ຕັ້ງໜ້າໂຄສະນາອາຫານ ແລະ ເຄື່ອງດື່ມຫວຽດນາມໃນຕະຫຼາດຍີ່ປຸ່ນ

11:59 | 12/03/2022

ຍ​ສ​ໝ - ດ້ວຍ​ທ່າ​ແຮງ​ໃນ​ກຳ​ມະ​ສີດຫຼາຍ​ສົນ​ທິ​ສັນ​ຍາ​ການ​ເສ​ລີ​ກັບ​ຍີ່​ປຸ່ນ​ຄື: VJEPA, AJCEP, CPTPP, RCEP,… ປະ​ເພດ​ສິນ​ຄ້າ​ອາ​ຫານ, ເຄື່ອງ​ດື່ມ​ຂອງ​ຫວຽດ​ນາມ​ມີ​ໂອ​ກາດ​ຫຼວງຫຼາຍ​ໃນ​ຕະຫຼາດ​ປະ​ເທດ​ຍີ່​ປຸ່ນ.

ອາຫານ ຫວຽດນາມ ອາຫານ ຫວຽດນາມ
ຍີ່ປຸ່ນ ໃຫ້​ທຶນ​ຊ່ວຍເຫຼືອ​ລ້າ​ໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ ຍີ່ປຸ່ນ ໃຫ້​ທຶນ​ຊ່ວຍເຫຼືອ​ລ້າ​ໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກົມ​ໃຫຍ່​ພາ​ສີ​ອາ​ກອນ​ຫວຽດ​ນາມ, ຍອດ​ມູນ​ຄ່າການ​ນຳ​ເຂົ້າ-ສົ່ງ​ອອກ​ທັງ​ໝົດ​ລະ​ຫວ່າງ ຫວຽດ​ນາມ ກັບ ຍີ່​ປຸ່ນ ປີ 2021 ບັນ​ລຸ 42,7 ຕື້​ໂດ​ລາ USD, ເພີ່ມ​ຂຶ້ນ 7,8% ທຽບ​ກັບ​ປີ 2020; ໃນ​ນັ້ນ, ການ​ສົ່ງ​ອອກ​ສິນ​ຄ້າ​ຈາກ​ຫວຽດ​ນາມ​ໄປ​ຍັງ​ຍີ່​ປຸ່ນ​ບັນ​ລຸ 20,1 ຕື້​ໂດ​ລາ USD, ເພີ່ມ​ຂຶ້ນ 4,4%; ການ​ນຳ​ເຂົ້າ​ຂອງ​ຫວຽດ​ນາມ​ຈາກ​ຍີ່​ປຸ່ນ​ບັນ​ລຸ 22,6 ຕື້​ໂດ​ລາ USD, ເພີ່ມ​ຂຶ້ນ 11,3%. ການ​ສົ່ງ​ອອກ​ກຸ່ມ​ສິນ​ຄ້າ​ການ​ປະ​ມົງ - ອາ​ຫານ​ຂອງ​ຫວຽດ​ນາມ​ໄປ​ຍັງ​ຍີ່​ປຸ່ນ ປີ 2021 ບັນ​ລຸ 1,8 ຕື້​ໂດ​ລາ USD, ຫຼຸດ​ລົງ 0,5% ທຽບ​ກັບ​ປີ 2020.

ຕັ້ງໜ້າໂຄສະນາອາຫານ ແລະ ເຄື່ອງດື່ມຫວຽດນາມໃນຕະຫຼາດຍີ່ປຸ່ນ
ພາບ​ປະ​ກອບ: congthuong.vn

ປະ​ເທດ​ຍີ່​ປຸ່ນ​ເປັນ​ຕະຫຼາດ​ທີ່​ມີ​ຄວາມ​ຕ້ອງ​ການ​ນຳ​ເຂົ້າ ແລະ ການຊົມ​ໃຊ້ຫຼາຍສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ-ການ​ປະ​ມົງ-ອາ​ຫານ​ຈາກ​ຕ່າງ​ປະ​ເທດ, ປະ​ກອບ​ດ້ວຍ​ປາ ແລະ ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈາກ​ປາ, ກຸ້ງ, ອ່ຽນ, ຊີ້ນ ແລະ ຜະ​ລິ​ດ​ຕະ​ພັນ​ຕ່າງໆ​ຈາກ​ຊີ້ນ, ຖົ່ວ​ເຫຼືອງ, ຜະ​ລິດ​ຕະ​ພັນ​ຈາກທັນ​ຍະ​ພືດ, ຜັກ, ໝາກ​ໄມ້​ສົດ ແລະ ປຸງ​ແຕ່ງ, ກາ​ເຟ,… ຫວຽດ​ນາມ​​ຖືກ​ຕີ​ລາ​ຄາ​ໃຫ້​ເປັນ​ປະ​ເທດ​ທີ່​ມີ​ກຳ​ລັງ​ແຮງ​ທາງ​ດ້ານຜະ​ລິດ​ຕະ​ພັນ​ສິນ​ຄ້າຕ່າງໆ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ແລະ ມີ​ກຳ​ລັງ​ການ​ຜະ​ລິດ​ສະ​ໜອງ​ໄດ້​ດີ​ໃຫ້​ແກ່​ຕະຫຼາດ​ປະ​ເທດ​ຍີ່​ປຸ່ນ.

ປະ​ເພດ​ສິນ​ຄ້າ​ຂອງ​ຫວຽດ​ນາມ​ໄດ້​ປາ​ກົດ​ຕົວໃນຊັ້ນ​ວາງສິນ​ຄ້າ​ຕ່າງໆ​ຂອງ​ບັນ​ດາ​ຮ້ານ​ຊັບ​ພະ​ສິນ​ຄ້າ​ໃຫຍ່​ຢູ່​ຍີ່​ປຸ່ນ ເຊັ່ນ: AEON, Donkihote, Itoyakado,… ຕາມ​ແຜນ​ການ​ຂອງ​ກຸ່ມບໍ​ລິ​ສັດ AEON ທີ່​ເປັນ​ຜູ້​ຈັດ​ຈຳ​ໜ່າຍ​ລາຍ​ໃຫຍ່​ຂອງ​ປະ​ເທດ​ຍີ່​ປຸ່ນ ຈະ​ຍົກ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ຄ້າ​ຫວຽດ​ນາມ​ໄປ​ຍັງ​ຍີ່​ປຸ່ນ​ຂຶ້ນ 1 ຕື້​ໂດ​ລາ USD (ປະ​ມານ 110 ຕື້ເຢນ) ໃນ​ປີ 2025, ຂຶ້ນ​ປະ​ມານ 4 ທົບ​ທຽບ​ກັບ​ປີ 2017.

ນັບ​ແຕ່​ວັນ​ທີ 8 ຫາ 11 ມີ​ນາ, ງານ​ວາງ​ສະ​ແດງ​ອາ​ຫານ - ເຄື່ອງ​ດື່ມ​ສາ​ກົນ FOODEX Japan 2022 ໄດ້ຮວບ​ຮວມບໍ​ລິ​ສັດ​ໃຫຍ່ຫຼາຍ​ແຫ່ງ​ຂອງ​ຍີ່​ປຸ່ນ​ທີ່ຊ່ຽວ​ຊານ​ການນຳ​ເຂົ້າ ແລະ ການ​ຄ້າ​ຜະ​ລິດ​ຕະ​ພັນ​ອາ​ຫານ - ເຄື່ອງ​ດື່ມ​ຈາກ​ຫວຽດ​ນາມ. ພື້ນ​ທີ່​​ບູດວາງ​ສະ​ແດງ​ສິນ​ຄ້າ​ຊາດ​ຫວຽດ​ນາມ​ປະ​ກອບ​ມີ 10 ບູດສິນ​ຄ້າ ຂອງ 5 ບໍ​ລິ​ສັດ​ນຳ​ເຂົ້າ​ທີ່​ມີຄວາມ​ເຊື່ອ​ຖື​ໃນ​ປວງ​ຊົນ​ຫວຽດ​ນາມ​ຢູ່​ຍີ່​ປຸ່ນ.

ຜະ​ລິ​ດ​ຕະ​ພັນ​ທີ່​ນຳ​ມາ​ວາງ​ສະ​ແດງ​ໃນ​ພື້ນ​ທີ່​ບູດ​ສິນ​ຄ້າ​ຫວຽດ​ນາມ ປະ​ກອບ​ມີຫຼາຍຫຼາຍ​ປະ​ເພດ​ອາ​ຫານ ແລະ ເຄື່ອງ​ດື່ມ ເຊັ່ນ: ເສັ້ນເຂົ້າ​ປຸ້ນ - ເສັ້ນລ້ອນ - ເສັ້ນເຝີ ແຫ້ງ, ໝາກ​ໄມ້​ແຊ່​ເຢັນ ແລະ ອົບ​ແຫ້ງ, ແກ່ນໝາກ​ມ່ວງ​ຫິມ​ມະ​ພານ​ຂົ້ວ​ເກືອ, ປະ​ເພດ​ນ້ຳ​ຈີ້ມ​ແຈ່ວ ແລະ ເຄື່ອງ​ເທດ, ກາ​ເຟ​ຂົ້ວ​ປັ່ນ ແລະ ກະ​ປ໋ອງພ້ອມ​ດື່ມ, ເບຍ - ເຫຼົ້າ - ເຄື່ອງ​ດື່ມ​ດັບ​ກະ​ຫາຍ, ນ້ຳກະ​ທິ - ກະ​ທິ​ປຸງ​ແຕ່ງ,… ສິນ​ຄ້າ​ຕ່າງໆ​ໄດ້​ຖືກ​ຄັດ​ສັນ​ມາ​ຢ່າງ​ດີ, ມີ​ການ​ຈັດ​ແຈງວາງ​ສະ​ແດງ​ທີ່​ດຶງ​ດູດ​ສາຍ​ຕາ​ຜູ້​ຄົນ ແລະ ແຂກ​ທີ່​ມາທ່ຽວ​ຊົມ.

ຜະ​ລິດ​ຕະ​ພັນສິນ​ຄ້າຕ່າງໆ​ຂອງ​ຫວຽດ​ນາມ ກໍ​ສາ​ມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຕໍ່​ກັບ​ຜູ້​ນຳ​ເຂົ້າ​ປະ​ເທດ​ເພື່ອນ​ບ້ານ, ພິ​ເສດ​ແມ່ນ​ຕໍ່​ກັບ​ສິນ​ຄ້າ​ກະ​ສິ​ກຳ.

ວິ​ລະ​ຊົນ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ

ອ່ານຫຼາຍທີ່ສຸດ