ສະມາຄົມນັກສຶກສາຫວຽດນາມປະຈຳປະເທດໂປແລນ ແລະ ໂຣມານີ ຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມຢູ່ປະເທດຢູເຄຣນ

06:30 | 16/03/2022

ຍ​ສ​ໝ - ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສະ​ຖານ​ທູດ, ສະ​ມາ​ຄົມ​ນັກ​ສຶກ​ສາ​ໜຸ່ມ​ຫວຍດ​ນາມ​ປະ​ຈຳ​ປະ​ເທດ​ໂປ​ແລນ ແລະ ໂຣ​ມາ​ນີ ໄດ້​ປະ​ສານ​ສົມ​ທົບ​ຮ່ວມ​ກັບ​ສະ​ມາ​ຊິກ​ສະ​ມາ​ຄົມ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ຕ່າງໆ​ທີ່​ຈຳ​ເປັນ​ເຖິງ​ພົນ​ລະ​ເມືອງ​ຫວຽດ​ນາມ​ໃນ​ການ​ອົບ​ພະ​ຍົບ​ຈາກ​ປະ​ເທດ​ຢູ​ເຄ​ຣນ, ຊ່ວຍ​ເຫຼືອ​ບ່ອນ​ພັກ​ເຊົາ​ຊົ່ວ​ຄາວ​ໃນ​ເວ​ລາ​ລໍ​ຖ້າ​ຖ້ຽວ​ບິນ​ກັບ​ສູ່​ບ້ານ​ເກີດ.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ
ລັດ​ຖະ​ບາ​ນ​ອະ​ນຸ​ມັດ​ຜ່ານ​ແຜນ​ນະ​ໂຍ​ບາຍ​ຈັດ​ຖ້ຽວ​ບິນ​ສົ່ງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຢູ​ແກຼນ​ກັບ​​ຄືນປະ​ເທດ ລັດ​ຖະ​ບາ​ນ​ອະ​ນຸ​ມັດ​ຜ່ານ​ແຜນ​ນະ​ໂຍ​ບາຍ​ຈັດ​ຖ້ຽວ​ບິນ​ສົ່ງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຢູ​ແກຼນ​ກັບ​​ຄືນປະ​ເທດ

ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສະ​ຖານ​ທູດ, ສະ​ມາ​ຄົມ​ນັກ​ສຶກ​ສາ​ໜຸ່ມ​ຫວຍດ​ນາມ​ປະ​ຈຳ​ປະ​ເທດ​ໂປ​ແລນ ແລະ ໂຣ​ມາ​ນີ ໄດ້​ປະ​ສານ​ສົມ​ທົບ​ຮ່ວມ​ກັບ​ສະ​ມາ​ຊິກ​ສະ​ມາ​ຄົມ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ຕ່າງໆ​ທີ່​ຈຳ​ເປັນ​ເຖິງ​ພົນ​ລະ​ເມືອງ​ຫວຽດ​ນາມ​ໃນ​ການ​ອົບ​ພະ​ຍົບ​ຈາກ​ປະ​ເທດ​ຢູ​ເຄ​ຣນ, ຊ່ວຍ​ເຫຼືອ​ບ່ອນ​ພັກ​ເຊົາ​ຊົ່ວ​ຄາວ​ໃນ​ເວ​ລາ​ລໍ​ຖ້າ​ຖ້ຽວ​ບິນ​ກັບ​ສູ່​ບ້ານ​ເກີດ.

ນັກ​ສືກ​ສາ​ອາ​ສາ​ສະ​ໝັກ​ຢູ່​ທີ່​ໂປ​ແລນ ໄດ້​ຊ່ວຍ​ເຫຼືອພີ່​ນ້ອງ​ຮ່ວມ​ຊາດ​ຫວຽດ​ນາມ​ເຄື່ອນ​ຍ້າຍ​ໄປ​ສູ່​ບ່ອນ​ພັກ​ເຊົາ​ຊົ່ວ​ຄາວ, ຕ້ອນ​ຮັບ ແລະ ໃຫ້​ກຳ​ລັງ​ໃຈ​ແກ່​ແຕ່​ລະ​ຄົນ.

ສະມາຄົມນັກສຶກສາຫວຽດນາມປະຈຳປະເທດໂປແລນ ແລະ ໂຣມານີ ຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມຢູ່ປະເທດຢູເຄຣນ
ພາບປະກອບ:kinhtevadubao.vn

ສະ​ມາ​ຄົມ​ຊາວ​ໜຸ່ມ​ຫວຽດ​ນາມ​ປະ​ຈຳ​ໂຣ​ມາ​ນີ ໄດ້​ກໍ່​ຕັ້ງ​ກຸ່ມ​ປະ​ຊາ​ຄົມ​ເພື່ອ​ປຶກ​ສາ​ຫາ​ລື​ແລກ​ປ່ຽນ​ຂໍ້​ມູນ, ສ້າງ​ແຜນ​ວິ​ທີ​ທາງ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ຊາວ​ຫວຽດ​ນາມ​ຈາກ​ປະ​ເທດ​ຢູ​ເຄຣນ.ສະ​ມາ​ຄົມ​ນັກ​ສຶກ​ສາ​ໜຸ່ມ​ຫວຽດ​ນາມ​ປະ​ຈຳ​ໂປ​ແລນ ໄດ້​ລະ​ດົມການ​ສະ​ໜັບ​ສະ​ໜູນ, ປະ​ກອບ​ສ່ວນ​ໃນ​ເວ​ທີ​ປາ​ໄສ​ອັນ​ເປັນທາງ​ການ​ຂອງ​ສະ​ມາ​ຄົມ.

ກອງ​ກຳ​ລັງຊາວໜຸ່ມ ​ແລະ ນັກ​ສຶກສາ ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສະຖານທູດ​ ໄດ້​ປະ​ສານສົມທົບ​ກັບບັນດາ​ອົງ​ການ​ຈັດ​ຕັ້ງມະ​ຫາ​ຊົນ, ປະຊາ​ຄົມ​ຊາວ​ຫວຽດນາມ ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ຊາວ​ຫວຽດ​ນາມ​ໃນ​ຂໍ້​ມູນ​ການ​ຕິດ​ຕໍ່ ແລະ ​ແລກ​ປ່ຽນແບ່ງປັນ​ຂໍ້​ມູນ​ຂ່າວສານ, ຊ່ວຍເຫຼືອພີ່​ນ້ອງ​ໃນ​ການ​ແປ​ພາ​ສາ​ໂດຍ​ກົງ​ໃນ​ບັນ​ດາ​ດ່ານ​ຊາຍ​ແດນ, ສະຖານີ​ຂົນ​ສ່າງ​ຕ່າງໆ ​ຫຼື ຜ່ານທາງ​ໂທລະສັບ, ​ຊ່ວຍໃນ​ການ​ເຄື່ອນຍ້າຍ​ໃຫ້ບາງ​ກຸ່ມ​ນ້ອຍ, ຊອກ​ຫາ ​ແລະ ຊ່ວຍ​ເຫຼືອ​ໃນ​ການຊອກ​ເຊົ່າ​ເຮືອນ​ໃຫ້​ພີ່​ນ້ອງ​ທີ່​ມີ​ຄວາມ​ຕ້ອງ​ການ, ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ ​ແລະ ຊ່ວຍຂົນ​ສົ່ງ​ເຄື່ອງຂອງຕ່າງໆ…

ວັນ​ທີ 13 ມີ​ນາ 2022, ບັນ​ດາ​ກະ​ຊວງ, ພະ​ແນກ​ການ, ອົງ​ການ​ຕາງ​ໜ້າ​ຕ່າງໆ​ຂອງ​ຫວຽດ​ນາມທີ່​ກ່ຽວ​ຂ້ອງ ໄດ້​ຈັດ​ຖ້ຽວ​ບິນ 2 ຖ້ຽວ​ນຳ​ເອົ​າພົນ​ລະ​ເມືອງ​ຫວຽດ​ນາມ ແລະ ຄອບ​ຄົວ ເກືອບ 600 ຄົນ ຈາກຢູ​ເຄ​ຣນທີ່​ໄປ​ຍັງ​ໂປ​ແລນ ແລະ ໂຣ​ມາ​ນີ ເພື່ອ​ກັບ​ປະ​ເທດ​ຢ່າງ​ປອດ​ໄພ.

ຖ້ຽວ​ບິນ​ເລກ​ທີ VN58 ຮັບ​ຜູ້​ໂດຍ​ສານ 288 ຄົນ ຈາກ Warsaw (ໂປ​ແລນ) ລົງ​ຈອດ​ທີ່​ສະ​ໜາມ​ບິນ​ໂນ້ຍ​ບາຍ ເວ​ລາ 9 ໂມງ 30 ນາ​ທີ. ເທິງ​ຖ້ຽວ​ບິນ​ປະ​ກອບ​ມີ​ເດັກ​ຕ່ຳ​ກວ່າ 18 ປີ 63 ຄົນ ແລະ ຜູ້​ສູງ​ອາ​ຍຸ 51 ຄົນ.

ຖ້ຽວ​ບິນ​ເລກ​ທີ VN68 ຮັບ​ຜູ້​ໂດຍ​ສານ 291 ຄົນ ຈາກ Bucharest (ໂຣ​ມາ​ນີ) ລົງ​ຈອດ​ທີ່​ສະ​ໜາມ​ບິນ​ໂນ້ຍ​ບາຍ ເວ​ລາ 11 ໂມງ 00 ນາ​ທີ. ເທິງ​ຖ້ຽວ​ບິນ​ປະ​ກອບ​ມີ​ເດັກ​ນ້ອຍ​ຕ່ຳ​ກວ່າ 2 ປີ 16 ຄົນ, ເດັກ​ຕ່ຳ​ກວ່າ 12 ປີ 60 ຄົນ, ຜູ້​ສູງ​ອາ​ຍຸ 19 ຄົນ ແລະ ແມ່​ຍິງ​ຖື​ພາ ແລະ ຄົນ​ເຈັບ 12 ຄົນ.

ລວມ​ມາ​ຮອດ 16 ໂມງ​ຂອງວັນ​ທີ 12 ມີ​ນາ 2022, ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ຂອງ​ຫວຽດ​ນາມ ໄດ້​ຮັບ​ເອົາ 4500 ຜູ້​ອົບ​ພະ​ຍົບ​ຈາກ​ຢູ​ເຄ​ຣນ ໄປ​ຍັງ​ປະ​ເທດ​ໃກ້​ຄຽງ, ເປັນ​ຕົ້ນ​ຄື: ປະ​ມານ 950 ຄົນ ຢູ່​ໂຣ​ມາ​ນີ ໃນ​ນັ້ນ​ມີ 287 ຄົນ ທີ່​ໄດ້​ພາ​ກັບ​ຄືນປະ​ເທດກັບ​ຖ້ຽວ​ບິນ​ຂອງວັນ​ທີ 7 ມີ​ນາ, 291 ຄົນ ໄດ້​ພາ​ກັບ​ຄືນ​ປະ​ເທດກັບ​ຖ້ຽວ​ບິນ​ຂອງວັນ​ທີ 12 ມີ​ນາ ແລະ ປັດ​ຈຸ​ບັນ​ຍັງ​ປະ​ມານກວ່າ 500 ຄົນ ທີ່​ລົງ​ທະ​ບຽນ​ຄວາມ​ຕ້ອງ​ການ​ກັບ​ຄືນ​ປະ​ເທດ; ມີປະ​ມານ 2800 ຄົນ ຢູ່​ໂປ​ແລນ, ໃນ​ນັ້ນ​ມີ 300 ຄົນ ທີ່​ໄດ້​ພາ​ກັບ​ຄືນປະ​ເທດກັບ​ຖ້ຽວ​ບິນ​ຂອງວັນ​ທີ 9 ມີ​ນາ, 288 ຄົນ ໄດ້​ພາ​ກັບ​ຄືນ​ປະ​ເທດກັບ​ຖ້ຽວ​ບິນ​ຂອງວັນ​ທີ 12 ມີ​ນາ ແລະ ປັດ​ຈຸ​ບັນ​ຍັງ​ປະ​ມານກວ່າ 200 ຄົນ ທີ່​ລົງ​ທະ​ບຽນ​ຄວາມ​ຕ້ອງ​ການ​ກັບ​ຄືນ​ປະ​ເທດ; ອີກ 660 ຄົນ ຢູ່​ຮົງ​ກາ​ລີ, ອີກ​ເກືອບ 130 ຄົນ ຢູ່​ສະ​ໂລ​ວາ​ເກຍ, ອີກຫຼາຍກວ່າ 40 ຄົນ ຢູ່​ລັດ​ເຊຍ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.