ພິທີສູດໄຊຍະມຸງຄຸນ ຢູ່ລາວ ອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ເກາະ ກາກມາ

10:16 | 17/03/2022

ຍສໝ - ຕອນບ່າຍວັນທີ 14 ມີນາ, ທີ່ວັດເຟິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີສູດໄຊຍະມຸງຄຸນອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ພິເສດແມ່ນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບ 64 ຄົນທີ່ເສຍສະຫຼະຊີວິດໃນການຕໍ່ສູ້ປົກປັກຮັກສາກາກມາ ປີ 1988.

ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ
ພິທີສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານ ການທະຫານຫວຽດນາມ ຢູ່ລາວ ຄົບຮອບ 71 ປີ ພິທີສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານ ການທະຫານຫວຽດນາມ ຢູ່ລາວ ຄົບຮອບ 71 ປີ

ທີ່ພິທີ, ພະອາຈານໃຫຍ່ ທິກມິງກວາງ, ຫົວໜ້າຄະນະປະສານງານສະມາຄົມ ພຸດທະສາສະໜາຫວຽດນາມປະຈໍາລາວ, ເຈົ້າອາວາດວັດເຟິດຕິ໊ກ ນະຄອນຫຼ ວງວຽງຈັນ ໄດ້ກ່າວເຖິງຄວາມໝາຍຂອງການຈັດພິທີສູດໄຊຍະມຸງຄຸນອາໄລຫາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ນັກຮົບ ແລະພີ່ນ້ອງຮ່ວມຊາດ ທີ່ໄດ້ເສຍຊີວິດເພື່ອພາລະກິດປົກປັກຮັກສາອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ, ພິເສດແມ່ນນັກຮົບ 64 ຄົນທີ່ເສຍສະຫຼະຊີວິດຢ່າງ ພິລະອາດຫານຢູ່ກາກມາ ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງຫວຽດນາມ ເມື່ອກ່ອນນີ້ 34 ປີ.

ພິທີສູດໄຊຍະມຸງຄຸນ ຢູ່ລາວ ອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ເກາະ ກາກມາ
ບັນຍາກາດທີ່ພິທີສູດໄຊຍະມຸງຄຸນ. ພາບ: TTXVN

ພະອາຈານໃຫຍ່ ທິກມິງກວາງ ຮຽກຮ້ອງລຸ້ນໜຸ່ມຈົ່ງເສີມຂະຫຍາຍມູນເຊື້ອ ຂອງລຸ້ນພໍ່ລຸ້ນອ້າຍປົກປັກຮັກສາປະເທດຊາດ, ໃນນັ້ນມີດິນຕໍ່ແຜ່ນ, ເຂດນ່ານຟ້າ, ທະເລ, ໝູ່ເກາະ, ໄຫຼ່ທະວີບອັນສັກສິດຂອງປະເທດຊາດ, ເພື່ອໃຫ້ຊາວຫວຽດນາມ ຍືນຍົງຄົງຕົວຕະຫຼອດໄປ; ເນັ້ນໜັກວ່າ ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາພະສົງ ສາມະເນນ, ພຸດທະສາສະນິກະຊົນ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍທີ່ໄດ້ອຸທິດສ່ວນໃຫ້ແກ່ ປະເທດຊາດ ບັນດາຜູ້ທີ່ຈົ່ງຮັກພັກດີ, ເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ.

ບູນມີ

ເຫດການ
302 Found

Found

The document has moved here.