ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສັກວັກຊິນໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ

14:22 | 21/03/2022

ຕອນເຊ້ົາວັນທີ 17 ມີນາ, ຄະນະອຳນວຍການໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ໄດ້ສົບທົບກັບອົງການສາທາລະນະສຸກສັກວັກຊິນກັນພະຍາດໂຄວິດ-19 ໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ.

ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ
ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໜູນຊ່ວຍໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໜູນຊ່ວຍໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ

ພາຍຫຼັງລັດຖະບານລາວ ອະນຸຍາດໃຫ້ສັກວັກຊິນກັນພະຍາດໂຄວິດ-19 ໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ, ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ໄດ້ຕັ້ງໜ້າສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ນັກຮຽນທີ່ຢູ່ໃນເກນອາຍຸນີ້ ເພື່ອຮັບປະກັນຄວາມປອດໄພໃຫ້ນັກຮຽນເມື່ອເຂົ້າຮ່ວມການເຄື່ອນໄຫວຄືໄປຮຽນໂດຍກົງ ຫຼືໄປຫຼິ້ນກິລາ.

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສັກວັກຊິນໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ
ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ. ພາບ: vov.vn.

ທ່ານນາງ ຫງວຽນທິຕ໊າມນຳ, ຫົວໜ້າຫ້ອງການຂອງໂຮງຮຽນຫງວຽນຢູ ໃຫ້ຮູ້ວ່າ “ການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ ແມ່ນເພື່ອແນໃສ່ຊ່ວຍເພີ່ມພູມຕ້ານທານ, ປ້ອງກັນພະຍາດໂຄວິດ-19 ແລະມີຄວາມປອດໄພກວ່າເມື່ອໄປຮຽນ, ເຂົ້າຮ່ວມການເຄື່ອນໄຫວນອກຫຼັກສູດ. ທາງໂຮງຮຽນກໍ່ປະຕິບັດມາດຕະການປ້ອງກັນ, ຕ້ານພະຍາດເປັນຕົ້ນແມ່ນຕ້ອງໃສ່ຜ້າອັດປາກ-ອັດດັງ, ແທກອຸນຫະພູມຮ່າງກາຍກ່ອນທີ່ຈະເຂົ້າມາໂຮງຮຽນ. ນອກຈາກນັ້ນ, ກໍລະນີໃດມີອາການໄຂ້, ໄອກໍ່ຈະໄດ້ພັກຜ່ອນ ແລະຕິດຕາມອາການຢູ່ເຮືອນ”.

ກອ​ງ​ທັບ​

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ