ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO

06:30 | 24/11/2021

ຍສໝ - ຫວ່າງແລ້ວນີ້, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ທີ 41 ຂອງ​ກອງ​ປະຊຸມ​ໃຫຍ່ UNESCO ຢູ່​ນະຄອນຫຼວງ ປາຣີ (ຝະລັ່ງ), ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ບໍລິຫານງານ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ​ໄລຍະ 2021-2025.

UNESCO ຮັບຮອງເອົາເຂດອະນຸລັກຊີວະນາໆພັນໂລກ ສອງແຫ່ງ ຂອງຫວຽດນາມ ຕື່ມອີກ UNESCO ຮັບຮອງເອົາເຂດອະນຸລັກຊີວະນາໆພັນໂລກ ສອງແຫ່ງ ຂອງຫວຽດນາມ ຕື່ມອີກ
ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO

ຫວຽດນາມ ​ໄດ້​ຮັບ​ບັດຄະແນນ​ໃນ​ການ​ເລືອກ​ຕັ້ງ​ດ້ວຍ 163/178 ບັດ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ດ້ວຍມາດຕາສ່ວນ 92%. ນີ້​ແມ່ນ​ຄັ້ງ​ທີ 5 ທີ່ ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ສະພາ​ບໍລິຫານງານ UNESCO.

ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO
ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO. (ພາບ: baotintuc)

ຕາມ​ທ່ານ ມາຍຟານຢູງ, ​ເລຂາທິການ​ຄະນະ​ກຳມະການ​ແຫ່ງ​ຊາດ ຫວຽດນາມ ປະຈຳ UNESCO, ຫົວໜ້າ​ກົມການທູດ​ວັດທະນະທຳ ​ແລະ UNESCO (ກະຊວງ​ການ​ຕ່າງປະ​ເທດ), ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ UNESCO ຄັ້ງ​ທີ 41 ​ແລ້ວ, ເລ່ືອງຫວຽດນາມ ​ໄດ້​ກາຍ​ເປັນສະມາຊິກ​ຄະນະ​ບໍລິຫານ​ງານ ​ໄດ້ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ ​ແລະ ຊື່ສຽງ, ຄວາມໄວ້ເນື້ອເຊື່ອໃຈນັບມື້ນັບສູງ​ຂອງ​ປະ​ເທດ​ໃນ​ເວທີ​ສາກົນ ​ແລະ ​ເປັນ​ການ​ຮັບ​ຮູ້​ຂອງ​ປະຊາ​ຄົມສາກົນ ​ກ່ຽວ​ກັບ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ໃນ​ການ​ພົວພັນ​ກັບ UNESCO.

ນີ້​ແມ່ນ​ໝາກຜົນ​ຂອງ​ການຫັນນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ເປັນ​ຫຼາຍ​ຝ່າຍ, ​ຫຼາກ​ຫຼາຍ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ການ​ເຂົ້າ​ເປັນ​ສະມາຊິກ​ສະພາ​ບໍລິຫານງານ ​ແມ່ນ​ໂອກາດ​ດີ​ ເພື່ອ​ໃຫ້ ຫວຽດນາມ ​ໄດ້​ສະ​ແດງ “ໜ້າທີ່ຮັບ​ຜິດ​ຊອບຄວບ​ຄູ່” ​ໃນ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຍາດ​ແຍ່ງ​ເອົາ​ບັນດາ​ແນວ​ຄິດ ​ແລະ ຂໍ້​ລິ​ເລີ່​ມຂອງ UNESCO ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຢ່າງ​ໝັ້ນຄົງ, ​ຄົບຊຸດ ​ແລະ ຮອບດ້ານ​. ພ້ອມ​ກັນ​ນັ້ນ, ຫວຽດນາມ ຈະ​ມີ​ກາລະ​ໂອກາດ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ບັນດາ​ບັນຫາ​ສາກົນ​ທີ່ UNESCO ​ເອົາ​ໃຈ​ໃສ່​​ຊຸກຍູ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.