ຊາວ​ຫວຽດ​ນາມ ອາໄສຢູ່ ຣູ​ມາ​ນີ: ອົບ​ອຸ່ນ​ແຫ່ງສາຍຈິດມິດໃຈເພື່ອນ ຮ່ວມຊາດ ​ໃນ​ຄວາມ​ຫຍຸ້ງ​ຍາກ

08:18 | 14/03/2022

ຍສໝ - ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ຣູ​ມາ​ນີ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ຊຸມ​ປີ 90 ຂອງ​ສະຕະວັດ​ທີ່​ຜ່ານ​ມາ, ໃນເບື້ອງຕົ້ນ​ແມ່ນ​ບັນດາ​ນັກ​ສຶກສາ, ຜູ້​ທີ່​ມາ​ຮ່ຳຮຽນ, ​ອອກແຮງງານ ​ແລະ ຕັ້ງ​ຖິ່ນ​ຖານ​ຢູ່​ປະ​ເທດເພື່ອນ​ຢ່າງ​ຖາວອນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19 ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19

ເດືອນ ທັນວາ 1994, ຢູ່​ສຳນັກງານ​ໃຫຍ່​ສະຖານທູດ​ຫວຽດນາມ ປະຈຳ Bucharest, ຊາວ​ຫວຽດນາມ ອາ​ໄສ​ຢູ່​ທີ່​ນີ້​ໄດ້​ເຕົ້າ​ໂຮມ ​ແລະ ສ້າງ​ຕັ້ງ​ສະມາຄົມ​ຊາວ ຫວຽດນາມ ຢູ່ ຣູ​ມາ​ນີ ດ້ວຍ​ຈຸດໝາຍ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ຊີວິດ; ເພີ່ມທະວີຄວາມ​ສາມັກຄີ​, ສະໜິດຕິດພັນໃນ​ປະຊາ​ຄົມ ​ແລະ ອະນຸລັກ​ຮັກສາ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ.

ຊາວ​ຫວຽດ​ນາມ ອາໄສຢູ່ ຣູ​ມາ​ນີ: ອົບ​ອຸ່ນ​ແຫ່ງສາຍຈິດມິດໃຈເພື່ອນ ຮ່ວມຊາດ ​ໃນ​ຄວາມ​ຫຍຸ້ງ​ຍາກ
ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສຢູ່ ຣູ​ມາ​ນີ ມອບອາຫານໂດຍບໍ່ເສຍຄ່າໃຫ້ຊາວຫວຽດນາມ ອົບພະຍົບຈາກ ຢູແກຣນ. ພາບ: vov.vn

​ເມື່ອຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ, ສະມາຄົມ​ດັ່ງກ່າວ​ມີ​ສະມາຊິກ​ພຽງ 15 ຄົນ. ນັບ​ແຕ່​ເມື່ອໄດ້​ຮັບ​ການ​ສ້າງ​ຕັ້ງ, ສະມາຄົມ​ໄດ້​ມີ​ການ​ເຄື່ອນ​ໄຫວຢ່າງຕັ້ງໜ້າ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄ່ອຍໆ​ກາຍ​ເປັນ​ເວທີ​ປາ​ໄສ​ທີ່​ມີ​ປະ​ໂຫຍ​ດ, ​ເປັນ​ສະຖານ​ທີ່​ດໍາລົງຊີວິດລວມ​ຂອງ​ຊາວ ຫວຽດນາມ ອາໄສຢູ່ ຣູມາ​ນີ.

ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມ ໄດ້ເຊື່ອມໂຍງຢ່າງເລິກເຊິ່ງ ເຂົ້າໃນຊີວິດສັງຄົມຣູ​ມາ​ນີ, ພ້ອມທັງມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນ ການພົວພັນທີ່ເປັນມູນເຊື້ອລະຫວ່າງສອງຊາດ ຫວຽດນາມ ແລະ ຣູ​ມາ​ນີ.

ບູນມີ

ເຫດການ
302 Found

Found

The document has moved here.