ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ ໜູນຊ່ວຍ​ຊາວຫວຽດນາມ​ອົບ​ພະຍົບ​ອອກ​ຈາກຢູ​ແກຼນ

19:30 | 25/03/2022

ຍສໝ - ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ຮຸງ​ກາຣີ ​ໄດ້​​ຕ້ອນຮັບ ​ແລະໜູນ​ຊ່ວຍ​ຊາວຫວຽດນາມ ​ອົບ​ພະຍົບປະມານ 720 ຄົນທີ່ມາ​ຈາກ ຢູ​ແກຼນ, ​ໃນ​ນັ້ນ 400 ຄົນ​ໄດ້ຮັບການຊ່ວຍເຫຼືອ​ທີ່​ພັກ​ຊົ່ວຄາວ, 320 ຄົນ​ໄດ້​ຮັບ​ອາຫານ, ​ແລະ ຊື້​ປີ້​ລົດ​ໄຟ​ເພື່ອ​ໄປ​ຍັງ​ປະ​ເທດ​ອື່ນຕໍ່.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮຸງ​ກາຣີ ຫງວຽນ​ທິບິກ​ຖາວ ​ແບ່ງປັນ​ວ່າ: ນັບ​ແຕ່​ວັນ​ທີ 26 ກຸມພາ, ສະຖານທູດ ​ແລະ ສະມາຄົມ​ຊາວ ຫວຽດນາມ ປະຈຳ ຮຸງ​ກາຣີ ​ໄດ້​ມີການປະຊຸມ ​ແລະ ​ເຫັນ​ດີ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ວຽກງານໜູນ​ຊ່ວຍ​ຊາວ ຫວຽດນາມ ​ອົບ​ພະຍົບ​ອອກ​ຈາກ ຢູ​ແກຼນ, ​ໃນ​ນັ້ນ​ມີ​ບັນດາ​ການ​ນຳ ​ແລະ ພະນັກງານ​ຮັບຜິດຊອບປົກປ້ອງ​ພົນລະ​ເມືອງ ສະຖານທູດ, ປະທານ ແລະ ຮອງປະທານສະມາຄົມ.

ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ ໜູນຊ່ວຍ​ຊາວຫວຽດນາມ​ອົບ​ພະຍົບ​ອອກ​ຈາກຢູ​ແກຼນ
ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຮຸງ​ກາຣີ ໜູນຊ່ວຍ​ຊາວຫວຽດນາມ​ອົບ​ພະຍົບ​ອອກ​ຈາກຢູ​ແກຼນ. ພາບ: baoquocte.vn

ໂດຍສົ່ງຄໍາ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ທີ່​ສຸດ​ມາ​ຍັງ​ບັນດາ​ພໍ່ແມ່ປະຊາຊົນ​ທີ່​ໄດ້​ສະຫງວນ​ຄວາມ​ຮັກ​ແພງ ​ແລະ ການ​ກະທຳ​ອັນ​ສູງ​ສົ່ງ​ໃຫ້​ປະຊາຊົນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ລໍາບາກ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິບິກ​ຖາວ ​ໄດ້​ສະ​ແດງ​ຄວາມຕື້ນຕັນໃຈ ​ແລະ ເອກອ້າງທະນົງ​ໃຈ​ທີ່​ສຸດ​ ຍ້ອນປະຊາຊົນຫວຽດນາມ​ເຮົາ ຍິ່ງປະ ສົບກັບຄວາມຫຍຸ້ງຍາກຍິ່ງສະແດງໃຫ້ເຫັນສາຍໃຈອັນສູງສົ່ງກວ່າອີກ, ພ້ອມທີ່ ຈະແບ່ງປັນຄວາມຫຍຸ້ງຍາກ.

ປະຊາ​ຄົມ​ຊາວ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ​ຂອງ​ລັດຖະບານ ​ແລະ ປະຊາຊົນ ຮຸງ​ກາຣີ ​ໃນ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ຈາກ ຢູ​ແກຼນ.

​ໃນ​ກໍລະນີ​ຮີບ​ດ່ວນ, ປະຊາຊົນ​ສາມາດ​ຕິດ​ຕໍ່​ໂທລະສັບ​ສາຍ​ດ່ວນ​ປົກ​ປ້ອງ​ພົນລະ​ເມືອງ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ ຮຸງ​ກາຣີ: +36 30 838 5699 (ທ່ານ​ບັ່ງ).

ບູນມີ

ເຫດການ
302 Found

Found

The document has moved here.