ວັນ​ບຸນ​ແນະ​ນຳ​ວ​ຽກ​ເຮັດ​ງານ​ທຳ ຟຣີ ​ຢູ່​ຍີ່​ປຸ່ນ​ ສຳລັບ​​ຊາວຫວຽດ​ນາມ

16:30 | 28/03/2022

ຍ​ສ​ໝ - ສະ​ມາ​ຄົມ​ຊາວ​ໜຸ່ມ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ - VYSA ຈະ​ຈັດ​ຕັ້ງ​ເຫດ​ການ​ “JOB FAIR 2022” ແບບທາງ​ໄກ - ວັນ​ບຸນ​​ວຽກເຮັດ ​ຟ​ຣີ ຢູ່​ຍີ່​ປຸ່ນ ທີ່​ສະ​ຫງວນ​ໃຫ້​ແກ່​ຊາວ​ຫວຽດ​ນາມ.

ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ
ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ ລັດ, ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ອຸປະ​ຕິ​​ເຫດ​ເຮືອ​ບິນ​ຕົກ​ຢູ່ ຈີນ ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ ລັດ, ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ອຸປະ​ຕິ​​ເຫດ​ເຮືອ​ບິນ​ຕົກ​ຢູ່ ຈີນ
ວັນ​ບຸນ​ແນະ​ນຳ​ວ​ຽກ​ເຮັດ​ງານ​ທຳ ຟຣີ ​ຢູ່​ຍີ່​ປຸ່ນ​ ສຳລັບ​​ຊາວຫວຽດ​ນາມ
ພາບ​ປະ​ກອບ: vietbao.vn

ເປົ້າ​ໝາຍ​ຂອງ “JOB FAIR 2022” ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ ຫ​ວຽດ​ນາມ ໄດ້​ພົບ​ປະ, ແລກ​ປ່ຽນ​ເພື່ອ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ບໍ​ລິ​ສັດ ແລະ ບັນ​ດາ​ຂະ​ແໜງ​ອາ​ຊີບ ຢູ່ ຍີ​່​ປຸ່ນ. ຄາດ​ວ່າ 12 ບໍ​ລິ​ສັດ​ຈະ​ເຂົ້າ​ຮ່ວມ​ເຫດ​ການ.

ເປົ້າ​ໝາຍ​ເຂົ້າ​ຮ່ວມ​ເຫດ​ການ​ລວມ​ມີ: ນັກ​ສຶກ​ສາ ຫວຽດ​ນາມ ທີ່​ຮຽນ​ຈົບ ແລະ ຄາດ​ວ່າ ຈະ​ຮຽນ​ຈົບ​ໃນສົກ​ປີ 2022 – 2023 ຢູ່​ຍີ່​ປຸ່ນ, ນັກ​ສຶກ​ສາ​ໄດ້/ໃກ້ຈະ​ຮຽນ​ຈົບຈາກບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຫວຽດ​ນາມ ມຮາມີ​ຄາດ​ຫວັງ​ມີ​ວຽກ​ເຮັດ​ງານ​ທຳ​ຢູ່​ຍີ່​ປຸ່ນ, ຊາວ​ຫວຽດ​ນາມ ໄປ​ເຮັດ​ວຽກ​ ທີ່ມີ​ຄວາມ​ຕ້ອງ​ການ​ເຮັດ​ວຽກ​ຢູ່​ຍີ​່​ປຸ່ນ.

“JOB FAIR 2022” ຈະ​ຈັດ​​ເປັນລະບົບ​ບັນ​ດາ​ເຫດ​ການ​ລວມ​ມີ: ກ່ອນ​ເຫດ​ການ (9 ເມ​ສາ), ເຫດ​ການຫຼັກ (23 ເມ​ສາ), ຫຼັງ​ເຫດ​ການ (30 ເມ​ສາ).

ນັກ​ສຶກ​ສາ​ຈະ​ໄດ້ຮັບການ​ແນະ​ນຳ​ຈາກບັນ​ດາ​ນັກ​ຊ່ຽວ​ຊານ​ກ່ຽວກັບວິ​ທີ​ການ​ສ້າງ​ເອ​ກະ​ສານ​ຂໍ​ວຽກ​ງານ, ແລກ​ປ່ຽນ​ປະ​ສົບ​ການ​ຂອງ​ບັນ​ດາລຸ້ນ​ອ້າຍ​ເມື່ອ​ຍັງ​ແມ່ນ​ນັກ​ສຶກ​ສາ ແລະ ວິ​ທີ​ການ PR ຕົນ​ເອງ​ເມື່ອ​ໄປ​ຂໍ​ວຽກ​ເຮັດ​ງານ​ທຳ.

ນັກ​ສຶກ​ສາຈະ​ໄດ້​ແລກ​ປ່ຽນ​ກັບ​ບໍ​ລິ​ສັດ​ຮັບ​ສະ​ໝັກ​​ງານ, ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້​ເຖິງຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕົນ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.