ລຸກຊຳບວກ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືຫຼາຍດ້ານກັບ ຫວຽດນາມ

15:40 | 24/11/2021

ຍສໝ - ຫວ່າງແລ້ວນິ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ລຸກຊຳບວກ ຫງວຽນ​ວັນ​​ຖາວ ໄດ້​ຍື່ນສານຕາຕັ້ງຂອງ​ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕໍ່ ທ່ານປະມຸກແຫ່ງ ລຸກຊຳບວກ Henry.

ເວທີສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ ເວທີສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ
ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ
ລຸກຊຳບວກ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືຫຼາຍດ້ານກັບ ຫວຽດນາມ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳລຸກຊຳບວກ ຫງວຽນ​ວັນ​​ຖາວ ໄດ້​ຍື່ນສານຕາຕັ້ງຂອງ​ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕໍ່ ທ່ານປະມຸກແຫ່ງ ລຸກຊຳບວກ Henry. (ພາບ: TTXVN)

ທີ່​ພິທີ, ​ທ່ານປະມຸກແຫ່ງ ລຸກຊຳບວກ Henry ຢືນຢັນ​ຄວາມ​​ຕ້ອງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ຜ່ານ​ຂອບ​ເຂດ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ເອີຣົບ (EU) ​ແລະ ຫວຽດນາມ (EVFTA) ​ເຊິ່ງມີ​ຜົນ​ສັກສິດ​ແຕ່​ເດືອນ 8/2020. ທ່ານປະມຸກແຫ່ງ ລຸກຊຳບວກ Henry ຕີລາຄາສູງການສົມທົບກັນລະຫວ່າງ ສອງປະເທດ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ ເຊັ່ນ: ສະຫະປະຊາຊາດ, ເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM) ແລະ ປະຊາຄົມນຳໃຊ້ພາສາຝຣັ່ງ. ພ້ອມກັນນັ້ນ, ກໍ່ໄດ້ແບ່ງປັນຄວາມສຳຄັນຂອງການ​ຮ່ວມ​ມື​ກັນຮັບປະກັນຄວາມສະຫງົບ, ​ຄວາມ​ປອດ​ໄພ, ປ້ອງກັນ ​ແລະ ຄວາມ​ເສລີ​ໃນ​ການ​ເດີນທະເລ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​​ຖາວ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ ລຸກຊຳບວກ ​ໃນ​ຖານະ​ເປັນ​ສູນ​ກາງ​ການ​ເງິນ​ຂອງ​ໂລກ ​ແລະ ດຶງ​ດູດ​ບັນດາ​ແຫຼ່ງທຶນ​ລົງທຶນ ​ແລະ ຈຳໜ່າຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ ໄດ້​ກ່າວ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ ລຸກຊຳບວກ, ເຊິ່ງ​ແມ່ນ​ປະ​ເທດ​ລົງທຶນ​ໃຫຍ່​ອັນ​ດັບ 5 ຂອງເອີຣົບ ຢູ່ ຫວຽດນາມ ​ເພື່ອະຫຍາຍ​ການ​ຮ່ວມ​ມື ​ແລະ ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ທີ່ຕ່າງຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດຄື: ການ​ເງິນ, ການ​ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ​ທົດ​ແທນ, ​ເສດຖະກິດໝູນວຽນ, ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທໍາ, ການ​ສຶກ​ສາ​ ແລະ​ ການພົບປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.