ເວທີສົນທະນາ ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລັດເຊຍ ໃນສະພາບການໃໝ່

17:47 | 15/03/2022

ຍສໝ - ວັນ​ທີ 9 ມີນາ, ສະຖານທູດ​ຫວຽດນາມ ປະຈຳ ລັດ​ເຊຍ ໄດ້ສົມທົບ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ​ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຊອກຮູ້, ​ແລກປ່ຽນ ​ແລະ ຊອກຫາ​ບັນດາ​ວິທີ​ແກ້​ໄຂ​​ສົມທົບ​ ລະຫວ່າງ​ສະມາຄົມ ​ແລະ ໜູນ​ຊ່ວຍ​ພີ່ນ້ອງ​ຊາວຫວຽດນາມ ຢູ່ ຢູ​ແກຼນ ອົບພະຍົບຫຼົບໄພ ​ມາ​ຢູ່ ລັດ​ເຊຍ.

ການກວດສຸຂະພາບ ແລະ ໃຫ້ຄຳປຶກສາທາງການແພດໂດຍບໍ່ເສັຍຄ່າໃຫ້ແກ່ຊາວຫວຽດນາມຢູ່ໂຕກຽວ ການກວດສຸຂະພາບ ແລະ ໃຫ້ຄຳປຶກສາທາງການແພດໂດຍບໍ່ເສັຍຄ່າໃຫ້ແກ່ຊາວຫວຽດນາມຢູ່ໂຕກຽວ
ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ

ທີ່​ການສົນທະນາ, ທ່ານ​ຫົວໜ້າ​ຄະນະວຽກງານປະຊາ​ຄົມ, ທີ່​ປຶກສາ ຫງວຽນ​ຕູງ​ເລີມ ​ໃຫ້​ຮູ້​ວ່າ: ຄະນະ​ໄດ້​ຮັບ​ 23 ຄົນ ​ແລະ ຈໍານວນ​ນີ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ສະຖານທູດ ຫວຽດນາມ ປະຈຳ ລັດ​ເຊຍ ໄດ້​ຈັດ​ໃຫ້​ເຂົາ​ເຈົ້າ​ກັບ​ເມືອ​ບ້ານ ​ດ້ວຍ​ຖ້ຽວ​ບິນທີ່ມີ​ໄວທີ່​ສຸດ​ໃນ​ວັນ​ທີ 12 ມີນາ.

ເວທີສົນທະນາ ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລັດເຊຍ ໃນສະພາບການໃໝ່
ເວທີສົນທະນາ ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລັດເຊຍ ໃນສະພາບການໃໝ່. (ພາບ: TTXVN)

ທ່ານ ​ໂດ​ຊວນ​ຮ່ວາງ, ປະທານ​ສະມາຄົມ​ຊາວ​ຫວຽດນາມ​ຢູ່​ລັດ​ເຊຍ ​ໃຫ້​ຮູ້​ວ່າ: ສະພາບ​ການ​ຢູ່​ລັດ​ເຊຍ​ປະຈຸ​ບັນ​ ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ​ແກ່ຍາວ​ດົນ. ​ໃນ​ສະພາບ​ການ​ດັ່ງກ່າວ, ຊາວ​ຫວຽດນາມ​ຢູ່​ລັດ​ເຊຍ ຕ້ອງ​ມີ​ຄວາມທຸ່ນທ່ຽງ​ທີ່​ສຸດ​ ເພື່ອ​ມີ​ການ​ກະທຳ​ທີ່​ເໝາະ​ສົມ​ທີ່​ສຸດ. ປະຊາ​ຄົມ​ຕ້ອງ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ຮັກແພງຊ່ວຍເຫຼືອກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.