ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ອວຍພອນວັນຊາດລາວ

16:27 | 26/11/2021

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021), ວັນທີ 23 ພະຈິກ, ຄະນະຜູ້ແທນສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ແລະບັນດາອົງການຂອງຫວຽດນາມຢູ່ຄຽງຂ້າງສະຖານກົງສູນໃຫຍ່ພ້ອມກັບຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມ ຢູ່ບໍລິເວນໄປຍັງອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຫຼວງພະບາງ.

ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ
ດ້ຽນບຽນ - ຫຼວງພະບາງ: ຕີລາຄາຜົນການປະຕິບັດວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ ດ້ຽນບຽນ - ຫຼວງພະບາງ: ຕີລາຄາຜົນການປະຕິບັດວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ
ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ອວຍພອນວັນຊາດລາວ
ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ອວຍພອນວັນສະຖາປະນາແຫ່ງ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021). ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການພົບປະ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ໄດ້ອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຫຼວງພະບາງ ໃນ 46 ປີຜ່ານມາໄດ້ຍາດເອົາໄຊຊະນະອັນໃຫຍ່ຫຼວງຫຼາຍຢ່າງໃນທຸກຂົງເຂດການເມືອງ, ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະການສຶກສາ, ປະກອບສ່ວນເຂົ້າໃນຜົນງານລວມໃນພາລະກິດກໍ່ສ້າງ, ປົກປັກຮັກສາ ແລະພັດທະນາຂອງປະເທດລາວ.

ທ່ານ ຫງວຽນດັງຮຸ່ງ ຕີລາຄາສູງການພົວພັນຮ່ວມມື, ແຮກສ່ຽວອັນສະໜິດຕິດພັນລະຫວ່າງແຂວງຫຼວງພະບາງ ກັບຫຼາຍແຂວງຂອງຫວຽດນາມ, ພ້ອມທັງເຊື່ອໝັ້ນຢ່າງແນວແນ່ວ່າ ການພົວພັນຮ່ວມມື, ການແຮກສ່ຽວນີ້ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກ.

ສ່ວນທ່ານ ຄໍາຂັນ ຈັນທະວີສຸກ, ເລຂາພັກ, ເຈົ້າແຂວງໆຫຼວງພະບາງ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ ແລະພວມສະຫງວນໃຫ້ພັກ, ລັດ ແລະປະຊາຊົນລາວ ເວົ້າລວມ, ແຂວງຫຼວງພະບາງ ເວົ້າສະເພາະອາລົມຈິດອັນດີງາມ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງ; ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈ ແລະການຮ່ວມມື, ຊ່ວຍເຫຼືອຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ, ພິເສດແມ່ນການສະໜັບສະໜູນ, ການຊ່ວຍເຫຼືອໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ.

la.qdnd.vn

ເຫດການ
302 Found

Found

The document has moved here.