​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

14:58 | 09/05/2024

ຍສໝ - ວັນທີ 5 ພຶດສະພາ, ສູນວັດທະນະທໍາຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົມທົບກັບບັນດາວິສາຫະກິດ ເພື່ອປະຕິບັດລາຍການໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຫັດຖະກຳ​ສິລະປະ, ອາຫານຂອງ ຫວຽດນາມ.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ
ຈາກພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຕະຫຼອດ​ຮອ​ດ​ວິ​ວັດ​ການ​ສ້າງຄວາມ​ຜາ​ສຸກ​ຂອງ​ຊາດ ຈາກພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຕະຫຼອດ​ຮອ​ດ​ວິ​ວັດ​ການ​ສ້າງຄວາມ​ຜາ​ສຸກ​ຂອງ​ຊາດ

ລາຍການດັ່ງ​ກ່າວ ໄດ້ດຳເນີນ​ໃນ​ຂອບ​ເຂດ​ຂອງ​​ງານຕະຫຼາດນັດ ປາຣີ ປະ​ຈໍາ​ປີ​ທີ່ພວມດຳເນີນ​ຢູ່​ສູນຕະຫຼາດນັດວາງສະແດງPorte de Versailles Expo ຢູ່ນະຄອນຫຼວງ​ ປາ​ຣີ​, ປະ​ເທດ ​ຝຣັ່ງ​.

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ດິ່ງຕວານຖັງ ກ່າວ​ຄຳປາໄສທີ່​ພິທີໂຄສະນາຮູບ​ພາບ ​ແລະ ຜະລິດ​ຕະພັນ​ຂອງ​ຫວຽດນາມ. (ທີ່ມາ: TTXVN)

ຢູ່​ທີ່​ນີ້, ລາຍການ​ສະ​ແດງເຊີດສິງໂຕໂດຍກຸ່ມ Vovinam ຂອງ​ອາຈານມວຍ ທ່ານ ເຈິ່ນງວຽນດ້າວ ພ້ອມ​ກັນກັບບັນດາ​ການສະ​ແດງ​ດົນຕີ​ພື້ນ​ເມືອງ, ຟ້ອນ​ ເຮົ່າດົງ 4 ນະຄອນ ຂອງນັກ​ສິ​ລະ​ປິນ​ຫວຽດ​ນາມ, ເຊິ່ງໄດ້​ດຶງ​ດູດ​ແຂກ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ເກືອບ 30 ຮ້ານ​ຂອງ​ວິ​ສາ​ຫະ​ກິດທີ່ມາຈາກ ຫວຽດ​ນາມ ໄດ້​ນຳ​ສະ​ເໜີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື: ເຄື່ອງຫັດຖະກຳ​ສິລະປະທີ່ປະດິດປະດອຍ, ຜະ​ລິດ​ຕະ​ພັນ​ຜ້າ​ໄໝ, ​ເຄື່ອງແຜ່ນແພພື້ນເມືອງ, ຕະຫຼອດຮອດບ້ວຍໝາກ​ໄມ້, ຊາ, ໝາກ​ມັງ​ກອນ, ໝາກ​ນັດ, ໝາກມີ້ ແລະ ບັນດາເຂົ້າຈີ່ທີ່​ມີ​ລົດ​ຊາດ​ຫວຽດ​ນາມ, ສ້າງພື້ນທີ່ທີ່ໂດດເດັ່ນໄປດ້ວຍສີສັນໃນອາຄານ ອາຊີ.

ທ່ານນາງ ຫງວຽນທິຍືອີ໋, ເຈົ້າຂອງທຸລະກິດຫັດຖະກຳ​ສິລະປະ ອານເຕີ່ມ ຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ ຜະລິດຕະພັນຫັດຖະກຳສິລະປະເຮັດດ້ວຍເຂົາຄວາຍ ແລະ ເປືອກຫອຍນາງລົມ ລ້ວນແຕ່ໄດ້ຮັບຄວາມນິຍົມຈາກລູກຄ້າ ເພາະທັງສະດວກ ແລະ ມີປະໂຫຍດຕໍ່ສຸຂະພາບ. ສ່ວນຜະລິດຕະພັນຈາກໄມ້ໄຜ່ ແລະ ຫວາຍ ລ້ວນແຕ່ມີຄວາມງາມ ແລະ ເປັນມິດກັບສິ່ງແວດລ້ອມ, ສະນັ້ນ ຈຶ່ງໄດ້ຮັບການຕີລາຄາສູງ.

ຕາມ​ທ່ານ​ນາງ​ແລ້ວ, ບັນດາ​ລູກ​ຄ້າ​ຊາວ​ຕາ​ເວັນ​ຕົກ​ມັກ​ນິຍົມ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ລັກສະນະ​ສິລະ​ປະ, ​ແຕ່​ຍັງ​ຕ້ອງ​ສະດວກ​ສະບາຍ, ນຳ​ໃຊ້ໄດ້ດີໃນການດຳລົງ​ຊີວິດ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ນັ້ນ​ແມ່ນ​ເຫດ​ຜົນ​ທີ່​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ ​ຫວຽດ​ນາມ​ ໄດ້​ຮັບ​ຄວາມ​ນິ​ຍົມ​ຫລາຍ.

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ນັກ​ສິລະ​ປິນ ຫວຽດນາມ ​ສະ​ແດງ​ເຄື່ອງ​ດົນຕີ​ພື້ນ​ເມືອງ. (ທີ່ມາ: TTXVN)

ທ່ານ ຕັ່ງ​ແທງ​ເຊີນ, ຮອງ​ຜູ້​ອຳ​ນວຍ​ການຮັບຜິດຊອບສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ ສູນດັ່ງ​ກ່າວ​ ໄດ້​ນຳ​ໃຊ້​ບັນ​ດາ​ເຫດ​ການ​ໃຫຍ່​ນີ້ ເພື່ອ​ໂຄ​ສະ​ນາ​ບັນດາຮູບແບບວັດ​ທະ​ນະ​ທຳ, ເຍື່ອງ​ອາ​ຫານ ແລະ ການທ່ອງ​ທ່ຽວ ​ຫວຽດ​ນາມ, ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ແນະ​ນຳ​ໃຫ້​ແກ່​ເພື່ອນ​ມິດ​ສາ​ກົນກ່ຽວກັບບັນດາຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ອຸດົມສົມບູນ, ຫຼາກຫຼາຍ​ສີສັນ​ຂອງ​ປະ​ເທດ.

ໂດຍ​ເຂົ້າ​ຮ່ວມ​ການໂຄສະນາຮູບ​ພາບ ​ແລະ ຜະລິດ​ຕະພັນ​ຫວຽດນາມ, ທ່ານ Steven Abajoli, ຜູ້ອຳນວຍການງານຕະຫຼາດນັດ ປາຣີ ​ໃຫ້​ຮູ້​ວ່າ ປີ​ນີ້, ບັນດາ​ຮ້ານ​ວາງສະ​ແດງ​ສິນຄ້າ​ ຫວຽດນາມ ​ໄດ້​ຕັ້ງ​ຢູ່​ເຂດ​​ງາມ​ທີ່​ສຸດ​ຂອງ​ງານຕະຫຼາດນັດ ປາຣີ. ສິ່ງ​ດັ່ງກ່າວ​ ໄດ້ປະກອບສ່ວນເຊີດຊູຄວາມປະດິດປະດອຍຂອງຫັດຖະກຳ​ສິລະປະ ຫວຽດນາມ ກໍ່​ຄື​ຄວາມຂະຫຍັນຂັນເຄື່ອນຂອງ​ວິ​ສາ​ຫະກິດ ​ແລະ ຄວາມ​ອຸດົມສົມບູນ​ຂອງ​ປະ​ເທດ​ນີ້.

ຕາມ​ທ່ານ​ແລ້ວ,ງານຕະຫຼາດນັດ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ໄດ້​ແນະນຳ​ບັນດາອາຊີບ​ພື້ນ​ເມືອງ​ຂອງ​ຕົນ, ຊ່ວຍ​ໃຫ້​ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ສິລະປະຂອງ​ໂລກ​ ປະກາຍແຈ້ງ​ຕໍ່​ປະຊາຊົນ​ ຝຣັ່ງ.

ທ່ານ Steven Abajoli ​ເນັ້ນ​ໜັກ​ວ່າ: “​ໃນ 12 ວັນ​ທີ່ດຳເນີນເຫດການ, ຈະ​ມີ​ນັກ​ທ່ອງ​ທ່ຽວ​ກວ່າ 400.000 ຄົນ​ມາ​ຢ້ຽມ​ຢາມບັນດາຮ້ານ ຫວຽດນາມ, ​ເຊິ່ງແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນງານຕະຫຼາດນັດ ປາຣີ ຄັ້ງນີ້.

ພວກຂ້າພະເຈົ້າ ຮູ້ສຶກດີໃຈຫຼາຍທີ່ໄດ້ມີໂອກາດຄົ້ນຫາ ຫຼື ຄົ້ນຫາຄືນຈຸດພິເສດຂອງ ຫວຽດນາມ ໃນແຕ່ລະປີ ແລະ ຂ້າພະເຈົ້າກໍ່ຂອບໃຈບັນດາຄູ່ຮ່ວມມື ຫວຽດນາມ ທີ່ສົມທົບກັບພວກຂ້າພະເຈົ້າໃນແຕ່ລະປີ ເພື່ອຈັດຕັ້ງບັນດາເຂດວາງສະແດງບັນດາຜະລິດຕະພັນທີ່ສວຍງາມກວ່າ, ນຳເອົາສິ່ງທີ່ດີທີ່ສຸດມາໃຫ້ແຂກທ່ອງທ່ຽວ, ມາໃຫ້ຊາວ ຝຣັ່ງ.

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ເຄື່ອງຫັດຖະກໍາສີລະປະຂອງ ຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມນິຍົມຈາກລູກຄ້າຊາວ ຝຣັ່ງ. (ທີ່ມາ: TTXVN)

ໂດຍຕີລາຄາການ​ມີ​ໜ້າ​ຂອງບັນດາຮ້ານ ຫວຽດນາມ ຢູ່ງານຕະຫຼາດນັດ ປາຣີ, ກໍຄືການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບຫົວໜ່ວຍປະສານ​ ເຊິ່ງແມ່ນສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ດິ່ງຕວານຖັງ ປາດ​ຖະໜາ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ແນະນຳ ​ແລະ ​ໂຄສະນາ​ຮູບ​ພາບ​ຫວຽດນາມ ຢູ່​ບັນດາ​ງານຕະຫຼາດນັດໃຫຍ່ຢູ່ ຝຣັ່ງ, ໃນນັ້ນ ມີ​ງານຕະຫຼາດນັດ ປາຣີ, ຈະ​ປະກອບສ່ວນ​ຊ່ວຍ​ໃຫ້​ປະຊາ​ຄົມ​ຊາວ ຝຣັ່ງ ມີ​ຄວາມ​ສະດວກ​ສະບາຍ​ກວ່າ​ໃນ​ການ​ເຂົ້າ​ເຖິງ​ວັດທະນະທຳ, ອາຫານ, ການທ່ອງ​ທ່ຽວ​ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​​ຮ່ວມ​ມື ​ແລະ ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ.

ມິງດຶກ

ທ່ານອາດຈະມັກ

ເຫດການ