ລັດ​ຖະ​ບານ​ ຫວຽດ​ນາມ ຮ​່ວມ​ເດີນ​ທາງ, ໜູນ​ຊ່ວຍ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

12:05 | 01/12/2021

ຄວາມສາມັກຄີ, ການຮ່ວມມື, ຮ່ວມແຮງຮ່ວມໃຈ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດແມ່ນເງື່ອນໄຂຈຳເປັນເພື່ອຮັບປະກັນການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ.

ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ຫວຽດ​ນາມ - ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ສະ​ວິດ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຫວຽດ​ນາມ - ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ສະ​ວິດ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາຜູ້ແທນ ເຂົ້າຮ່ວມເວທີປາໄສ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາຜູ້ແທນ ເຂົ້າຮ່ວມເວທີປາໄສ

ເວທີປາໄສສຸດຍອດ ອາຊຽນ ກ່ຽວກັບການຮ່ວມມືອະນຸພາກພື້ນເພື່ອການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ ຖືກດຳເນີນໃນຕອນເຊົ້າວັນທີ 30 ພະຈິກ ຕາມຮູບການທາງໄກ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຄວາມສາມັກຄີ, ການຮ່ວມມື, ຮ່ວມແຮງຮ່ວມໃຈ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດແມ່ນເງື່ອນໄຂຈຳເປັນເພື່ອຮັບປະກັນການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ:

“ເພີ່ມທະວີການເຊື່ອມຕໍ່ໃນອະນຸພາກພື້ນເພື່ອຮັດແຄບໄລຍະຫ່າງພັດທະນາ, ໂດຍສະເພາະແມ່ນໂຄງລ່າງຍຸດທະສາດ, ການເຊື່ອມໂຍງເສດຖະກິດ, ຫັນເປັນດີຈີຕອນ, ຍູ້ແຮງການແລກປ່ຽນວັດທະນະທຳ ແລະ ການພົວພັນລະຫວ່າງປະຊາຊົນ, ສ້າງເງື່ອນໄຂສະດວກແກ່ການໄປມາຫາສູ່ຂອງປະຊາຊົນ ແລະ ການຈໍລະຈອນສິນຄ້າສ້າງຄວາມຜູກພັນລະຫວ່າງບັນດາເຂດຫ່າງໄກສອກຫຼີກໃນອະນຸພາກພື້ນກັບຕົວເມືອງ, ສູນເສດຖະກິດໃຫຍ່ຂອງແຕ່ລະປະເທດ ແລະ ພາກພື້ນ. ຫວຽດນາມ ສະເໜີໃຫ້ບັນດາໂຄງການຮ່ວມມືລະດັບພາກພື້ນຂອງ ອາຊຽນ, ກໍຄື ໝາກຜົນການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ຄວນໄດ້ຮັບການແຜ່ຂະຫຍາຍໄປສູ່ບັນດາອະນຸພາກພື້ນ ແລະ ມີການຜູກພັນຢ່າງກົມກ່ຽວດ້ວຍຄວາມມານະພະຍາຍາມຮ່ວມມືໃນຂອບເຂດອະນຸພາກພື້ນ. ພ້ອມດຽວກັນນັ້ນ ສົ່ງເສີມປະຊາຄົມວິສາຫະກິດເພີ່ມທະວີການລົງທຶນເຂົ້າໃນບັນດາຂົງເຂດໃຫ້ເໝາະສົມ”.

ເວທີປາໄສດຳເນີນເປັນສອງວາລະ. ວາລະທຳອິດ ມີຫົວຂໍ້ “ຊຸກຍູ້ການຮ່ວມມື ອະນຸພາກພື້ນໃນ ອາຊຽນ ມຸ່ງໄປເຖິງການຟື້ນຟູ”. ວາລະທີສອງມີຫົວຂໍ້ “ເພີ່ມທະວີການພົວພັນລະຫວ່າງ ອາຊຽນ ກັບຄູ່ຮ່ວມມື, ບັນດາຝ່າຍທີ່ກ່ຽວຂ້ອງໃນການພັດທະນາອະນຸພາກພື້ນ ແລະ ຮັດແຄບໄລຍະຫ່າງພັດທະນາ”.

vovworld.vn

ເຫດການ
302 Found

Found

The document has moved here.