ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ

19:00 | 14/03/2022

ຍ​ສ​ໝ - ຮຸ່ງເຊົ້າວັນທີ 10 ມີນາ, ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 300 ຄົນ ທີ່ຍົກຍ້າຍຈາກ ຢູແກຼນ ໄປຍັງ Warsaw (ໂປໂລຍ) ກັບຄືນມາປະເທດ ໄດ້ລົງຈອດຢູ່ສະໜາມບິນ ໂນ້ຍບ່າຍ ຢ່າງປອດໄພ.

ຫວຽດ​ນາມ ໃຫ້ບູ​ລິ​ມະ​ສິດ​ຢູ່​ຢ່າງ​ສູງ​​ແກ່​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງຫວຽດ​ນາມທີ່ ອາ​ໄສ​ຢູ່ ຢູ​ແກຼນ ຫວຽດ​ນາມ ໃຫ້ບູ​ລິ​ມະ​ສິດ​ຢູ່​ຢ່າງ​ສູງ​​ແກ່​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງຫວຽດ​ນາມທີ່ ອາ​ໄສ​ຢູ່ ຢູ​ແກຼນ
ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ
ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ
ພາບ​ປະ​ກອບ: TTXVN

ນີ້ແມ່ນຖ້ຽວບິນທີສອງ ໂດຍບັນດາກະຊວງ, ຂະແໜງການ ແລະ ອົງການຜູ້ຕາງໜ້າ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງແບບບໍ່ເກັບຄ່າໃຫ້ແກ່ພໍ່ແມ່ພີ່ນ້ອງ, ບົນເນື້ອໃນຈິດໃຈໃຫ້ບຸລິມະສິດສູງສຸດແກ່ວຽກງານປົກປ້ອງພົນລະເມືອງຂອງພັກ ແລະ ລັດ ຫວຽດນາມ. ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຈັດສົ່ງພົນລະເມືອງໄປຍັງສະໜາມບິນ, ແຕ່ງຕັ້ງພະນັກງານໜູນຊ່ວຍໃນການເຮັດລະບຽບການທີ່ຈຳເປັນ ແລະ ສົມທົບກັບເຈົ້າໜ້າທີ່ສະເພາະກິດຂອງ ໂປໂລຍ ອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທີ່ສະໜາມບິນ.

ຕາມຂໍ້ມູນຈາກອົງການຕາງໜ້າ ຫວຽດນາມ ປະຈຳບັນດາປະເທດແລ້ວ, ໄລ່ຮອດຕອນເຊົ້າວັນທີ 10 ມີນາ 2022 ມີພົນລະເມືອງ ຫວຽດນາມ ຢູ່ ຣູມານີ ເກືອບ 600 ຄົນ, ຢູ່ ໂປໂລຍ ມີປະມານ 400 ຄົນ ໄດ້ລົງທະບຽນກັບຄືນປະເທດ. ບັນດາອົງການຜູ້ຕາງໜ້າຢູ່ ໂປໂລຍ ແລະ ຣູມານີ ຈະສືບຕໍ່ຮັບບັນຊີລາຍຊື່ຂອງພົນລະເມືອງທີ່ມີຄວາມມຸ່ງມາດປາດຖະໜາຢາກກັບຄືນປະເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.