ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ສ.ປ.ປ ລາວ

06:41 | 02/12/2021

ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ

ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ
ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ

ໃນວັນທີ 1 ທັນວາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສ.ປ.ປ ລາວ ຄົບຮອບ 46 ປີ (2/12/1975 – 2/12/2021), ທ່ານເລຂາທິການໃຫຍ່ພັກກອມມຸນິດ ຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ໄດ້ພ້ອມກັນສົ່ງ ໂທລະເລກອວຍພອນເຖິງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສ.ປ.ປ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສ.ປ.ປ ລາວ ພັນຄຳ ວິພາວັນ ແລະ ທ່ານປະທານສະພາແຫ່ງຊາດ ສ.ປ.ປ ລາວ ໄຊສົມພອນ ພົມວິຫານ.

ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ສ.ປ.ປ ລາວ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ, ໂດຍສະເພາະແມ່ນໄລຍະ 35 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາການພັດທະນາເສດຖະກິດ - ສັງຄົມໃນສະພາບການທີ່ຫຍຸງຍາກຍ້ອນ ໂລກລະບາດ ໂຄວິດ - 19, ປົວແປງການດຳລົງຊິວິດຂອງປະຊາຊົນໃນທູກດ້ານໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ, ນັບມື້ນັບຍົກສູງຖານະບົດບາດ ແລະ ທີ່ຕັ້ງ ຂອງ ສ.ປ.ປ ລາວ ໃນເວທີສາ ກົນ.

ບັນດາການນຳ ຫວຽດນາມ ເຊື່ອໝັ້ນວ່າພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດ ລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ສ.ປ.ປ ລາວ ທອງລຸນ ສີສຸລິດ ເປັນປະທານ, ປະຊາຊົນ ລາວ ບັນດາເຜົ່າ ຈະສືບຕໍ່ບັນລຸໄດ້ບັນດາໝາກຜົນໃໝ່ທີ່ໃຫຍ່ ຫຼວງກວ່າເກົ່າ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງໄວວາ, ຟື້ນຟູ ແລະ ສືບຕໍ່ພັດທະນາເສດຖະກິດ - ສັງຄົມໂດຍໄວ, ປະຕິບັດບັນດາເປົ້າໝາຍທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ IX ຢ່າງສຳເລັດ, ສ້າງປະເທດ ລາວ ເປັນປະເທດແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ໃນວັນດຽວກັນ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້ສົ່ງໂທລະເລກອວຍພອນ ເຖິງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ; ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເລຮ່ວາຍຈູງ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ທອງສະຫວັນ ພົມວິຫານ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ເຊີ່ນດຽວກັນ.

ແລະ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 46 ປີ (2 ທັນວາ 1975-2 ທັນວາ 2021) ແລະ ວັນຄ້າຍວັນເກີດ ຄົບຮອບ 101 ປີ ຂອງປະທານ ໄກສອນ ພົມວິຫານ (13 ທັນວາ 1920 - 13 ທັນວາ 2021) ຕອນບ່າຍວັນທີ 1 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ໄດ້ໄປອວຍພອນສະຖານທູດລາວ ປະຈຳ ຫວຽດນາມທີ່ຮ່າໂນ້ຍ.

ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງທີ່ລາວບັນລຸໄດ້ໃນກິດຈະການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 46 ປີຜ່ານມາ, ພິເສດແມ່ນພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່. ທ່ານຮອງລັດຖະມົນຕີ ຫວັງວ່າ ໃນໄລຍະຈະມາເຖິງ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແລະ ພະນັກງານສະຖານທູດລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນລະຫວ່າງ 2 ປະເທດ.

ທາງຝ່າຍສະຖານທູດລາວ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ໃນການເສີມສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.