ສື່ສານກ່ຽວກັບ ອາຊຽນ: ຕ້ອງຫັນຂໍ້ມູນໃຫ້ເປັນຄວາມຮູ້ໃຫ້ແກ່ປະຊາຊົນ

11:46 | 27/04/2024

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ເນັ້ນ​ໜັກ​ໂດຍ​ທ່ານ ຈ້ຽວມິງລອງ - ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ (ກະຊວງຖະແຫຼງຂ່າວ ​ແລະ ການສື່ສານ ຫວຽດນາມ) ທີ່​ກອງ​ປະຊຸມ​ຝຶກ​ອົບຮົມ​ວຽກ​ງານເຜີຍແຜ່ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ອາ​ຊຽນ ​ແລະ UNESCO ​ໂດຍ​ກະຊວງຖະແຫຼງຂ່າວ ​ແລະ ການສື່ສານ ຫວຽດນາມ ຈັດ​ຂຶ້ນໃນວັນ​ທີ 25 ​ເມສາ​ ຢູ່​ ຮ່າ​ໂນ້ຍ.

ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ
ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ

ກອງ​ປະ​ຊຸມ​ຄັ້ງ​ນີ້ ມີການເຂົ້າຮ່ວມຂອງບັນດານັກ​ຂ່າວ, ນັກບັນນາທິການຮັບຜິດຊອບສະເພາະກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາ​ກົນ, ອາ​ຊຽນ ແລະ UNESCO ທີ່ມາຈາກ​ຫຼາຍອົງການຂ່າວສານສື່ມວນຊົນ.

ຕາມ​ຜູ້ຕາງໜ້າ​ກະຊວງ​ຖະແຫຼງຂ່າວ ​ແລະ ການສື່ສານ ຫວຽດນາມ ແລ້ວ: ກອງ​ປະຊຸມ​ ແມ່ນ​ເພື່ອສະໜອງ​ຂໍ້​ມູນ​ທິດ​ທາງ ແລະ ເຮັດໃຫ້ເນື້ອ​ໃນ​ເຜີຍ​ແຜ່​ໃນບັນດາ​ອົງການສື່ມວນຊົນອຸດົມສົມບູນ, ຜ່ານນັ້ນ ກໍປະກອບສ່ວນ​ເຂົ້າໃນການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ໃຫ້ແກ່ປະຊາຊົນ ກ່ຽວ​ກັບ​ຂະບວນການ ຫວຽດນາມ ເຂົ້າ​ຮ່ວມ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງສາກົນ.

ສື່ສານກ່ຽວກັບ ອາຊຽນ: ຕ້ອງຫັນຂໍ້ມູນໃຫ້ເປັນຄວາມຮູ້ໃຫ້ແກ່ປະຊາຊົນ

ທ່ານ ຈ້ຽວມິງລອງ - ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ (ກະຊວງ​​ຖະແຫຼງຂ່າວ ​ແລະ ການສື່ສານ ຫວຽດນາມ) ກ່າວ​ຄຳ​ປາໄສ​ທີ່​ພິທີເປີດກອງ​ປະຊຸມ​ຝຶກ​ອົບຮົມ​ວຽກ​ງານເຜີຍແຜ່ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ອາ​ຊຽນ ​ແລະ UNESCO ໃນວັນທີ 25 ເມສາ. ພາບ: Thuy Duong

ກ່າວ​ຄຳ​ປາໄສ​ທີ່​ເປີດກອງ​ປະຊຸມ, ທ່ານ ຈ້ຽວມິງລອງ - ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ (ກະຊວງ​ຖະແຫຼງຂ່າວ ​ແລະ ການສື່ສານ ຫວຽດນາມ) ໃຫ້ຮູ້ວ່າ ການຜັນຂະຫຍາຍ​ການສື່ສານ​ກ່ຽວ​ກັບ​ບັນດາການ​ເຄື່ອນ​ໄຫວທີ່ກ່ຽວຂ້ອງ​ກັບ​ອາ​ຊຽນ ​ແລະ UNESCO ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ການ​ທູດ​ ຫວຽດນາມ. ບັນດາ​ຂໍ້​ມູນລົງເລິກຂະແໜງ​ທີ່​ໄດ້​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ ແມ່ນ​ແຫຼ່ງຊັບພະຍາກອນ​ທີ່​ມີ​ປະ​ໂຫຍ​ດ, ຮັບ​ໃຊ້​ວຽກງານການຂ່າວ, ຍົກສູງ​ຄຸນ​ນະພາ​ບຂອງ​ບົດ​ຄວາມ​ກ່ຽວ​ກັບ​ວຽກງານ​ການ​ຕ່າງປະ​ເທດ. “ເຮັດແນວໃດ ເພື່ອເຜີຍແຜ່ຢ່າງ​ເລິກ​ເຊິ່ງ, ດີກ​ວ່າ, ຖືກຕ້ອງ, ໜ້າເຊື່ອຖືກ່ວາກ່ຽວກັບຄວາມ​ເຂົ້າ​ໃຈປິ່ນອ້ອມ​ປະຊາ​ຄົມ ​ອາ​ຊຽນ ​ແລະ ບັນດາ​ຫົວ​ຂໍ້ຂອງ UNESCO”, ທ່ານ ຈ້ຽວມິງລອງ ກ່າວຄຳປາໄສ.

ທີ່​ກອງ​ປະຊຸມ, ບັນດານັກປາຖະກະຖາ ​ໄດ້​ແຈ້ງຕໍ່ບັນດາ​ຜູ້​ແທນ 5 ຫົວ​ຂໍ້​ຄື: ແຜນນະໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ. ສະພາບການໂລກ ແລະ ພາກພື້ນ, ບັນດາຜົນກະທົບ ແລະ ອິດທິພົນຕໍ່ ຫວຽດນາມ; ​ໂຄງການ​ປະຕິບັດງານ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວກັບ UNESCO ​ແລະ ບັນດາ​ອະນຸກຳມະການ - ຈຸດສຸມບຸລິມະສິດ​ໃນ​ວຽກງານການສື່ສານ; ອະນຸລັກຮັກສາເຂດສະຫງວນຊີວະພາບ ກູລາວຈາມ - ໂຮ້ຍອ່ານ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ; ຜົນງານການສ້າງສາ​ປະຊາ​ຄົມ ​ອາ​ຊຽນ, ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ ອາ​ຊຽນ​ ໃນ​ສະຖານະການ​ທົ່ວ​ໂລກ ​ແລະ ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ. ຈຸດ​ສຸມການ​ຮ່ວມ​ມື ​ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ທິດ​ທາງ​ການ​ເຂົ້າ​ຮ່ວມ​ຂອງ ​ຫວຽດ​ນາມ; ການ​ຮ່ວມ​ມື​ ​ອາ​ຊຽນ ​ໃນ​ຂົງ​ເຂດ​​ຖະແຫຼງຂ່າວ ​ແລະ ການສື່ສານ - ວິ​ໄສ​ທັດ 2035: "ການ​ສື່​ສານ: ຈາກ​ຂໍ້​ມູນໄປເຖິງຄວາມ​ຮູ້ ເພື່ອອາ​ຊຽນ​ ທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ​ແລະ​ ດັດປັບ"​.

ຕາມ​ທ່ານ ຫວູຢູຍ​ແທ່ງ, ຮອງ​​ຫົວໜ້າ​ກົມກົມນະ​ໂຍບາຍການຕ່າງປະເທດ (ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ) ແລ້ວ: ໃນ​ບັນດາ​ໝາກຜົນ, ຜົນງານລວມຂອງ​ປະ​ເທດ​ໃນ​ປີ 2023, ວຽກງານ​ການ​ຕ່າງປະ​ເທດ​ ໄດ້ຮັບການຕີລາຄາວ່າ​ເປັນ​ຈຸດ​ພົ້ນ​ເດັ່ນ​ທີ່ໜ້າ​ປະ​ທັບ​ໃຈ. ຫວຽດນາມ ​ໄດ້​ຍົກ​ລະດັບ​ການ​ພົວພັນ​ກັບ​ຫຼາຍ​ປະ​ເທດ​, ໃນນັ້ນ ມີອາ​ເມ​ລິ​ກາ, ຈີນ, ຍີ່ປຸ່ນ...

​ໃນ​ສະພາບ​ການ​ໂລກ​ທີ່ພວມ​ປະ​ເຊີນ​ໜ້າ​ກັບ​ຈຸດເວລາບາດລ້ຽວ, ​ຫັນເປັນສະຖານະພາບຫຼາຍຂົ້ົ້ວ, ຫຼາຍ​ສູນ, ຫຼາຍ​ຂັ້ນຢ່າງ​ວ່ອງ​ໄວກວ່າ, ພ້ອມກັນນັ້ນ ແມ່ນຄວາມຂາດສະຖຽນລະພາບ, ຄວາມ​ບໍ່ຄົງທີ່ ​ແລະ ຄວາມ​ບໍ່​ແນ່ນອນທີ່ເພີ່ມຂຶ້ນ, ຫວຽດນາມ ດ້ວຍຖານະທີ່​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ໃນປະຊາ​ຄົມ​ສາກົນ, ພິ​ເສດ​ແມ່ນ​ ອາ​ຊຽນ, ຫວຽດນາມ ​ບໍ່​ສາມາດ​ຢືນ​ຢູ່​ນອກ​ບັນດາ​ບັນຫາ​ຮ້ອນ​ເຮັ່ງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ສື່​ມວນ​ຊົນ - ການສື່ສານ ຕ້ອງ​​ເລືອກ​ເຟັ້ນເອົາ​ຂໍ້​ມູນເພື່ອ​ນຳ​ມາ​ໃຫ້​ຜູ້​ອ່ານ, ຮັກສາ​ຫຼັກການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ​ຂອງ​ຊາດ, ພ້ອມ​ທັງ ຍົກສູງລັກສະນະສັນຕິພາບ, ມະນຸດສະທຳ. ເປັນໜ້າສົນໃຈແມ່ນຕ້ອງ​ເສີມຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່ຂະຫຍັນຂັນເຄື່ອນ, ເທົ່າທຽມກັນ, ຄວາມມີໄຫວພິບ​ ແລະ ຄວາມຄ່ອງແຄ້ວ​ຂອງ​ ຫວຽດນາມ ເຂົ້າໃນວຽກງານການສື່ສານ. ນີ້​ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ສາກົນ ເມື່ອ​ເວົ້າ​ເຖິງ​ການ​ທູດ​ ຫວຽດນາມ, ປະກອບສ່ວນ​ຮັກສາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ປະ​ເທດ ຫວຽດນາມ ກັບ​ທຸກປະ​ເທດ​ໃຫຍ່​ໃນ​ໂລກ, ສຸມ​ໃສ່​ກ້າວເຂົ້າສູ່ລວງເລິກ, ຄວາມໝັ້ນຄົງ ແລະ ຍືນຍົງ.

ຕາມທ່ານ ຈ້ຽວມິງລອງ ແລ້ວ, ວິໄສທັດ ອາຊຽນ 2035 ຈະຖືເອົາຄວາມຮູ້ເປັນກຳລັງຂັບເຄື່ອນ, ການຫັນເປັນດິຈິຕອນສ້າງຄຸນຄ່າຕື່ມ, ມອບສິດ ແລະ ປັບປຸງຊີວິດການເປັນຢູ່ໃຫ້ເປັນປະຊາຊົນໃຫ້ “ເຂັ້ມແຂງ”, “ກຸ້ມຕົນເອງ” ແລະ “ຂະຫຍັນຂັນເຄື່ອນ”.

ກ່ອນ​ໜ້າ​ນັ້ນ, ກອງ​ປະຊຸມ​ລັດຖະມົນຕີກະຊວງຖະແຫຼງຂ່າວ ອາ​ຊຽນ (AMRI) ຄັ້ງ​ທີ 16 ​ໄດ້​ດຳເນີນ​ຢູ່​ນະຄອນ ​ດ່າ​ນັງ​ ໃນ​ເດືອນ​ກັນຍາ 2023 ດ້ວຍ​ຫົວ​ຂໍ້ “ການ​ສື່ສານ: ຈາກ​ຂໍ້​ມູນ​ໄປສູ່​ຄວາມ​ຮູ້​ເພື່ອ​ ອາ​ຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ​ແລະ ດັດປັບ” ໄດ້ກຳນົດບົດບາດ, ພາລະກິດ ​ແລະ ​ເປີດພື້ນທີ່ໃໝ່​ໃຫ້​ແກ່​ຂົງ​ເຂດ​​ຖະແຫຼງຂ່າວ ​ແລະ ການສື່ສານ​ໃນ​ ອາ​ຊຽນ. ນີ້ແມ່ນການຫັນຂໍ້ມູນໃຫ້ເປັນຄວາມຮູ້ທີ່ເປັນປະໂຫຍດ ເພື່ອໜູນຊ່ວຍວິສາຫະກິດ, ຍົກສູງການຫາລ້ຽງຊີບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ຫຼຸດຜ່ອນ​ຜົນ​ກະທົບຂອງຂໍ້ມູນຂ່າວທີ່ຫຍໍ້ທໍ້ ແມ່ນ​ຄວາມ​ຕ້ອງການອັນ​ຮີບ​ດ່ວນ​ໃນປະຈຸບັນ, ທັງ​ໃນ​ລະດັບ​ຊາດ, ​ພາກ​ພື້ນ ​ແລະ ສາກົນ, ໃນນັ້ນ ມີ ​ອາ​ຊຽນ.

"ບັນດາອົງການສື່ມວນຊົນ ຕ້ອງປ່ຽນແປງວິທີການຜະລິດເນື້ອໃນ ແລະ ນຳສະເໜີຂ່າວ: ບໍ່ພຽງແຕ່ສະຫນອງຂໍ້ມູນຂ່່າວ, ສະຖານະການຕໍ່ຜູ້ອ່ານ, ເຊິ່ງຜ່ານນັ້ນ ຍັງມີຄວາມຮັບຜິດຊອບໃນການຍົກສູງຄວາມຮູ້, ທັກສະ, ພິເສດແມ່ນທັກສະດິຈິຕອນ, ເຜີຍແຜ່ຄວາມຮູ້ໃຫ້ແກ່ປະຊາຊົນ. ນອກ​ຈາກຂໍ້ມູນຂ່າວ, ສະຖານະການ, ເຫດການແລ້ວ ຍັງ​ຕ້ອງ​ມີບັນດາບົດວິ​ເຄາະ, ຕີ​ລາຄາຫຼາຍສົ້ນກ່ຽວກັບບັນດາເຫດການ", ​ທ່ານ ຈ້ຽວມິງລອງ ສະເໜີແນະ.

ທີ່​ກອງ​ປະຊຸມ, ບັນດານັກປາຖະກະຖາ ກໍ​ໄດ້​ປຶກສາ​ຫາລື​ກັບຖັນແຖວນັກ​ຂ່າວ, ນັກບັນນາທິການ​ກ່ຽວ​ກັບບັນດາບັນຫາ​ຄື: ວິ​ໄສ​ທັດ​ປີ 2035 ​ໃນ​ຂົງ​ເຂດ​​ຖະແຫຼງຂ່າວ ​ແລະ ການສື່ສານ​ ອາ​ຊຽນ, ລາຍລະອຽດຂອງລາຍການວຽກງານຂອງ​ຄະ​ນະ​ກໍາ​ມະ​ການ​ແຫ່ງ​ຊາດກ່ຽວກັບ UNESCO ແລະ ບັນດາອະນຸກຳມະການກັບຈຸດສຸມ​ບູ​ລິ​ມະ​ສິດໃນວຽກງານການ​ສື່​ສານ​, ໂດຍ​ຜ່ານ​ຕົວ​ຢ່າງພົ້ນເດັ່ນ​ຂອງ​ການເຜີຍແຜ່ການອະ​ນຸ​ລັກ​ເຂດ​ສະ​ຫງວນ​ຊີວະພາບ ກູລາວຈາມ - ໂຮ້ຍອ່ານ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ..

ບັນດາຂໍ້​ມູນ ​ໂດຍບັນດານັກປາຖະກະຖາໄດ້ສະໜອງທີ່ກອງ​ປະຊຸມ ຈະ​ປະກອບສ່ວນເພື່ອເຮັດໃຫ້ເນື້ອ​ໃນ​ເຜີຍ​ແຜ່ໃນ​ບັນດາ​ຊ່ອງສື່ມວນຊົນອຸດົມສົມບູນ, ຍົກສູງຄຸນນະພາບຜະລິດຕະພັນສື່ມວນຊົນຂອງບັນດາອົງການສື່ສານສື່ມວນຊົນໃຫ້ດີກວ່າອີກ.

ມິງດຶກ

ເຫດການ
302 Found

Found

The document has moved here.