ເພີ່ມທະວີການແບ່ງປັນກ່ຽວກັບວຽກງານຂົນຂວາຍປະຊາຊົນລະຫວ່າງຫວຽດນາມ ແລະກຳປູເຈຍ

06:25 | 01/12/2021

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງ ບຸ່ຍທິມິງຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຈລະຈາທາງໄກກັບທ່ານນາງ Men Xom On ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກປະຊາຊົນກຳປູເຈຍ, ຮອງນາຍົກລັດຖະມົນຕີ ກຳປູເຈຍ.

ທ່ານລັດຖະມົນຕີ Koichi Haguida: ຍີ່ປຸ່ນ ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າ ໃນອາຊີ ທ່ານລັດຖະມົນຕີ Koichi Haguida: ຍີ່ປຸ່ນ ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າ ໃນອາຊີ
ຮັບເອົາບັນດາຜູ້ເຄາະຮ້າຍການຄ້າມະນຸດ ຈາກມຽນມາກັບຄືນປະເທດຫວຽດນາມ ຮັບເອົາບັນດາຜູ້ເຄາະຮ້າຍການຄ້າມະນຸດ ຈາກມຽນມາກັບຄືນປະເທດຫວຽດນາມ
TTXVN
ເພີ່ມທະວີການແບ່ງປັນກ່ຽວກັບວຽກງານຂົນຂວາຍປະຊາຊົນລະຫວ່າງຫວຽດນາມ ແລະກຳປູເຈຍ. ພາບ: TTXVN

ການເຈລະຈາແມ່ນເພື່ອແນໃສ່ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ວຽກງານຂົນຂວາຍປະຊາຊົນຂອງແຕ່ລະພັກ; ການພົວພັນຮ່ວມມືລະຫວ່າງສອງຄະນະຂົນຂວາຍປະຊາຊົນສູນກາງພັກຂອງສອງປະເທດໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ປະກອບສ່ວນເພີ່ມພູນຄູນສ້າງ ແລະປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງຫວຽດນາມ-ກຳປູເຈຍ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ. ໃນນັ້ນ, ສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນໃນວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຮັກສາ ແລະເພີ່ມພູນຄູນສ້າງໃຫ້ການພົວພັນສອງປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນ; ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນກ່ຽວກັບບັນຫາສາກົນ ແລະພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເປັນເສນາທິການສົມທົບກັນຢ່າງແໜ້ນແຟ້ນໃນການຊີ້ນຳ, ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ຄະນະຂົນຂວາຍປະຊາຊົນຂອງສອງພັກ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັນ, ແລກປ່ຽນບົດຮຽນ ແລະຮ່ວມມືໃນວຽກງານຂົນຂວາຍປະຊາຊົນ.

la.qdnd.vn

ເຫດການ
302 Found

Found

The document has moved here.