IHS Markit ແງ່ດີດ້ານຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ

16:01 | 22/11/2021

ຍສໝ - ໜ້າເວັບໄຊ໌ ihsmarkit.com ຂອງບໍລິສັດຄົ້ນຄວ້າການຕະຫຼາດ IHS Markit (ອັງ​ກິດ) ຫາ​ກໍລົງພິມບົດຂຽນ​ຄາດ​ຄະ​ເນ ກ່ຽວກັບຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ.

ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022 ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022
ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ  ຄົບຮອບ 30 ປີ ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ ຄົບຮອບ 30 ປີ
ພາບປະກອບ: TTXVN
ພາບປະກອບ: TTXVN

ເວັບ​ໄຊ໌ ihsmarkit.com ວິ​ເຄາະ​ກຳ​ນົດ​ວ່າ ​ແຮງ​ຈູງໃດ​ໜຶ່ງ​ທີ່​ຊຸກຍູ້​ການ​ເຕີບ​ໂຕ​ໃນ​ທາງຕັ້ງ​ໜ້າ ກາຍ​ເປັນ​ສູມ​ພະ​ລັງ​ທີ່​ສະ​ດວກ​ໃຫ້​ການ​ຊຸກ​ຍູ້​ອະ​ນາ​ຄົດເສດ​ຖະ​ກິດໄລ​ຍະ​ກາງ​ຂອງ​ຂອງ​ຫວຽດນາມ.

ຕົວເລກຊີ້ບອກ​ຜູ້ບໍລິຫານ​ຊື້ສິນ​ຄ້າ (PMI) ຂະ​ແໜງ​ການ​ຜະ​ລິດ​ຂອງ​ຫວຽດ​ນາມ​ໃນ​ເດືອນ​ຕຸ​ລາຜ່ານ​ມາ ເຫັນ​ໄດ້​​ການ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງໃນ​​ຂະ​ແໜງ​ການ​ຜະ​ລິດ, ເຖິງ​ວ່າ​ຂະ​ບວນ​ການ​ຟື້ນ​ຕົວ​ເສດ​ຖະ​ກິດ​ຍັງຄົງ​ປະ​ເຊີນ​ກັບ​ອຸ​ປະ​ສັກຕ່າງໆ.

ສະ​ພາບການຂາດເຂີນແຮງງານກໍຍັງເຮັດໃຫ້ເພີ່ມ​ປະ​ລິ​ມານວຽກງານທີ່ຄ້າງຢູ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜົນ​ກະທົບ​​ດ້ານ​ເສດຖະກິດຂອງ​​ພະຍາດລະ​ບາດ​ໂຄ​ວິດ-19 ຄາດ​ວ່າ​ຈະ​ຫຼຸດ​ລົງ​ໃນ​ປີ 2022 ເມື່ອ​ຫວຽດນາມເນັ້ນ​ການ​ສັກ​ວັກ​ຊີນ​ໃຫ້​ໄວ​ຂຶ້ນ.

ບົດບາດ​ສູນ​ກາງ​ການ​ຜະ​ລິດ​ທີ່​ສິ້ນ​ເປືອງ​ຕ່ຳຂອງ​ຫວຽດນາມ ກໍ​ໄດ້​ຖືກ​ຄາດ​ຫວັງ​ຈະ​ສືບ​ຕໍ່​ຂະ​ຫຍາຍ​ຕົວ, ອາ​ໄສ​ການ​ເປີດກວ້າງ​ໃຫ້ຫຼາຍ​ຂຶ້ນ​ຂອງ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ຫຼັກ​ທີ່​ປັດ​ຈຸ​ບັນ​ມີ​ຢູ່ແລ້ວ, ກໍ​ຄື​ການ​ຂະ​ຫຍາຍ​ຕົວ​ຂອງ​ຂະ​ແໜງ​ການ​ອຸດ​ສະ​ຫະ​ກຳ​ລົດ​ຍົນ ​ແລະ ນ້ຳມັນ​ເຊື້ອ​ໄຟ.

ສຳ​ລັບຄວາມ​ຫວັງອາ​ນາ​ຄົດ​ໄລຍະ​ກາງ​ໃນ 5 ປີ​ຕໍ່​ໜ້າ, ບົດ​ຂຽນ​ບົ່ງຊີ້​​ບາງແຮງ​ຈູງ​ໃຈຫຼັກ​ທີ່​ຄາດ​ຫວັງວ່າ​ຈະ​ສືບ​ຕໍ່​ນຳ​ພາຫວຽດນາມ ກາຍ​ເປັນໜຶ່ງ​ໃນ​ຕະຫຼາດໃໝ່​ທີ່​ເດັ່ນ​ໃນ​ການຂະ​ຫຍາຍ​ຕົວ​ໄວ​ທີ່​ສຸດ​ຢູ່​ໃນ​ພາກ​ພື້ນ​ທະ​ວີບອາຊີ.

ໜຶ່ງ, ຫວຽດນາມ​ຈະ​ສືບ​ຕໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຄ່າ​ແຮງ​ງານ​ທີ່​ຂ້ອນ​ຂ້າງຕ່ຳ. ສອງ, ຫວຽດນາມ​ມີ​ກຳລັງ​ແຮງ​ງານ​ຂ້ອນ​ຂ້າງ​ໃຫຍ່, ມີລະ​ດັບ​ວຸດ​ທິ​ດີ​ເມື່ອ​ທຽບ​ກັບ​ຄູ່​ແຂ່ງທັງຫຼາຍ​ໃນພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ການ​ເປັນ​ສູນກາງ​ການ​ຜະລິດ​ທີ່​ໜ້າ​ສົນ​ໃຈດຶງ​ດູດ​ບັນດາບໍ​ລິ​ສັດ​ຂອງ​ຫຼາຍ​ປະ​ເທດ. ສາມ, ​ການ​ໝູນ​ວຽນໃຊ້​ຈ່າຍທຶນ​ຄາດ​ວ່າຈະ​ເພີ່ມ​ຂຶ້ນ​ໄວ, ສະ​ແດງ​ໃຫ້​ເຫັນ​ວ່າບໍ່​ລິ​ສັດ​ຂອງຫຼາຍ​ປະ​ເທດຈະ​ສືບ​ຕໍ່ທຸ້ມ​ທຶນໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ເຂົ້າສູ່​ຫວຽດນາມ ກໍ​ຄື​ລັດ​ຈະ​ສືບ​ຕໍ່​ເພີ່ມ​ທະວີການ​ໃຊ້ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ.ສີ່, ຫວຽດນາມ​ແມ່ນ​ຈຸດໝາຍເຂົ້າ​ມາ​ທີ່​ໜ້າ​ສົນ​ໃຈ ເມື່ອ​ບັນດາບໍ​ລິ​ສັດ​ພິຈາລະນາຮອບ​ຄອບ​ເຄື່ອນ​ຍ້າຍ​ສາຍໄຍ​ການ​ຜະລິດມາ​ຍັງ​ບັນດາ​ປະ​ເທດ​ໃນພາກ​ພື້ນ​ທະ​ວີບ​ອາຊີ.

ຫ້າ, ​ຫຼາຍບໍລິສັດໃນຫຼາຍ​ປະ​ເທດ ກຳ​ລັງ​ໄດ້ຫັນປ່ຽນລະບົບການ​ສະ​ໜອງ​ການ​ຜະ​ລິດເປັນຕ່ອງ​ໂສ້ທີ່​ຫຼາກຫຼາຍໃນ​ຕະຫຼອດ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ຢຸດ​ສະ​ງັກ​ໃນ​ແຫຼງ​ສະ​ໜອງ ແລະ ເຫດ​ການ​ທາງ​ການເມືອງທ້ອງ​ຖິ່ນ. ບົດ​ຂຽນ​ຍັງ​ວິນິດໄສວ່າ ຫວຽດນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ເຄືອ​ຂ່າຍ​ສົນ​ທິ​ສັນ​ຍາ​ການ​ຄ້າ​ເສລີຕ່າງໆ (FTA) ນັບ​ມື້​ນັບ​ເບັ່ງ​ບານ. ຫວຽດນາມ ກໍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ສົນ​ທິ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານໃນ​ພາກ​ພື້ນ (RCEP), ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 1/1/2022.

ໄຊພອນ

ເຫດການ
302 Found

Found

The document has moved here.