ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ອວຍພອນວັນຊາດ ສ.ລັດເວຍ

16:05 | 24/11/2021

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 103 ປີແຫ່ງວັນຊາດ ສາທາລະນະລັດ ລັດເວຍ (18 ພະຈິກ 1918 – 18 ພະຈິກ 2021), ຕາງໜ້າສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ, ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເວືອງດິ່ງເຫ້ວ ໄດ້ສົ່ງສານອວຍພອນເຖິງ ທ່ານ​ນາງ Inara Murniece - ປະທານ​ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ ລັດ​ເວຍ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ
ປະທານສະພາແຫ່ງຊາດ ຂອບໃຈ ລັດເວຍ ມີແຜນຈະມອບໂອນວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ຫວຽດນາມ ປະທານສະພາແຫ່ງຊາດ ຂອບໃຈ ລັດເວຍ ມີແຜນຈະມອບໂອນວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ຫວຽດນາມ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ອວຍພອນວັນຊາດ ສ.ລັດເວຍ
ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເວືອງດິ່ງເຫ້ວ.

ໃນສານ​ອວຍພອນ, ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເວືອງດິ່ງເຫ້ວ ຮູ້ສຶກ​ດີ​ໃຈ​ທີ່​ເຫັນ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ ຫວຽດນາມ - ລັດ​ເວຍ ​ແລະ ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ​ ພວມ​ພັດທະນາ​ຢ່າງ​ດີງາມ.

ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເວືອງດິ່ງເຫ້ວ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຮັກ​ແພງ ​ແລະ ການສະໜັບສະໜູນ​ຂອງ​ທ່ານ​ນາງ Inara Murniece, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ເວົ້າ​ສະ​ເພາະ​ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ​ນັບ​ມື້​ນັບພັດທະນາ​ຢ່າງ​ແຮງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.