ສະ​ຖານ​ທີ່​ໜູນ​ຊ່ວຍ​ນັກ​ຮຽນ​ຈາກ​ຢູ​ແກຼນ​ກັບມາ​ຫວຽດ​ນາມ​ຮ່ຳ​ຮຽນ

09:02 | 22/03/2022

ຍ​ສ​ໝ - ໂຮງ​ຮຽນ Lomonoxop ຮ່າ​ໂນ້ຍ​ ຫາ​ກໍ່​ປະ​ກາດ​ສ້າງ​ທຸ​ກ​ແຫຼ່ງ​ກຳ​ລັງ​ດີ່​ທີ່​ສຸດ, ໜູນ​ຊ່ວຍ​ນັກ​ຮຽນ​ຈາກ​ຢູ​ແກຼນ​ກັບ​ເມືອ​ປະ​ເທດ​ຮ່ຳ​ຮຽນ.

ຄົ້ນ​ພົບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ນີງບິ່ງ ຄົ້ນ​ພົບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ນີງບິ່ງ
ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ
ສະ​ຖານ​ທີ່​ໜູນ​ຊ່ວຍ​ນັກ​ຮຽນ​ຈາກ​ຢູ​ແກຼນ​ກັບມາ​ຫວຽດ​ນາມ​ຮ່ຳ​ຮຽນ
ໂຮງ​ຮຽນ Lomonoxop ຮ່າ​ໂນ້ຍ

ເມື່ອແບ່ງ​ປັນ​ກັບ​ວາລະສານ​ຍຸກ​ສະ​ໄໝ, ທ່​ານ ​ຫງວຽນ​ກວາງ​ຕຸງ, ອະ​ທິ​ການ​ບໍ​ດີ ໂຮງ​ຮຽນ Lomonoxop ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ​ມີ ຜູ້​ປົກ​ຄອງ​ນັກ​ຮຽນ 3 ຄົນ​ໄດ້​ມາ​ໂຮງ​ຮຽນ Lomonoxop ເພື່ອ​ຕິດ​ຕໍ​່ຂໍ​ໃຫ້​ລູກຈາກ​ຢູ​ແກຼນ​ກັບ​ປະ​ເທດ​ຮ່ຳ​ຮຽນ​.

ລະ​ອຽດ​ມີ​ນັກ​ຮຽນ ຊັ້ນ ​ມໍ3 ມໍ 5 ລວມ 03 ຄົນ. ໂດຍ​ສະ​ເພາະ​ແມ່ນ​ກໍ​ລະ​ນີ​ນັກ​ຮຽນ​ມໍ 5 ໂດຍ​ຜູ້​ປົກ​ຄອງ ແລະ ລູກ​ຍັງ​ພວມ​ຮ່ຳ​ຮຽນ​ຢູ່ ຢູ​ແກຼນ ສະນັ້ນ ​ຄອບ​ຄົວ​ໄດ້ດຳ​ເນີນ​ການ​ປະ​ຕິ​ບັດ​ລະ​ບ​ຽບ​ການ​ເຂົ້າ​ຮຽນ, ເພື່ອ​ກະ​ກຽມ​ໃຫ້​ແກ່​ລູກ​ກັບ​ເມືອ​ປະ​ເທດ​ໃນ​ຖ້ຽວ​ບິນ​ໄວ​ທີ່​ສຸດ​ເພື່ອ​ເຂົ້າ​ຮຽນ.

ໂຮງ​ຮຽນ Lomonoxop ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ດີ​ທີ່​ສຸດ, ໜູນ​ຊ່ວຍ​ຮັກ​ຮຽນ​ຈາກ​ຢູ​ແກຼນ​ກັບ​ຫວຽດ​ນາມ ຮ່ຳ​ຮຽນ.

“ໂຮງ​ຮຽ​ນ ຈະ​ໃຫ້​ບູ​ລິ​ມະ​ສິດ ແລະ ໜູນ​ຊ່ວຍ​ດີ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນ, ໃນນັ້ນ ມີ​ການ​ແນະ​ນຳ​ປະ​ຕິ​ບັດ​ລະ​ບຽບ​ການ​ຍ້າຍໂຮງ​ຮຽນ, ແນະ​ນຳ​ທຳ​ຄວາມ​ລຶ້ງ​ເຄີຍ​ກ່ຽວ​ກັບ​ຫຼັກສູດ, ໜູນ​ຊ່ວຍ​ກ່ຽວກັບຈິດຕະສາດ​ໃຫ້​ແກ່​ພວກ​ນ້ອງ​ນັກ​ຮຽນ…. ກ່ອນ​ອື່ນ, ພວກ​ນ້ອງນັກຮຽນ​ຈະ​ເຂົ້າ​ຮ່ວມ​ການ​ຮຽນ​ກ່ອນໃນ​ຂະ​ນະ​ທີ່ຫ້ອງການ​ໂຮງ​ຮຽນ ໜູນ​ຊ່ວຍ​ລະ​ບຽບ​ການ, ໃບ​ຢັ້ງ​ຢືນ​ຂອງ​ສະ​ຖານ​ທູດ, ແປປຶ້ມຕິດຕາມ​ການ​ຮຽນ, ຜ່ານ​ຫ້ອງ​ການ​ສຶກ​ສາ ສຳ​ລັບ​ນັກ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ແລະ ຜ່ານ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງ ສຳ​ລັບ​ຮັກ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ”, ທ່ານ​ ຕຸງ ​ແບ່ງ​ປັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.