ວັດທະນະທຳຫວຽດນາມພົ້ນເດັ່ນໃນເທດສະການຝຣັ່ງໂກໂຟນີຢູປະເທດຝຣັ່ງ

06:30 | 24/03/2022

ຍ​ສ​ໝ - ໃນ​ໂອ​ກາດ​ລະ​ນຶກວັນ​ສາ​ກົນ​ຝ​ຣັ່ງ​ໂກ​ໂຟ​ນີ (20/3), ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ປະ​ຈຳ​ຝ​ຣັ່ງ​ໄດ້​ເຂົ້າ​ຮ່ວມ “ເທດ​ສະ​ການ​ທ້າຍ​ສັບ​ປະ​ດາຝ​ຣັ່ງ​ໂກ​ໂຟ​ນີ 2022” ໄດ້​ຈັດ​ຂຶ້ນ​ໃນ 2 ວັນ ວັນ​ທີ 19 ຫາ 20 ມີ​ນາ 2022 ທີ່​ໝູ່​ບ້ານ​ເຢເບ​ລວ (ແຂວງ​ແຊັງ​ເອ​ແມ​ນ໌, ຫ່າງ​ຈາດ​ປາ​ຣີ 60 ກິ​ໂລ​ແມັດ).

ໂຄສະນາວັດທະນະທຳຫວຽດນາມ ຢູ່ ອີຕາລີ ໂຄສະນາວັດທະນະທຳຫວຽດນາມ ຢູ່ ອີຕາລີ
ໂຄສະນາອາຫານການກິນ ແລະວັດທະນະທຳຫວຽດນາມ ໃຫ້ຊາວຍີ່ປຸ່ນ ໂຄສະນາອາຫານການກິນ ແລະວັດທະນະທຳຫວຽດນາມ ໃຫ້ຊາວຍີ່ປຸ່ນ

ໂດດ​ເດັ່ນ​ໃນ​ທັນ​ທີ​ທີ່​ທາງ​ເຂົ້າ​ງານ​ແມ່ນ​ທຸງ​ຊາດ​ແດງ​ດາວ​ເຫຼືອງ​ທອງ​ຄຳ ແລະ ຫ້ອງວາງ​ສະ​ແດງ​ຂອງ​ຫວຽດ​ນາມ​ທີ່​ເຕັມ​ໄປ​ດ້ວຍ​ຜົນ​ງານ​ປຶ້ມ, ໜັງ​ສືພິມ, ເຄື່ອງທີ່​ລະ​ນຶກ, ເຄື່ອງ​ດົນ​ຕີ​ທີ່​ຖ່າຍ​ທອດ​ເຖິງວັດ​ທະ​ນະ​ທຳ​ຂອງ​ຊົນ​ຊາດ. ນັບ​ແຕ່ລະ​ນາດເຮັດ​ດ້ວຍ​ໄມ້​ໄຜ່, ຈົນ​ຮອດ​ຫຸ່ນ​ປັ້ນ​ຈາກ​ແປ້ງ​ເຂົ້າ​ຈື່​ປະ​ສົມ​ສີ, ນັບ​ແຕ່ປຶ້ມ​ທີ່​ເປັນ​ສອງ​ພາ​ສາ​ທີ່​ແນະ​ນຳ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງນອນ, ຈົນ​ຮອດຜົນ​ງານ​ທີ່​ໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫວຽດ​ນາມ…, ທັງ​ໝົດ​ນັ້ນ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງຜູ້​ທີ່​ມາ​ທ່ຽວ​ຊົມທັງຫຼາຍ. ນາງ ອາ​ມານ​ດິນ ຈົວ​ອາ​ນາ ສາ​ວວ​ນ້ອຍ​ຝ​ຣັ່ງ​ເຊື້ອ​ຊາດ​ລາວ​ໄດ້​ແລກ​ປ່ຽນ​ວ່າ: “ຫ້ອງວາງ​ສະ​ແດງ​ຂອງ​ຫວຽດ​ນາມ​ໄດ້​ນຳ​ສະ​ເໜີ​ຢ່າງ​ງົດ​ງາມ ແລະ ໜ້າ​ສົນ​ໃຈ ໄປ​ດ້ວຍ​ຮູບ​ພາບ​ຕ່າງ​ໆ, ແຜນ​ເຈັ້ຍຫຼາກ​ສີ​ສັນ​ທີ່​ປະ​ດັບ​ປະ​ດາ​ໄວ້. ຂ້ອຍ​ມັກ​ໝວກ​ກຸບ ແລະ ໂຄມ​ໄຟ​ຂອງ​ຫວຽດ​ນາມ. ເວົ້າ​ລວມ​ແລ້ວ, ຂ້ອຍ​ມີ​ຄວາມ​ຄິດ​ຢາກ​ໄປ​ທ່ຽວ​ປະ​ເທດ​ນີ້”.

ວັດທະນະທຳຫວຽດນາມພົ້ນເດັ່ນໃນເທດສະການຝຣັ່ງໂກໂຟນີຢູປະເທດຝຣັ່ງ
ພາບ​: baoquocte.vn

ຕາມ​ທ່ານ ງຽມ​ຊວນ​ດົ່ງ ອຳ​ນວຍ​ການ​ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ປະ​ຈຳ​ຝ​ຣັ່ງ ກ່າວ​ວ່າ: “ເທດ​ສະ​ການ​ທ້າຍ​ສັບ​ປະ​ດາ​ຝ​ຣັ່ງ​ໂກ​ໂຟ​ນີ” ເປັນ​ຄວາມ​ຄິດ​ລິ​ເລີ່ມ​ໜຶ່ງ​ຂອງ​ໝູ່​ບ້ານ​ເຢ​ເບ​ລວ ເພື່ອປະ​ກອບ​ສ່ວນ​ວັນ​ສາ​ກົນ​ຝ​ຣັ່ງ​ໂກ​ໂຟ​ນີ ແລະ ໄດ້​ຖືກ​ຮັກ​ສາ​ສືບ​ທອດ​ມາ​ເຖິງ 7 ປີ​ນີ້. ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ປະ​ຈຳ​ຫວຽດ​ນາມ ເຂົ້ົ້າ​ຮ່ວມ​ປົກ​ກະ​ຕິ​ໃນ​ກິດ​ຈະ​ກຳ​ນີ້ ແລະ ເພື່ອ​ລະ​ນຶກ​​ຄວາມ​ປະ​ທັບ​ໃຈ​ໄວ້ກັບຄະ​ນະ​ຈັດ​ຕັ້ງ ແລະ ມວນ​ຊົນ. ທ່ານ ດົ່ງ ກໍ​ຍັງ​ໃຫ້​ຊາບ​ວ່າ ຫວຽດ​ນາມ​ຈະ​ມີ​ແຂກ​ຖືກ​ເຊີນ​ກິ​ຕິ​ມະ​ສັກ​ໃນ​ລະ​ດູ​ການ​ທີ 5 ຄາດ​ວ່າ​ຈະ​ຈັດ​ໃນ​ປີ 2024. “ພວກ​ເຮົາ​ຈະ​ນຳ​ເອົາ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ແນ​ໃສ່​ການ​ແນະ​ນຳ​ເຖິງ​ບັນ​ດາ​ປະ​ຊາ​ຊາດ​ຝ​ຣັ່ງ​ໂກ​ໂຟ​ນີ ເພື່ອ​ຊ່ວຍ​ໃຫ້​ເຂົ້າ​ເຈົ້າ​ເຂົ້າ​ໃຈ​ກ່ຽວ​ກັບ​ດິນ​ແດນ ແລະ ຊົນ​ຊາດ​ຫວຽດ​ນາມ”.

ດ້ວຍ​ຜູ້​ທີ່​ນຳ​ໃຊ້​ພາ​ສາ​ຝ​ຣັ່ງ 312 ລ້ານ​ຄົນ, ພາ​ສາ​ຝ​ຣັ່ງ​ຍັງ​ຄົງ​ເປັນ​ພາ​ສາ​ທີ່​ເວົ້າຫຼາຍ​ທີ່​ສຸດ​ໃນ​ໂລກ. ວັນ​ເທດ​ສະ​ການຝ​ຣັ່ງ​ໂກ​ໂຟ​ນີ ນະ​ຄອນ​ເຢ​ເບ​ລວ ຄັ້ງ​ທີ 4 ທີ່​ຄຶກ​ຄື້ນ​ໄດ້​ຈົບ​ລົງ. ນັດ​ພົບ​ກັນ​ອີກ​ດ້ວຍ​ການ​ເຂົ້າ​ຮ່ວມ​ທີ່ຫຼາກຫຼາຍກວ່າ, ປະ​ທັບ​ໃຈ​ກວ່າ ຂອງ​ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ແຂກ​ຖືກ​ເຊີນ​ກິ​ຕິ​ມະ​ສັກ​ຂອງວັນ​ເທດ​ສະ​ການ​ຝ​ຣັ່ງ​ໂກ​ໂຟ​ນີ ນະ​ຄອນ​ເຢ​ເບ​ລວ ຄັ້ງ​ທີ 5, ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ໂອ​ກາດ​ວັນ​ທີ 20 ມີ​ນາ 2024.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.