ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ

16:39 | 29/03/2022

ຍ​ສ​ໝ - ວັນ​ທີ 28 ມີ​ນາ, ກະ​ຊວງ​ແຮງ​ງານ-ທະ​ຫານ​ເສັຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ ອົດ​ສະ​ຕາ​ລີ ໄດ້​ມີ​ການ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (ຮູບ​ແບບ​ອອນ​ໄລ໌) ລະ​ຫວ່າງ ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ແລະ ລັດ​ຖະ​ບານ​ຫວຽດ​ນາມ ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ພົນ​ລະ​ເມືອງ​ຫວຽດ​ນາມ​ເຂົ້າ​ຮ່ວມ​ໂຄງ​ການ​ແຮງ​ງານ​ກະ​ສິ​ກຳ​ອົດ​ສະ​ຕາ​ລີ.

ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ໃນ​ບັນ​ດາ​ຂົງ​ເຂດ ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ໃນ​ບັນ​ດາ​ຂົງ​ເຂດ
ມູ​ນ​ຄ່າ​ສົ່ງ​ອອກ​ເກີນ​ດຸນດ້ານກະ​ສິ​ກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ​ຫວຽດ​ນາມ ເພີ່ມ​ຂຶ້ນ​ເກືອບ 87% ມູ​ນ​ຄ່າ​ສົ່ງ​ອອກ​ເກີນ​ດຸນດ້ານກະ​ສິ​ກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ​ຫວຽດ​ນາມ ເພີ່ມ​ຂຶ້ນ​ເກືອບ 87%

ກ່ອນ​ນີ້​ໃນ​ເດືອນ​ກັນ​ຍາ 2021, ລັດ​ຖະ​ບານ​ອົດ​ສະ​ຕາ​ລີ​ປະ​ກາດ​ໂຄງ​ການ​ອອກວີ​ຊ່າ​ໃຫ້​ແກ່​ແຮງ​ງານ​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ເລືອກ​ເອົາ​ຫວຽດ​ນາມ ຊຶ່ງ​ກາຍ​ເປັນ 4 ປະ​ເທດບຸ​ລິ​ມະ​ສິດ​ທີ່​ເຂົ້າ​ຮ່ວມ​ໄວ​ຂຶ້ນ​ໃນ​ໂຄງ​ການ​ນີ້ ຊຶ່ງ​ປະ​ກອບ​ມີ ຫວຽດ​ນາມ, ໄທ, ອິນ​ໂດ​ເນ​ເຊຍ ແລະ ຟີ​ລິປິນ.

ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ
ສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳທີ່ອົດສະຕາລີ. ພາບ: TTXVN

ໂຄງ​ການ​ວີ​ຊ່າແຮງ​ງານ ໄດ້​ຖືກ​ດຳ​ເນີນ​ການ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ທົດ​ແທນ​ແຮງ​ງານ​ທີ່​ຂາດ​ເຂີນ​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທາງ​ເສດ​ຖະ​ກິດ​ໃຫ້​ແກ່​ອົດ​ສະ​ຕາ​ລີ ພ້ອມ​ກັນ​ນັ້ນ ຍັງ​ສ້າງ​ໂອ​ກາດ​ໃຫ້​ແກ່​ແຮງ​ງານ​ຕ່າງ​ປະ​ເທດ; ໃນ​ນັ້ນ​ມີ​ແຮງ​ງານ​ຫວຽດ​ນາມ​ໄດ້​ເກັບ​ກ່ຽວ​ຄວາມ​ຮູ້, ປະ​ສົບ​ການ, ທັກ​ສະ ແລະ ລາຍ​ໄດ້​ໃນ​ໄລ​ຍະ​ເວ​ລາ​ເຮັດ​ຢູ່​ອົດ​ສະ​ຕາ​ລີ ແລະ ສົ່ງ​ລາຍ​ໄດ້​ກັບ​ປະ​ເທດ. ບັນ​ດາ​ຜູ້​ໃຊ້​ແຮງ​ງານ​ຂອງ​ອົດ​ສະ​ຕາ​ລີ​ກໍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ແຮງ​ງານ​ທີ່​ໜ້າ​ເຊື່ອ​ຖື​ໄດ້.

ອົດ​ສະ​ຕາ​ລີ​ຈະ​ຮັບ​ເອົາ​ແຮງ​ງານ​ຫວຽດ​ນາມ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ດ້ວຍ​ຈຳ​ນວນ​ປະ​ມານ 1.000 ຄົນ​ຕໍ່​ປີ; ລະ​ດັບ​ຄ່າ​ແຮງ​ງານ​ພື້ນ​ຖານ (ຍັງ​ບໍ່​ທັນ​ລົບ​ລາຍ​ຈ່າຍ​ໃຊ້​ສອຍ) ເລີ່ມ​ແຕ່ 3.200 ຫາ 4.000 ໂດ​ລາ AUD ຕໍ່​ເດືອນ (ທຽບ​ເທົ່າ​ປະ​ມານ 52,8 ຫາ 66 ລ້ານດົ້ງ​ຕໍ່​ເດືອນ). ນີ້​ເປັນ​ລະ​ດັບ​ລາຍ​ໄດ້​ທີ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ທຽບ​ກັບ​ຕະຫຼາດ​ການ​ຮັບ​ແຮງ​ງານ​ອື່ນໆ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.