ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ

15:41 | 17/03/2022

ຍສໝ - ຄະ​ນະ​ປະຕິບັດງານ​ແຂວງ ດົ່ງ​ທາບ ໂດຍ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຟ້າມ​ທ້ຽນ​ເຫງຍ ນຳ​ໜ້າ​ ໄດ້​ດຳ​ເນີນ​ການ​ໄປ​ຢ້ຽມ​ຢາມ ແລະ ຊອກຮູ້​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ; ພ້ອມ​ກັນ​ນັ້ນກໍ່ໄດ້​ເຮັດ​ວຽກ​ກັບ​ວິ​ສາ​ຫະກິດ ກຳປູ​ເຈຍ ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ຢູ່​ແຂວງ ດົ່ງ​ທາບ.

ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022 ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022
ສະມາຄົມນັກສຶກສາຫວຽດນາມປະຈຳຝຣັ່ງຈັດລະນຶກການສ້າງຕັ້ງຂຶ້ນຄົບຮອບ 18 ປີ ສະມາຄົມນັກສຶກສາຫວຽດນາມປະຈຳຝຣັ່ງຈັດລະນຶກການສ້າງຕັ້ງຂຶ້ນຄົບຮອບ 18 ປີ
ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ

ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ

ຄະ​ນະ​ປະຕິບັດງານ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ຂະ​ແມ - ຫວຽດນາມ ຢູ່ ກຳປູ​ເຈຍ, ຄະນະ​​ໄດ້​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ ກຳປູ​ເຈຍ, ຈັບ​ກຳເອົາຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ພໍ່ແມ່ປະຊາຊົນປະຊາຊົນ​; ​ແລກປ່ຽນ ​ແລະ ​ເກັບກຳຢ່າງລະອຽດກ່ວາ​​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ, ລະບຽບ​ການ, ຂໍ້ກຳນົດ​ຂອງ​ລັດຖະບານ ກຳປູ​ເຈຍ ສຳລັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້.

ຄະນະຍັງ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ຫງວຽນ​ຮຸຍ​ຕັງ. ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍຕັງ ສະ​ເໜີ​ແຂວງ ດົ່ງ​ທາບ ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ​ແລະ ສະມາຄົມ​ຂະ​ແມ - ຫວຽດນາມ ​ເພື່ອ​ແນ​ໃສ່​ແລກປ່ຽນ ​ແລະ ​ແກ້​ໄຂ​ສະພາບ​ການ​ຢ່າງ​ທັນ​ການ, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ແຂວງ​ເຂດ​ຊາຍ​ແດນ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ສ້າງເງື່ອນ​ໄຂອັນສະດວກ​ເພື່ອ​ໃຫ້​ປະຊາຊົນ​ຊາວ​ຫວຽດນາມ ມີບ່ອນຕັ້ງ​ຖິ່ນ​ຖານ​ໃໝ່ ​ແລະ ມີຊີວິດທີ່ໝັ້ນຄົງ.

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດົ່ງ​ທາບ ຟ້າມ​ທ້ຽນ​ເຫງຍ ສະເໜີ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງ ດົ່ງ​ທາບ ສືບ​ຕໍ່​ຕິດ​ຕາມ​ກວດ​ກາ, ສົມທົບ​ກັບ​ບັນ​ດາ​ຂະແໜງ​ທີ່​ກ່ຽວ​ຂ້ອງ​ຂອງ ກຳ​ປູ​ເຈຍ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ແລະ ສະ​ມາ​ຄົມ​ຊາວ​ຂະ​ແມ - ຫວຽດນາມ ປະ​ຈຳ ກຳ​ປູ​ເຈຍ ກໍາໄດ້ສະພາບການໂດຍ​ທັນເວລາ, ສະ​ເໜີ​ການ​ນຳ​ແຂວງພິຈາລະນາ ​ແລະ​ ໃຫ້​ຄວາມ​ເຫັນ.

​ໃນ​ໄລຍະ​ດຳ​ເນີນ​ການ​ປະຕິບັດງານ, ຄະນະ​ກໍ່​ໄດ້​ໄປ​ຢ້ຽມຢາມ ​ແລະ ​ສຳ​ຫຼວດ​ບັນດາການ​ເຄື່ອນໄຫວຜະລິດ​ທຸລະ​ກິດ​ຂອງ​ກຸ່ມ​ບໍລິສັດ SOKIMEX ​ເທິງ​ພູ​ ​Bokor ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ແຂວງ ດົ່ງ​ທາບ. ຜ່ານ​ການ​ເຊື່ອມ​ຕໍ່​ຂອງ​ການ​ນຳ​ແຂວງ ດົ່ງ​ທາບ, ກຸ່ມ​ບໍລິສັດ SOKIMEX ແລະ ກຸ່ມ​ບໍລິສັດ NOVALAND ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ການ​ຮ່ວມ​ມື ​ແລະ ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ຢູ່ ດົ່ງ​ທາບ ດ້ວຍ​ຮູບ​ແບບ​ທີ່​ເໝາະ​ສົມ​ລະຫວ່າງ​ລັດຖະບານ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ.

ໄຊພອນ

ເຫດການ
302 Found

Found

The document has moved here.