ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ

14:00 | 10/03/2022

ຍ​ສ​ໝ - ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ Rostov ແລະ Voronezh ໜູນຊ່ວຍປະຊາຊົນເຮັດລະບຽບການເອກະສານຜ່ານແດນ, ມີ​ບ່ອນພັກຜ່ອນຊົ່ວຄາວເປັນ​ປົກ​ກະ​ຕິ ແລະ ສະໜອງສິ່ງຂອງທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ.

ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ
ຜະ​ລິດ​ຕະ​ພັນ​ໝາ​ກ​ເຜັດສົດ​ຫວຽດ​ນາມ ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈີນ ໄດ້ຮັບການເຫັນດີ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ​ໄປ​ຍັງ​ຕະຫຼາດ​ຜູ້​ຊົມ​ໃຊ້​ໃຫຍ່​ທີ່​ສຸດ​ໃນ​ໂລກ ຜະ​ລິດ​ຕະ​ພັນ​ໝາ​ກ​ເຜັດສົດ​ຫວຽດ​ນາມ ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈີນ ໄດ້ຮັບການເຫັນດີ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ​ໄປ​ຍັງ​ຕະຫຼາດ​ຜູ້​ຊົມ​ໃຊ້​ໃຫຍ່​ທີ່​ສຸດ​ໃນ​ໂລກ
ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ
ພາບ​ປະ​ກອບ: TTXVN

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ ປະ​ຈຳ ​ມົສກູ ​ແລ້ວ, ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 7 ມີນາ, ຄະນະ​ຜູ້​ແທນ​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ສົມທົບ​ກັບ​ສະມາຄົມ​ຊາວ ຫວຽດນາມ ຢູ່​ບັນດາ​ນະຄອນ​ພາກ​ໃຕ້ ​ລັດ​ເຊຍ ຈັດ​ຕັ້ງ​ພິທີ​ຮັບ​ຊາວ​ອົບ​ພະຍົບຫວຽດນາມ 20 ຄົນ​ ອອກຈາກເຂດ​ສູ້​ຮົບ ຢູ່ຢູ​ແກຼນ ໄປ​ຍັງສະຫະພັນລັດເຊຍ.

ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ Rostov ແລະ Voronezh ໜູນຊ່ວຍປະຊາຊົນເຮັດລະບຽບການເອກະສານຜ່ານແດນ, ມີ​ບ່ອນພັກຜ່ອນຊົ່ວຄາວເປັນ​ປົກ​ກະ​ຕິ ແລະ ສະໜອງສິ່ງຂອງທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ.

ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ, ລຸງ ຮວ່າງ​ມິນ​ຮົ່ງ (ເກີດ​ປີ 1962) - ຜູ້​ໜຶ່ງ​ທີ່​ຫາ​ກໍ່​ອົບ​ພະ​ຍົບ​ຈາກ​ແຂວງ Kharkov ກ່າວ​ວ່າ: “ເມື່ອ​ເກີດ​ສົງ​ຄາມ, ທຸກ​ຄົນ​ມີ​ຄວາມ​ກັງ​ວົນ​ໃຈ, ກິນ​ບໍ່​ໄດ້, ນອນບໍ່​ຫຼັ​ບ, ຍາມ​ໃດ​ກໍ່ຢູ່ໃນທ່າ​ກຽມ​ພ້ອມຫຼົບ​ໄປ​ຍັງ​ບ່ອນ​ລີ້​ໄພ".

ພາຍຫຼັງ​ການ​ປຶກສາ​ຫາລື​ຫຼາຍ​ຄັ້ງ​ກັບ​ສະຖານທູດ​ຫວຽດນາມ ປະຈຳ ລັດ​ເຊຍ ​ແລະ ສະຖານທູດ ຫວຽດນາມ ປະຈຳ ຢູ​ແກຼນ ​ເພື່ອ​ໜູນ​ຊ່ວຍ​ການ​ອົບ​ພະຍົບ​ຈາກ​ເຂດ​ສົງຄາມ, ລຸງ​ຮວ່າ​ງ ພ້ອມ​ດ້ວຍ​ຄອບຄົວ 9 ຄົນ ​ແລະ ຄົນ​ບ້ານ​ໃກ້​ເຮືອນ​ຄຽງ 1 ຄົນ ​ໄດ້​ຕັດສິນ​ໃຈ​ອົບ​ພະຍົບ​ໄປ​ຍັງ​ ລັດ​ເຊຍ.

ທ່ານ ຫວູ​ຮູຍ​ລານ, ຮອງ​ປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່​ນະຄອນ Voronezh ​ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ແຈ້ງ​ການ​ວ່າ ມີຊາວ ຫວຽດນາມ ອົບ​ພະຍົບຈາກ ຢູ​ແກຼນ ​ໄປຍັງ ສະຫະພັນ​ລັດ​ເຊຍ, ສະມາຄົມ​ໄດ້​ເຄື່ອນ​ໄຫວ​ຈົດ​ທະບຽນ​ຮັບ​ເອົາ ​ແລະ ໜູນ​ຊ່ວຍ​ຊາວ​ອົບ​ພະ​ຍົບ.

ຫົວໜ້າ​ສະມາຄົມ​ຊາວ ຫວຽດນາມ ຢູ່ Voronezh ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຕິດ​ຕໍ່​ພົວພັນ ​ແລະ ໜູນ​ຊ່ວຍ​ຊາວ ຫວຽດນາມ ທີ່​ຍັງ​ຕິດ​ຄ້າງ​ຢູ່ ຢູ​ແກຼນ ​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ອົບ​ພະຍົບ​ເຂົ້າໄປຍັງ​ສະຫະພັນ ລັດ​ເຊຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.