ຍົກສູງພາບພົດຂອງປະຊາຄົມຊາວຫວຽດນາມ ຢູ່ ເຊັກໂກ

19:16 | 10/03/2022

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ສ.ເຊັກ​ໂກ ຖ້າຍຊ່ວນຢຸງ ແລະ ພະ​ນັກ​ງານ​ຂອງ​ສະ​ຖານ​ທູດ ໄດ້​ໄປ​ຢ້ຽມ​ຢາມ​ປະຊາຄົມຊາວ​ຫວຽດ​ນາມ ຢູ່​ແຂວງ Ustecky.

ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ
ໂຄສະນາວັດທະທຳຫວຽດນາມ ເຖິງຜູ້ຕາງໜ້າບັນດາອົງການທູຕານຸທູດຕ່າງປະເທດປະຈຳສ.ເຊັກໂກ ໂຄສະນາວັດທະທຳຫວຽດນາມ ເຖິງຜູ້ຕາງໜ້າບັນດາອົງການທູຕານຸທູດຕ່າງປະເທດປະຈຳສ.ເຊັກໂກ
ຍົກສູງພາບພົດຂອງປະຊາຄົມຊາວຫວຽດນາມ ຢູ່ ເຊັກໂກ
ທ່ານ​ Jan Schiller​ເຈົ້າ​ແຂວງ Ústecký ມອບ​ຂອງ​ຂວັນ​ໃຫ້​ແກ່​ 12 ​ໜ່ວຍ​ສະ​ມາ​ຄົມຊາວ​ຫວຽດ​ນາມ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຖ້າຍຊ່ວນຢຸງ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ຮັບ​ຜິດ​ຊອບ ​ແລະ ນ້ຳ​ໃຈຄວາມ​ສາມັກຄີ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເຊັກ​ໂກ. ​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ແຕ່​ປະຊາຊົນ​ລ້ວນ​ແຕ່​ສະ​ແດງບັນດາຄວາມໝາຍ​ອັນ​ສູງ​ສົ່ງ​ໃນ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ທັງ​ດ້ານ​ຈິດ​ໃຈ ​ແລະ ດ້ານ​ວັດຖຸ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ເພື່ອ​ຕ້ານ​ພະຍາດ​ລະບາດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ຕໍ່​ລັດຖະບານ ​ແລະ ປະຊາຊົນສາທາລະນະ​ລັດ ເຊັກ​ໂກ ເວົ້າ​ລວມ, ມາ​ຍັງ​ເຈົ້າ​ແຂວງ Ústecký ທ່ານ​ Jan Schiller ​ແລະ ບັນດາ​ອົງການ​ໃນ​ແຂວງ Ústecký ທີ່​ມີ​ຄວາມ​ເອົາ​ໃຈໃສ່​ສ້າງ​ເງື່ອນ​ໄຂ​ສະດວກ, ຊ່ວຍ​ເຫຼືອ​ປະຊາຄົມຊາວຫວຽດນາມ ໃນແຂວງ Ústecký ເພື່ອດໍາລົງຊີວິດ, ດໍາເນີນທຸລະກິດ ແລະ ການເຊື່ອມໂຍງໃນທ້ອງຖິ່ນ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ​ເຈົ້າ​ແຂວງ Ústecký, ທ່ານ Jan Schiller ​ແລະ ປະທານ​ຄະນະ​ກຳມະການ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ທ່ານ​ນາງ Karolina Zakovska ໄດ້ສະ​ແດງ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ, ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ແຂວງ Ústecký ຜ່ານ​ບັນດາກິດຈະກໍາທີ່ເປັນປະໂຫຍດຫຼາຍຢ່າງ ທີ່ຊຸມຊົນໄດ້ປະຕິບັດໃນເວລາທີ່ຜ່ານມາ.

ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ແຂວງ ​ໄດ້​ອຸ​ປະ​ຖຳ​ເງິນສົດເຖິງ 800.000 Kuron ​ເພື່ອ​ໜູນ​ຊ່ວຍ​ໂຮງ​ໝໍ​ແຂວງ​ ໃນ​ການ​ຊື້​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ເພື່ອ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19. ການ​ກະທຳ​ດັ່ງກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຮັບ​ຜິດ​ຊອບ ​ແລະ ຄວາມ​ສາມັກຄີ​ຂອງ​ປະຊາ​ຄົມ ຫວຽດນາມ ກັບ​ປະ​ເທດ ​ແລະ ສັງຄົມເຊັກ​ໂກ. ​ແຂວງ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ສືບ​ຕໍ່​ສົມທົບ​ກັນ ​ແລະ ໜູນ​ຊ່ວຍ​ປະຊາ​ຄົມ​ຊາວຫວຽດນາມ ​ໃນ​ແຂວງ ​ໃຫ້​ນັບ​ມື້​ນັບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີວິດ​ຂອງ​ທ້ອງ​ຖິ່ນ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ.

​ໂດຍ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ Ústecký ​ໃນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ​ຢູ່​ທ້ອງ​ຖິ່ນ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ເຈົ້າ​ແຂວງ ​ໄດ້​ມອບ​ໃບ​ຍ້ອງຍໍ ​ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ 12 ສາຂາສະມາຄົມ​ຊາວຫວຽດນາມ ​ໃນ​ແຂວງ ​ແລະ ພິທີມອບລາງວັນກິດຕິມະສັກ - ລາງວັນສູງສຸດຂອງແຂວງ Ustecky ໃຫ້ແກ່ຄະນະບໍລິຫານງານສາຂາສະມາຄົມ​ຊາວຫວຽດນາມ ຢູ່ໃນແຂວງ./.

ຄຳ​ຮຸ່ງ

ເຫດການ
302 Found

Found

The document has moved here.