ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາທີ່ມີລັກສະນະປະຫວັດສາດກັບທ່ານປະທານາທິບໍດີລັດເຊຍ V.Putin ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ, ປຶກສາຫາລື 20 ບັນຫາສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ບໍລິສັດຫຸ້ນສ່ວນກກຸ່ມບໍລິສັດ T&T Group ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກອງທຶນລົງທຶນໂດຍກົງຂອງສະຫະພັນລັດເຊຍ (RDIF) ແລະ ກຸ່ມບໍລິສັດ Binnopharm ກ່ຽວກັບການມອບໂອນເຕັກໂນໂລຢີການຜະລິດ, ການສ້າງຕັ້ງຮາກຖານການຜະລິດໃຫມ່ຈໍານວນໜຶ່ງ ໃນວົງຈອນການຜະລິດວັກຊີນ Sputnik V ແບບຄົບວົງຈອນ.
ຍສໝ - ຕອນຄ່ຳວັນທີ 30 ພະຈິກ (ຕາມເວລາຫວຽດນາມ), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບ ທ່ານປະທານາທິບໍດີລັດເຊຍ Vladimir Putin. ສອງຝ່າຍຢືນຢັນວ່າ: ພະລັງງານ ແລະ ນ້ຳມັນອາຍແກັສ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ.
ການກຳເນີດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ, ບໍ່ພຽງແຕ່ສ້າງໜ້າປະຫວັດສາດອັນສະຫງ່າລາສີທີ່ສຸດຂອງປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ, ນຳປະເທດລາວ ກ້າວເຂົ້າສູ່ສັງກາດພັດທະນາໃໝ່, ສົດໃສເທົ່ານັ້ນຫາກຍັງມີຄວາມໝາຍຍຸກສະໄໝຢ່າງເລິກເຊິ່ງ, ເປັນຂີດໝາຍບາດລ້ຽວໃໝ່ໃນພູມສາດການເມືອງໃນພາກພື້ນ, ພ້ອມທັງເປັນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນພາລະກິດການປະຕິວັດລວມຂອງສອງປະເທດຫວຽດນາມ ແລະລາວ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຢືນຢັນວ່າ ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບັນລຸໄດ້ບັນດາໝາກຜົນຮອບດ້ານ ແລະ ມີຄວາມໝາຍຍຸດທະສາດ, ສ້າງຄວາມໝາຍອັນໃຫຍ່ຫຼວງໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານປະທານສະພາສູງລາຊະອານາຈັກກຳປູເຈຍ Samdech Say Chhum ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຮຸຍແທງ ເຂົ້າຢ້ຽມຂ່ຳນັບ.
ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 11 ຂອງແນວລາວສ້າງຊາດ ໄລຍະ 2021-2026 ໄດ້ດຳເນີນໄປຢ່າງສຳເລັດຜົນ, ຫວ່າງແລ້ວນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈຽນ ໄດ້ສົ່ງຈົດໝາຍອວຍພອນ.
ຍສໝ - ວັນທີ 01 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ທີ່ສຳນັກງານຂອງສະມາຄົມປະຊາຊົນ ອາຊີ - ເອີລົບ (ສະມາຄົມ), ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກກັບການນຳຂອງສະມາຄົມ.
ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ
ຍສໝ - ທ່ານ ນາງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຣູມານີ ປະຈຳ ຫວຽດນາມ Cristina Romila ໄດ້ມີບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 103 ປີແຫ່ງວັນຊາດ ຣູມານີ (1/12/1918 – 1/12/2021) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ປີ 1991-2021).
ຄວາມສາມັກຄີ, ການຮ່ວມມື, ຮ່ວມແຮງຮ່ວມໃຈ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດແມ່ນເງື່ອນໄຂຈຳເປັນເພື່ອຮັບປະກັນການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງ ບຸ່ຍທິມິງຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຈລະຈາທາງໄກກັບທ່ານນາງ Men Xom On ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກປະຊາຊົນກຳປູເຈຍ, ຮອງນາຍົກລັດຖະມົນຕີ ກຳປູເຈຍ.
ຍສໝ - ໃນຂອບເຂດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຕອນເຊົ້າວັນທີ 25 ພະຈິກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Koichi Haguida.
ຫວ່າງແລ້ວນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ຜູ້ດີເດັ່ນ” ປີ 2021. ເນື່ອງໃນໂອກາດນີ້, ມີນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນ 107 ຄົນ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍຊົມເຊີຍ ຍ້ອນມີຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂະບວນການ.
ຕອນບ່າຍວັນທີ 29 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ ປະຈຳ ຫວຽດນາມ.
ຄາດວ່າ ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະພົບປະກັບຜູ້ອຳນວຍການໃຫຍ່ຫ້ອງການ ສປຊ ປະຈຳ ເຊີແນວ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO), ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO).
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວູກວາງມິນ ໄດ້ມີການເຮັດວຽກກັບທ່ານ Marko Walde, ຫົວໜ້າຜູ້ຕາງໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າ ເຢຍລະມັນ ປະຈຳ ຫວຽດນາມ (AHK) ແລະ ທ່ານ ຫງວຽນກວາງຮຽວ ປະທານສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ນະຄອນ ຮ່າໂນ້ຍ.
ຍສໝ - ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານາທິບໍດີ ສະຫະພັນ ສະວິດ Guy Parmelin ໄດ້ໂອ້ລົມສົນທະນາກັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປຶກສາຫາລືກ່ຽວກັບວິທີການແກ້ໄຂລະອຽດ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສະວິດ ພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງສອງປະເທດ.
ສະວິດ ມີຄວາມປາດຖະໜາຢາກລົງນາມໃນສັນຍາການຄ້າເລ FTA ທີ່ຄ້າຍຄືກັນສັນຍາ ລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ, ຜ່ານນັ້ນ ຈະລົບລ້າງທຸກສິ່ງກີດຂວາງໃນການຈໍລະຈອນສິນຄ້າລະຫວ່າງສອງປະເທດ. ມີຂໍ້ບຸລິມະສິດອີກອັນໜຶ່ງແມ່ນສ້າງກອບນິຕິກຳ ທີ່ອຳນວຍຄວາມສະດວກ, ປະຕິບັດສິດຊັບສິນທາງປັນຍາໃຫ້ມີປະສິດທິຜົນ.
ຍສໝ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະລັດລັດເຊຍ ປະຈຳຫວຽດນາມ, ທ່ານ Bezdetko Gennady ໄດ້ເນັ້ນໜັກຄືແນວນັ້ນ ເມື່ອໃຫ້ການຕອບສຳພາດຕໍ່ວາລະສານຍຸກສະໄໝກ່ຽວກັບບົດບາດ ແລະ ທີ່ຕັ້ງຂອງການຕ່າງປະເທດປະຊາຊົນໃນການພົວພັນຫວຽດນາມ - ລັດເຊຍ...
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021), ວັນທີ 23 ພະຈິກ, ຄະນະຜູ້ແທນສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ແລະບັນດາອົງການຂອງຫວຽດນາມຢູ່ຄຽງຂ້າງສະຖານກົງສູນໃຫຍ່ພ້ອມກັບຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມ ຢູ່ບໍລິເວນໄປຍັງອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຫຼວງພະບາງ.
ຍສໝ - ວັນທີ 24 ພະຈິກ, ທ່ານ Guido Hildner ເອກອັກຄະລັດຖະທູດ ສະຫະພັນເຢຍລະມັນ ປະຈໍາ ຫວຽດນາມ ໄດ້ມອບເຄື່ອງຊ່ວຍຫາຍໃຈ 75 ເຄື່ອງ, ຈໍສະແດງຜົນ 15 ໜ່ວຍ ແລະ ເຄື່ອງວັດແທກລະດັບອົກຊີ ແລະ ອັດຕາການເຕັ້ນຫົວໃຈ 20.000 ໜ່ວຍ ໃຫ້ແກ່ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຖາບັນການທູດຫວຽດນາມ (DAV) ໄດ້ໄຂກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 13 ດ້ວຍຫົວຂໍ້ “ເບິ່ງຄືນອະດີດ ເພື່ອອະນາຄົດທີ່ສົດໃສກວ່າ”.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 103 ປີແຫ່ງວັນຊາດ ສາທາລະນະລັດ ລັດເວຍ (18 ພະຈິກ 1918 – 18 ພະຈິກ 2021), ຕາງໜ້າສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ສົ່ງສານອວຍພອນເຖິງ ທ່ານນາງ Inara Murniece - ປະທານສະພາແຫ່ງຊາດ ສາທາລະນະລັດ ລັດເວຍ.
ຍສໝ - ຫວ່າງແລ້ວນິ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລຸກຊຳບວກ ຫງວຽນວັນຖາວ ໄດ້ຍື່ນສານຕາຕັ້ງຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ຕໍ່ ທ່ານປະມຸກແຫ່ງ ລຸກຊຳບວກ Henry.
ຍສໝ - ຫວ່າງແລ້ວນີ້, ໃນຂອບເຂດກອງປະຊຸມຄັ້ງທີ 41 ຂອງກອງປະຊຸມໃຫຍ່ UNESCO ຢູ່ນະຄອນຫຼວງ ປາຣີ (ຝະລັ່ງ), ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາບໍລິຫານງານອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄລຍະ 2021-2025.
ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະແລກປ່ຽນກັບບັນດາການນຳ ຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບາງຂົງເຂດຈຸດສຸມ, ໂດຍສະເພາະແມ່ນການຮ່ວມມືທາງດ້ານເສດຖະກິດ, ສາທາລະນະສຸກ.
ຍສໝ - ໜ້າເວັບໄຊ໌ ihsmarkit.com ຂອງບໍລິສັດຄົ້ນຄວ້າການຕະຫຼາດ IHS Markit (ອັງກິດ) ຫາກໍລົງພິມບົດຂຽນຄາດຄະເນ ກ່ຽວກັບຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ.
ຕອນເຊົ້າວັນທີ 20 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ ຄືວັນທີ 20 ພະຈິກ ແລະ ໄຂສົກຮຽນໃໝ່ 2021 – 2022 ຂອງ ສະຖາບັນກະສິກຳ ຫວຽດນາມ.
ສີ້ນສຸດກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ໄດ້ມອບຕຳແໜ່ງປະທານ AF BOT ໃຫ້ທ່ານ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຂອງບຣູໄນປະຈຳ ອາຊຽນ. ບຣູໄນ ຈະຮັບຜິດຊອບບົດບາດນີ້ ໃນປີ 2022.