ຊຸກ​ຍູ້ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ ໃນຫຼາຍ​ຂົງ​ເຂດ

14:53 | 28/11/2021

ຍສໝ - ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານາທິບໍດີ ສະຫະພັນ ສະວິດ Guy Parmelin ໄດ້ໂອ້ລົມສົນທະນາກັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປຶກສາຫາລືກ່ຽວກັບວິທີການແກ້ໄຂລະອຽດ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສະວິດ ພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງສອງປະເທດ.

ທ່ານປະທານປະເທດ ຫງວຽນຊວັນຟຸກ, ຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານຢູ່ນະຄອນ ໂຮ່ຈີມິນ ທ່ານປະທານປະເທດ ຫງວຽນຊວັນຟຸກ, ຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານຢູ່ນະຄອນ ໂຮ່ຈີມິນ
ທ່ານປະທານປະເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ແລະ ການນຳບັນດາປະເທດເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື​ສອງຝ່າຍ ທ່ານປະທານປະເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ແລະ ການນຳບັນດາປະເທດເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື​ສອງຝ່າຍ
ຊຸກ​ຍູ້ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ ໃນຫຼາຍ​ຂົງ​ເຂດ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin. ພາບ: TTXVN

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານ ສະວິດ ສົ່ງເສີມວິສາຫະກິດ ສະວິດ ມາລົງທຶນຢູ່ ຫວຽດນາມ ແລະ ຢືນຢັນວ່າ ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໃຫ້ໂປ່ງໃສ, ອຳນວຍຄວາມສະດວກໃຫ້ວິສາຫະກິດຕ່າງປະເທດ.

ສອງຝ່າຍເຫັນດີເປັນເອກະພາບຈະມານະພະຍາຍາມເຈລະຈາ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ກັບກຸ່ມການຄ້າເສລີ ເອີລົບ (EFTA) ໃຫ້ສຳເລັດໂດຍໄວ. ນອກຈາກນັ້ນ, ສອງຝ່າຍກໍໄດ້ເປັນເອກະພາບກັນ ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຢີ, ການສຶກສາ - ກໍ່ສ້າງໃຫ້ຫຼາຍກວ່າອີກ, ມຸ່ງໄປເຖິງການສ້າງຂອບການພົວພັນຄູ່ຮ່ວມກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ 2 ຝ່າຍຈົ່ງຊຸກຍູ້ບັນດາວິສາຫະກິດ, ຮາກຖານຄົ້ນຄວ້າຂອງສອງປະເທດຮ່ວມມືກັນພັດທະນາ, ຜະລິດ ແລະ ແຈກຢາຍວັກຊິນ ແລະ ຢາປິ່ນປົວໂຄວິດ-19.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍ່ປາດຖະໜາວ່າ ລັດຖະບານ ສະວິດ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ເຊື່ອມໂຍງເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ສະວິດ, ກໍຄື ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ.

ທ່ານປະທານາທິບໍດີ ສະວິດ Guy Parmelin ໃຫ້ຮູ້ວ່າ ລັດຖະບານ ສະວິດ ຕົກລົງສືບຕໍ່ໃຫ້ບຸລິມະສິດສະໜອງທຶນ ODA ຈຳນວນເງິນກວ່າ 75,6 ລ້ານ USD ໃຫ້ແກ່ ຫວຽດນາມ ໃນໄລຍະ 2021 – 2024, ສຸມໃສ່ຂົງເຂດປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິຮູບເສດຖະກິດ.

ສອງຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ບັນດາ​ອົງການ​ສາກົນ​ຄື ສະຫະ​ປະຊາ​ຊາດ, ກົນ​ໄກ​ຮ່ວມ​ມື​ ອາຊີ - ເອີ​ລົບ ​ແລະ ອື່ນໆ, ຫວຽດນາມ ​ເຫັນ​ດີ​ສະໜັບສະໜູນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່ເພື່ອ​ໃຫ້​ ສະ​ວິດ ​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ກ່ຽວກັບບັນຫາທະເລຕາເວັນອອກ, ສະວິດ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັບປະກັນຄວາມເສລີໃນການເດີນເຮືອ, ເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນຜ່ານການເຈລະຈາທີ່ໂປ່ງໃສ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ.

ໄຊພອນ

ເຫດການ
302 Found

Found

The document has moved here.