​ເຍິນ​ເຢິນ

ຢູ່​ທີ່​ນີ້, ຟານ​ດິ່ງ​ຮ່ວາງ ​ໄດ້​ມີ​ໂອກາດ​ແນະນຳ “La Peinture” ​ໃຫ້​ແກ່​ ທ່ານນາງ Anna Wintour ບັນນາທິການ​ໃຫຍ່​ວາລະສານ​ແຟຊັນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ Vogue. ລາວ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ລາວ​ໄດ້​ມີ​ໂອກາດ​ແນະນຳ​ຜົນງານ​ຂອງ​ລາວ​ໃຫ້​ທ່ານ​ນາງ Anna Wintour, ກ່ອນ​ນັ້ນ​ແມ່ນ ໃນ​ສັບ​ປະ​ດາ​ແຟຊັນ​ວີ​ກ​ໃນ​ເດືອນ​ກັນຍາ 2021.

ທ່ານ​ນາງ Anna Wintour ໄດ້ຍ້ອງຍໍບັນດາຜົນງານໃນຊຸດສະສົມ ແລະ ຮູ້ສຶກນິ​ຍົມ​ເປັນພິເສດກັບບັນດາສີສັນທີ່ນັກອອກແບບໄດ້ປະສົມປະສານກັບບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຂອງຫວຽດນາມ.

ຊຸດສະສົມ “La Peinture” ຂອງ ຟານ​ດັງ​ຮ່​ວາງ ແມ່ນໄດ້ແຮງບັນດານໃຈຈາກຄວາມງາມຂອງມູນເຊື້ອວັດທະນະທຳຫວຽດນາມ, ທີ່ພົບເຫັນຢູ່ໃນຊຸດອາພອນ, ໝວກ, ເຄື່ອງໃຊ້ສອຍ… ຂອງແມ່ຍິງຫວຽດນາມ ເມື່ອຫຼາຍສັດຕະວັດກ່ອນ. ວັດຖຸ​ພັນ​ທີ່​ຄຸ້ນ​ເຄີຍ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ແມ່ຍິງ​ ໂດຍລາວ​ນຳ​ເຂົ້າ​ໄປ​ໃນ​ຄໍ​ເລັກ​ຊັນ​ດ້ວຍ​ການ​ສ້າງ​ສີສັນ, ​ຮູບ​ແບບ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.