ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

11:33 | 10/03/2022

ຍ​ສ​ໝ - ຕອນ​ທ່ຽງ​ວັນ​ທີ 8 ມີ​ນາ, ຖ້ຽວ​ບິນ​ໝາຍ​ເລກ VN88 ຂອງ ບໍ​ລິ​ສັດ​ການ​ບິນ Vietnam Airlines ໄດ້​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ອອກຈາກ Bucharest (ຣູ​ມາ​ນີ), ນຳ​ຊາວ​ຫວຽດ​ນາມ 287 ຄົນ​ກັບ​ເມືອ​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບາຍ, ຮ່າ​ໂນ້ຍ ​ຢ່າງ​ປອດ​ໄພ.

ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ
ລັດ​ຖະ​ບາ​ນ​ອະ​ນຸ​ມັດ​ຜ່ານ​ແຜນ​ນະ​ໂຍ​ບາຍ​ຈັດ​ຖ້ຽວ​ບິນ​ສົ່ງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຢູ​ແກຼນ​ກັບ​​ຄືນປະ​ເທດ ລັດ​ຖະ​ບາ​ນ​ອະ​ນຸ​ມັດ​ຜ່ານ​ແຜນ​ນະ​ໂຍ​ບາຍ​ຈັດ​ຖ້ຽວ​ບິນ​ສົ່ງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຢູ​ແກຼນ​ກັບ​​ຄືນປະ​ເທດ
ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ
ພາບ​ປະ​ກອບ: vietnam.vnanet.vn

ກະ​ຊວງ​ການ​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ ນີ້​ແມ່ນ​ຖ້ຽວ​ບິນ​ຍົກ​ຍ້າຍ​ມະ​ນຸດ​ສະ​ທຳ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ລັດ​ຖະ​ບານ ເຊິ່ງ​ໄດ້​ຈັດ​ຕັ້ງ​ໂດຍ​ບໍ່​ເສຍ​ຄ່າ​ເພື່ອ​​ຮັບ​ເອົາພໍ່​ແມ່​ປະ​ຊາ​ຊົນ​ກັບ​ເມືອ​ປະ​ເທດ​.

ເພື່​ອ​ຈັດ​ຕັ້ງ​ສຳ​ເລັດ​ບັນ​ດາ​ຖ້ຽວ​ບິນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຣູ​ມາ​ນີ ໄດ້​ຕັ້ງ​ໜ້າ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ, ສະ​ເໜີ​ສ້າງ​ເງື່ອນ​ໄຂ​ສະ​ດວກ, ພ້ອມ​ທັງ​ແຈ້ງ​ໃຫ້​ພົນ​ລະ​ເມືອງ​ຫວຽດ​ນາມ ແລະ ແນະ​ນຳ​ພົນ​ລະ​ເມືອງ​ຈົດ​ທະ​ບຽນ​ກັບ​ເມືອ​ປະ​ເທດ.

ປັດ​ຈຸ​ບັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ພວມ​ຕັ້ງ​ໜ້າ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ບໍ​ລິ​ສັດ​ການ​ບິນ Bamboo Airways ຕັ້ງ​ໜ້າ​ກະ​ກຽມ​ຈັດ​ຕັ້ງ​ຖ້ຽວ​ບິນ​ໃນ​ວັນ​ທີ 9 ມີ​ນາ, ຄາດ​ວ່າ​ຈະ​ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ 270 ຄົນ ເດີນ​ທາງ​ຈາກ Warsaw (ໂປ​ໂລຍ), ລົງ​ຈອດ​ຢູ່​ສ​ະ​ໜາມ​ບິນ​ໂນ້ຍ​ບາຍ​ໃນ​ຕອນ​ເຊົ້າ​ວັ​ນ​ທີ 10 ມີ​ນາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃຫ້​ຮູ້​ວ່າ ບັນ​ດາ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ​ໂປ​ໂລຍ ແລະ ຣູ​ມາ​ນີ ສືບ​ຕໍ່​ຮັບ​ບັນ​ຊີ​ລາຍ​ຊື່​ຈົດ​ທະ​ບຽນ​ຂອງ​ພົນ​ລະ​ເມືອງ​ທີ່​ມີ​ຄວາມ​ມຸ່ງ​ຫວັງ​ຢາກ​ກັບ​ເມືອ​ປະ​ເທດ​ ສຳລັບ​ບັນ​ດາ​ຖ້ຽວ​ບິ​ນ​ຕໍ່​ໄປ ໂດຍ​ຜ່ານ link:

https://docs.google.com/forms/d/e/1FAIpQLSdQqfqeq3QTxl8CKLqbAwkQnOpHiRu8wj8hiN2lqhnqp4j-OA/viewform

ບຸນ​ຄົງ

ເຫດການ
302 Found

Found

The document has moved here.