ຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະ​ສິດ​ທິ​ຜົນ​ໃນສັບປະດາວັດ​ທະ​ນະ​ທໍາ​ຂອງບັນດາປະ​ເທດ​ທີ່​ເວົ້າພາສາ ແອັດສະປາຍ​.

11:47 | 27/04/2024

ຍສໝ - ການ​ແຂ່ງຂັນພາກສຽງທີ່ຄັດຈາກຕອນຮູບເງົາ, ການ​ແຂ່ງຂັນ​ເວົ້າພາສາ ແອັດສະປາຍ ເກັ່ງ, ຊິມ​ອາ​ຫານ​ຂອງ​ບັນ​ດາ​ປະ​ເທດທີ່​ເວົ້າ​ພາສາ ແອັດສະປາຍ, ງານມະໂຫລານ​ສິ​ລະ​ປະ Luminiscente... ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​​ຟົດຟື້ນ ເຊິ່ງໄດ້​ດຳ​ເນີນ​ໃນ​ສັບ​ປະ​ດາ​ວັດ​ທະ​ນະ​ທຳບັນດາ​ປະ​ເທດ​ເວົ້າ​ພາສາ ແອັດສະປາຍ ປີ 2024. ລາຍການ ກໍໄດ້ຈັດພິທີເປີດໃນວັນທີ 24 ເມສາ ຢູ່ມະຫາວິທະຍາໄລ ຮ່າໂນ້ຍ.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ
ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ

ໂດຍ​ເຂົ້າ​ຮ່ວມ​ລາຍການ​ ​ມີ​ຜູ້ຕາງໜ້າຂອງ​ສະຖານທູດ​ບັນດາ​ປະ​ເທດທີ່​ເວົ້າ​ພາສາ ແອັດສະປາຍ ປະຈຳ​ຫວຽດນາມ ລວມມີ: ສາທາລະນະ​ລັດ ຊີເລ, ສາທາລະນະ​ລັດ ໂກໂລມບີ, ສາທາລະນະ​ລັດ ກູ​ບາ, ສາທາລະນະ​ລັດ ໂດມີນິກ, ສະຫະພັນ​ ເມັກຊິກ, ສາທາລະນະ​ລັດ ປານາມາ, ສາທາລະນະ​ລັດ ເປຣູ, ລາຊະອານາຈັກ ແອັດສະປາຍ, ສາທາລະນະລັດ ແອນຊານວາດໍ, ສາທາລະນະລັດ ອູຣູກວາຍ ຕາເວັນອອກ, ສາທາລະນະລັດ ໂບລິວາຣີ ເວເນຊູເອລາ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ແອັດສະປາຍ ນະຄອນ ຮ່າໂນ້ຍ.

ກ່າວ​ຄຳປາໄສ​ທີ່​ເປີດລາຍການ, ທ່ານ ຫງວຽນຕ໋ຽນຢູ້ງ, ຮອງອຳນວຍການໂຮງຮຽນມະຫາວິທະຍາ​ໄລ ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ການ​ຮູ້​ພາສາ ແອັດສະປາຍ ​ຊ່ວຍ​ໃຫ້​ນັກ​ສຶກສາ​ແຕ່ລະຄົນ​ເປີດ​ປະຕູ​ກ້າວເຖິງ 21 ປະ​ເທດ​ທີ່​ຕັ້ງ​ຢູ່ 3 ທະວີບຕ່າງກັນດ້ວຍບັນດາຈຸດວັດທະນະທຳ​ທີ່ເປັນເອກະລັກພິເສດ.

ຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະ​ສິດ​ທິ​ຜົນ​ໃນສັບປະດາວັດ​ທະ​ນະ​ທໍາ​ຂອງບັນດາປະ​ເທດ​ທີ່​ເວົ້າພາສາ ແອັດສະປາຍ​.

ຮ້ານ ເປຣູ ທີ່ສັບປະດາວັດທະນະທໍາຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ ໃນປີ 2024. (ພາບ: hanu.vn)

ສັບປະດາວັດທະນະທຳປີນີ້ ບໍ່ພຽງແຕ່ຈະຊ່ວຍຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງມະຫາວິທະຍາໄລ ຮ່າໂນ້ຍ ແລະ ສະຖານທູດບັນດາປະເທດທີ່ເວົ້າພາສາ ແອັດສະປາຍ ເທົ່ານັ້ນ, ຫາກຍັງຊ່ວຍໃຫ້ບັນດານັກສຶກສາຂອງມະຫາວິທະຍາໄລ ມີການລົງຕົວຈິງທີ່ໜ້າສົນໃຈ ແລະ ສະແດງອອກເຖິງຄວາມເຂົ້າໃຈຂອງຕົນກ່ຽວກັບວັດທະນະທໍາຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ. ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ຊຸກຍູ້​ການ​ເຊື່ອມ​ຕໍ່, ເປີດກ້ວາງການ​ພົວພັນ​ທາງ​ການ​ທູດ, ການ​ຄ້າ ​ແລະ ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ທີ່ເວົ້າ​ພາສາ ແອັດສະປາຍ.

ເຫດການສັບປະດາວັດທະນະທໍາຂອງບັນດາປະເທດພາສາທີ່ເວົ້າພາສາ ແອັດສະປາຍ ໃນປີ 2024 ມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນແຕກຕ່າງກັນເຊັ່ນ: ບັນດາການໂອ້ລົມກ່ຽວກັບປະເທດຊາດ, ວັດທະນະທໍາ ແລະ ປະຊາຊົນຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ; ບັນດາການສະແດງຮູບເງົາ; ບັນດາການ​ແຂ່ງຂັນພາກສຽງ ແລະ ການ​ແຂ່ງຂັນ​ເວົ້າພາສາ ແອັດສະປາຍ ເກັ່ງ; ບັນດາຊຸດຮຽນປຸງແຕ່ງອາຫານທີ່ເປັນເອກະລັກສະເພາະຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ; ຮ້ານຂາຍອາຫານຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ; ການສະແດງສິ​ລະ​ປະ...

ຕາມ​ການ​ນຳ​ຂອງ​ໂຮງຮຽນ​ແລ້ວ, ສັບປະດາ​ວັດທະນະ​ທຳ​ຂອງ​ບັນດາ​ປະ​ເທດ​ເວົ້າພາສາ ແອັດສະປາຍ ​ແມ່ນການເຄື່ອນໄຫວເປັນປະຈຳ ເຊິ່ງໄດ້ຈັດຕັ້ງ​ໃນ​ເດືອນ ເມສາ ຂອງແຕ່ລະປີຢູ່​ມະຫາວິທະຍາ​ໄລ ​ຮ່າ​ໂນ້ຍ. ເຫດການດັ່ງກ່າວ ຊ່ວຍໃຫ້ນັກສຶກສາທີ່ພວມຮຽນຢູ່ພະແນກພາສາ ແອັດສະປາຍ ໄດ້ຍົກສູງທັກສະການສື່ສານ; ເປີດກ້ວາງຄວາມຮູ້ກ່ຽວກັບວັດທະນະທໍາ, ສັງຄົມ, ປະເທດຊາດ ແລະ ປະຊາຊົນຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ. ພ້ອມກັນນັ້ນ, ເຫດການນີ້ ຍັງຊ່ວຍເຊື່ອມຕໍ່ບັນດາຄູອາຈານ, ລຸ້ນນັກສຶກສາ ແລະ ຜູ້ທີ່ສົນໃຈ, ຮັກພາສາ ແອັດສະປາຍ ໄດ້ມີໂອກາດຊອກຮູ້ກ່ຽວກັບພາສາ, ເອກະລັກວັດທະນະທຳຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ ນຳອີກ.

ມິງດຶກ

ເຫດການ
302 Found

Found

The document has moved here.