ຈັດຕັ້ງການແຂ່ງຂັນແປພາສາຫວຽດໃນທົ່ວລັດເຊຍ ຄັ້ງທີ 1

13:10 | 22/03/2022

ຍ​ສ​ໝ - ການ​ແຂ່ງ​ຂັນ​ແປ​ພາ​ສາ​ຫວຽດ ຄັ້ງ​ທຳ​ອິດ ໄດ້​ຈັດ​ຂຶ້ນ​ໃຫ້​ແກ່​ບັນ​ດາ​ນັກສຶກ​ສາ ແລະ ນັກຄົ້ນ​ຄວ້າ ຫວຽດ​ນາມ​ໃນ​ທົ່ວ​ລັດ​ເຊຍ ຊຶ່ງ​ສະ​ແດງ​ອອກ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ຄົນ​ລັດ​ເຊຍ, ສັງ​ຄົມ​ລັດ​ເຊຍ​ ຕໍ່​ກັບ​ພາ​ສາ​ຂອງ​ຫວຽດ​ນາມ.

ສະມາຄົມນັກສຶກສາຫວຽດນາມ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 1 (ຄັ້ງທີ 2) ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ສະມາຄົມນັກສຶກສາຫວຽດນາມ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 1 (ຄັ້ງທີ 2) ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ
ເວທີປາໄສເສດຖະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 1 ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ ເວທີປາໄສເສດຖະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 1 ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ

ການ​ແຂ່ງ​ຂັນ​ແປ​ພາ​ສາ​ຫວຽດ ຄັ້ງ​ທຳ​ອິດ ໄດ້​ຈັດ​ຂຶ້ນ​ໃຫ້​ແກ່​ບັນ​ດາ​ນັກສຶກ​ສາ ແລະ ນັກຄົ້ນ​ຄວ້າ ຫວຽດ​ນາມ​ໃນ​ທົ່ວ​ລັດ​ເຊຍ ຊຶ່ງ​ສະ​ແດງ​ອອກ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ຄົນ​ລັດ​ເຊຍ, ສັງ​ຄົມ​ລັດ​ເຊຍ​ ຕໍ່​ກັບ​ພາ​ສາ​ຂອງ​ຫວຽດ​ນາມ.

ໃນ​ຜ່ານ​ມານັ້ນ, ມະ​ຫາ​ວິ​ທະ​ຍາ​ໄລ​ການ​ພົວ​ພັນ​ສາ​ກົນ​ມອ​ສ​ເຄີ​ວາ (MGIMO) ທີ່​ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ໄດ້​ຈັດ​ຕັ້ງ: “ການ​ແຂ່ງ​ຂັນ​ແປ​ພາ​ສາ​ຫວຽດ​ໃນ​ຂົງ​ເຂດ​ການ​ພົວ​ພັນ​ວິ​ຊາ​ສະ​ເພາະ​ຂະ​ແໜງ​ການ” ໃນ​ທົ່ວ​ລັດ​ເຊຍ​ຄັ້ງ​ທີ​ 1 ຢູ່​​ສຳ​ນັກ​ງານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ນະ​ຄອນມອ​ສ​ເຄີ​ວາ.

ຈັດຕັ້ງການແຂ່ງຂັນແປພາສາຫວຽດໃນທົ່ວລັດເຊຍ ຄັ້ງທີ 1
ພາບ​ປະ​ກອບ: baotintuc.vn

ຂໍ້​ມູນ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ຫວຽດ​ນາມ​ໂດຍ​ທ່ານ ໂດ໊ຊວນ​ຮ​ວ່າງ ປະ​ທານ​ສະ​ມາ​ຄົມ​ຫວຽດ​ນາມ​ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ - ຫົວ​ໜ້າຄັງ​ມູນ​ເຊື້ອ ແລະ ມິດ​ຕະ​ພາບ - ຮອງ​ປະ​ທານສະ​ມາ​ຄົມ​ມິດ​ຕະ​ພາບ​ລັ​ດ​ເຊຍ-ຫວຽດ ຢືນ​ຢັນ​ວ່າ: ການ​ແຂ່ງ​ຂັນ​ແປ​ພາ​ສາ​ທີ່​ຈັດ​ຂຶ້ນ​ເທື່ອ​ທຳ​ອິດ​ໃຫ້​ແກ່​ນັກ​ສຶກ​ສາ ແລະ ນັກ​ຄົ້ນ​ຄວ້າ​ຫວຽດ​ນາມ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ຊຶ່ງ​ສະ​ແດງ​ອອກ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ຄົນ​ລັດ​ເຊ​ຍ, ສັງ​ຄົມ​ລັດ​ເຊຍ​ຕໍ່​ກັບ​ພາ​ສາ​ຫວຽດ, ພ້ອມ​ກັນ​ນັ້ນ ກໍ​ເປັນ​ການ​ຢືນ​ຢັນບົດ​ບາດ ແລະ ຖາ​ນະ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ.

ດ້ວຍ​ເປົ້າ​ໝາຍ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ມູນ​ເຊື້ອ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ, ຄັງ​ມູນ​ເຊື້ອ ແລະ ມິດ​ຕະ​ພາບ​ໄດ້​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ບັນ​ດາ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ໃກ້​ຄຽງ​ກັນ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ.

ການ​ແຂ່ງ​ຂັນ​ດຳ​ເນີນ​ດ້ວຍ​ຮູບ​ແບບ​ກັບ​ທີ່ ແລະ ທາງ​ໄກ​ອອນ​ໄລນ໌​ສຳ​ລັບ​ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ທີ່​ຢູ່​ທາງ​ທິດຕາ​ເວັນ​ອອກ, ແຊ​ນ໌-ປີ​ເຕີ​ເບີ​ກ໌, ຄາ​ຊານ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.